ອຸຕຸເຕືອນສຶນາມິ ອິນໂດເນເຊຍ ແຜ່ນດິນໄຫວຮຸນແຮງ 6,9 ແມັກນິຈູດ

46

ເກີດແຜ່ນດິນໄຫວຮຸນແຮງຂະໜາດ 6,9 ແມັກນິຈູດ ໃນທະເລນອກຝັ່ງໝູ່ເກາະໂມລຸກກະ ທາງພາກຕາເວັນອອກຕອນເທິງຂອງອິນໂດເນເຊຍ ເມື່ອຄືນວັນອາທິດ ລັດຖະບານປະກາດດ່ວນ ເຕືອນໄພການເກີດຄື້ນສຶນາມິ.

ສໍານັກຂ່າວເອເອັຟພີ, ຣອຍເຕີ ແລະ ເອພີລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນອາທິດ ທີ 7 ກໍລະກົດ ວ່າ ສໍານັກງານສໍາຫຼວດທາງທໍລະນີວິທະຍາອາເມຣິກາ ແຈ້ງວ່າ ເກີດແຜ່ນດິນໄຫວຮຸນແຮງ ວັດແທກແຮງສັ່ນສະເທືອນໄດ້ 6,9 ແມັກນິຈູດ ໃນທະເລໂມລຸກກະ ນອກຝັ່ງໝູ່ເກາະໂມລຸກກະ ຫຼື ມາລູກູ ທາງພາກຕາເວັນອອກຂອງປະເທດອິນໂດເນເຊຍ ເມື່ອຄືນວັນອາທິດ ໂດຍຈຸດສູນກາງຢູ່ເລິກ ປະມານ 24 ກິໂລແມັດ ຫ່າງຈາກຝັ່ງ ເມືອງມານາໂດ ທາງທິດຕາເວັນອອກສຽງໃຕ້ ປະມານ 185 ກິໂລແມັດ.
ທາງດ້ານສໍານັກງານເຝົ້າລະວັງແຜ່ນດິນໄຫວຂອງອິນໂດເນເຊຍ ເຊິ່ງກວດຈັບສັນຍານແຮງສັ່ນສະເທືອນໄດ້ 7,1 ແມັກນິຈູດ ໄດ້ອອກປະກາດເຕືອນໄພສຶນາມິ ສໍາລັບປະຊາຊົນທີ່ອາໄສຢູ່ຕາມພື້ນທີ່ຕ່ໍາ ຕາມແລວຊາຍຝັ່ງໝູ່ເກາະຕ່າງໆໃນແຂວງສຸລາເວສີເໜືອ ແລະ ແຂວງໂມລຸກກະເໜືອ ທີ່ຢູ່ຕາມແລວຮອບໃກ້ຈຸດສູນກາງ.

ເບື້ອງຕົ້ນ ຍັງບໍ່ມີລາຍງານຄວາມເສຍຫາຍ ລວມທັງຜູ້ເສຍຊີວິດ ຫຼື ບາດເຈັບ ແຕ່ລາຍງານຂອງສື່ທ້ອງຖິ່ນ ລະບຸວ່າ ແຮງສັ່ນສະເທືອນຮຸນແຮງ ສ້າງຄວາມແຕກຕື່ນໃຫ້ແກ່ປະຊາຊົນໃນແຂວງໂມລຸກກະ ທີ່ແລ່ນໜີອອກຈາກບ້ານເຮືອນອົບພະຍົບຂຶ້ນໄປຢູ່ເທິງພູ.