ຮອງປະທານປະເທດຈີນ ຊີ້ ໂລກບໍ່ຄວນປິດກັ້ນກັນເອງ ແຕ່ຄວນຮ່ວມມືກັນ

37

ຮອງປະທານປະເທດຈີນ ກ່າວວ່າ ໂລກບໍ່ອາດປິດກັ້ນການພັດທະນາຈາກຈີນໄດ້ ໃນຂະນະດຽວກັນການພັດທະນາຂອງໂລກໃນຕອນນີ້ກໍ່ຂາດຈີນບໍ່ໄດ້. ດັ່ງນັ້ນ ທຸກພາກສ່ວນຄວນຮ່ວມມືກັນເພື່ອສະຖຽນລະພາບ ແລະ ສັນຕິພາບ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນຈັນ ທີ 8 ກໍລະກົດ ວ່າ ທ່ານຫວັງ ຊີຊານ ຮອງປະທານປະເທດຈີນ ກ່າວຖະແຫຼງເປີດງານປະຊຸມສັນຕິພາບໂລກ ທີ່ມະຫາວິທະຍາໄລຊິງຫວາ ໃນນະຄອນຫຼວງປັກກິ່ງ ເມື່ອວັນຈັນ ວ່າ ການພັດທະນາຂອງຈີນໃນທຸກດ້ານ ບໍ່ສາມາດປິດກັ້ນຈີນຈາກໂລກພາຍນອກໄດ້ ໂລກທີ່ກໍາລັງພັດທະນາກໍ່ບໍ່ສາມາດແບ່ງແຍກຕົວເອງຈາກຈີນໄດ້ເຊັ່ນກັນ.

ຢ່າງໃດກໍ່ຕາມ ກໍ່ຍັງມີບາງປະເທດທີ່ສ້າງວາທະ “ຄວາມໝັ້ນຄົງຂອງຊາດ” ເຊື່ອງໄວ້ພາຍໃຕ້ການໃຊ້ນະໂຍບາຍກີດກັນການຄ້າຕໍ່ປະເທດອື່ນ. ສະນັ້ນ ລັດຖະບານປັກກິ່ງ ຫວັງເປັນຢ່າງຍິ່ງ ວ່າ ນານາປະເທດມະຫາອໍານາດ ແລະ ປະຊາຄົມໂລກ ຈະເພິ່ມຄວາມຮ່ວມມື ແລະ ການມີສ່ວນຮ່ວມເພື່ອສັນຕິພາບ ແລະ ສະຖຽນລະພາບຂອງໂລກໃນທຸກດ້ານ ລວມເຖິງດ້ານເສດຖະກິດ ແລະ ການຄ້າ ໂດຍປະເທດທີ່ມີຂະໜາດໃຫຍ່ ຫຼື ມີຄວາມຈະເລີນກ້າວໜ້າ ແລະ ມີອິດທິພົນຫຼາຍກວ່າ ຕ້ອງສະແດງຄວາມຮັບຜິດຊອບຫຼາຍກວ່າ ແລະ ສ້າງບັນທັດຖານ ເພື່ອເປັນການຂະຫຍາຍກອບຄວາມຮ່ວມມືໃນອະນາຄົດ ເນື່ອງຈາກການພັດທະນາຄືກຸນແຈສໍາຄັນ ໃນການແກ້ໄຂຂໍ້ພິພາດ ບໍ່ວ່າຈະເປັນປະເດັນໃດກໍ່ຕາມ.

ທັງນີ້ ຄໍາກ່າວຂອງ ທ່ານຫວັງ ເຊິ່ງຖືເປັນໜຶ່ງໃນບຸກຄົນວົງໃນທີ່ມີຄວາມໃກ້ຊິດກັບປະທານປະເທດສີ ຈິ້ນຜິງ ຫຼາຍ ເກີດຂຶ້ນຫຼັງປະທານາທິບໍດີໂດນັລ ທຣໍາ ຜູ້ນໍາອາເມຣິກາພົບຫາລືກັບຜູ້ນໍາຈີນນອກຮອບ ການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອທ້າຍເດືອນ ມິຖຸນາ ຜ່ານມາ ເຊິ່ງທັງສອງຝ່າຍຕົກລົງ “ສະຫງົບເສິກ” ທາງການຄ້າເປັນຮອບທີ 2 ໂດຍເງື່ອນໄຂໃນລະຫວ່າງນີ້ ລວມເຖິງການກັບມາເຈລະຈາກັນໃໝ່ ການບໍ່ຕັ້ງກໍາແພງພາສີຕອບໂຕ້ກັນ ແລະ ລັດຖະບານອາເມຣິກາທະຍອຍຜ່ອນຄາຍມາດຕະການຂວໍ້າບາດຕໍ່ບໍລິສັດຫົວເຫວີ່ຍເທັກໂນໂລຢີ.