ອຸຕຸແຈ້ງ! ວັນທີ 8-10 ຈະມີຝົນຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ພາກເໜືອ-ພາກກາງ

132

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 08 ກໍລະກົດ 2019ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກໃນຕອນບ່າຍ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຂະນະທີ່, ພະຍາກອນອາກາດ ໃນໄລຍະວັນທີ 08 ຫາ 14 ກໍລະກົດ 2019 ລະບຸວ່າ: ໃນໄລຍະວັນທີ 08 ຫາ 10 ກໍລະກົດ ຄວາມກົດດັນຕໍ່າຂອງອາກາດຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກ   ເໜືອ ລົງຫາພາກກາງ.

 

 

ຈາກນັ້ນ, ໃນວັນທີ 11 ຫາ 14 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນມີທ່າອ່ຽງຈະເພີ່ມກຳລັງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຝົນຈະຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

 

 

 

 

ພະຍາກອນອາກາດປະຈຳວັນທີ 8 ກໍລະກົດ 2019

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ