ທົ່ງໄຫຫີນ ແຂວງຊຽງຂວາງ ຖືກຮັບຮອງເຂົ້າເປັນມໍລະດົກໂລກຢ່າງເປັນທາງການແລ້ວ!

101

ລາຍການຈາກ: ສາລາກະວີ ງົວແລະກວຽນ ວ່າ:
ກຽມສະເຫຼີມສະຫຼອງໄດ້ເລີຍ! ກັບຂ່າວດີ ຂ່າວໃຫຍ່ໃນຮອບ 20 ປີ “ທົ່ງໄຫຫີນ ແຂວງຊຽງຂວາງ” ໄດ້ຮັບການປະກາດຮັບຮອງເຂົ້າເປັນມໍລະດົກໂລກແລ້ວ!

ໃນວັນທີ 6 ກໍລະກົດ 2019 ກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ທີ່ບາກູ, ປະເທດອາແຊັກບາຍຊານ ໄດ້ປະກາດຮັບຮອງເອົາທົ່ງໄຫຫີນ ແຂວງຊຽງຂວາງເຂົ້າໃນບັນຊີເປັນມໍລະດົກໂລກຢ່າງເປັນທາງການແລ້ວ

ໂດຍຄະນະຜູ້ແທນວິຊາການ ທິມງານ “ມໍລະດົກລາວ ເພື່ອມໍລະດົກໂລກ” ໄດ້ເດີນທາງໄປທີ່ປະເທດອາແຊກບາຍຊານ ສະຖານທີ່ປະຊຸມຂອງຄະນະກຳມະການມໍລະດົກໂລກ World Heritage Committee ຄັ້ງທີ 43 ປະຈຳປີ 2019 ໃນອາທິດທີ່ຜ່ານມາ ແລະ ມື້ນີ້ ວັນທີ 6 ກໍລະກົດ 2019 ໄດ້ລາຍງານການຜົນກອງປະຊຸມ ການປະກາດຮັບຮອງ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກຢ່າງເປັນທາງການແລ້ວ ເຊິ່ງນັບວ່າເປັນເລື່ອງໜ້າຍິນດີ ປະທັບໃຈທົ່ວມວນຊົນຊາວລາວກັບການລໍຄອຍມື້ນີ້ມາດົນ …