ແຕ່ງຕັ້ງ ທ່ານ ບຸນເທືອງ ພົມມະວົງໄຊ ຂຶ້ນຮັກສາການຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ

154

ພິທີປະກາດການແຕ່ງຕັ້ງ ທ່ານ ບຸນເທືອງ ພົມມະວົງໄຊ ຂຶ້ນຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ມີຂຶ້ນໃນຕອນແລງວັນທີ 4 ມິຖຸນາ 2019 ທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ມີພາກສ່ວນທີ່ກ່ຽວຂ້ອງຈາກຄະນະຈັດຕັ້ງແຂວງ, ກວດກາພັກ – ລັດ, ໂຄສະນາອົມຮົມ, ຜູ້ຕາງໜ້າຈາກຫ້ອງການພະລັງງານ ແລະ ບໍ່ແຮ່ 10 ເມືອງທົ່ວແຂວງ, ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມ.

ທ່ານ ຕົງລີເຕັ້ງ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 493 ລົງວັນທີ 9 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ແລະ ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ບຸນເທືອງ ພົມມະວົງໄຊ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເປັນຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ແລະ ຍົກຍ້າຍ ທ່ານ ທອງສຸກ     ສົມພາວັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ໄປເປັນວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງແອດ.

ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ເພື່ອກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃຫ້ມີຜົນສຳເລັດ ແລະ ແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານໃນແຕ່ລະໄລຍະໃຫ້ມີຄວາມສອດຄ່ອງແທດເໝາະກັບສະພາບຄວາມເປັນຈິງ, ເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ພ້ອມກັນພັດທະນາວຽກງານໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

[ ຂ່າວ: ສົມໝາຍ ]