ອົງການຢູເນສໂກ ຂຶ້ນທະບຽນໃຫ້ ເມືອງບາບິໂລນ ເປັນມໍລະດົກໂລກ

54

ອົງການການສຶກສາວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດ ຂຶ້ນທະບຽນເມືອງບາບິໂລນຂອງປະເທດອິຣັກ ເຊິ່ງມີອາຍຸເກົ່າແກ່ ກວ່າ 4 ພັນປີ ໃຫ້ເປັນມໍລະດົກໂລກທາງວັດທະນະທໍາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບາກູ ປະເທດອາເຊີໄບຈານ ເມື່ອວັນເສົາ ທີ 6 ກໍລະກົດ ວ່າ ຄະນະກໍາມະການມໍລະດົກໂລກຂອງອົງການການສຶກສາວິທະຍາສາດ ແລະ ວັດທະນະທໍາ ແຫ່ງສະຫະປະຊາຊາດ (UNESCO) ມີມະຕິໃນການປະຊຸມສະໄໝສາມັນ ຄັ້ງທີ 43 ທີ່ນະຄອນຫຼວງບາກູ ເມື່ອວັນສຸກ ຂຶ້ນທະບຽນເມືອງບາບິໂລນ ເຊິ່ງເປັນອານາຈັກບູຮານທາງປະຫວັດສາດ ໃຫ້ເປັນມໍລະດົກໂລກທາງວັດທະນະທໍາ ແລະ ມີກະແສການສະແດງຄວາມຍິນດີທີ່ສຸດຂອງຄະນະຜູ້ແທນຈາກລັດຖະບານແບກແດດ ໃນທີ່ປະຊຸມ ແລະ ຊາວອິຣັກ ແນ່ນອນ ໂດຍສະເພາະທີ່ເມືອງບາບີໂລນປັດຈຸບັນຢູ່ໃນເຂດແຂວງບາລິລ ທາງພາກກາງຂອງປະເທດ ດ້ານທ່ານນາຍົກລັດຖະມົນຕີອາເດລ ອັບດຸລ-ມາດີ ກ່າວວ່າ ມະຕິຂອງຢູເນສໂກ ສະທ້ອນວ່າ ອາລິຍະທໍາຂອງອິຣັກຈະເປັນທີ່ຍອມຮັບຂອງຊາວໂລກຕະຫຼອດໄປ.

ในภาพอาจจะมี กลางคืน, ท้องฟ้า และสถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ທັງນີ້ ອິຣັກ ພະຍາຍາມມາ ຕັ້ງແຕ່ປີ 1983 ໃນການສະເໜີໃຫ້ ຢູເນສໂກ ຍອມຮັບເມືອງບາບິໂລນ ທີ່ມີຫຼັກຖານຢືນຢັນຄວາມເກົ໋າແກ່ ຢ້ອນຫຼັງໄປດົນປະມານ 4.300 ປີ ຫຼື ຕັ້ງແຕ່ສະໄໝອາລິຍະທໍາເມໂສໂປເຕເມຍ ໃຫ້ເປັນມໍລະດົກໂລກທາງວັດທະນະທໍາ ໂດຍເມືອງແຫ່ງນີ້ ມີພື້ນທີ່ພຽງ 10 ຕາລາງກິໂລແມັດ ຕັ້ງຢູ່ແຄມຝັ່ງແມ່ນ້ໍາຢູເຟສຕິສ ຫ່າງຈາກນະຄອນຫຼວງແບກແດດ ລົງມາທາງພາກໃຕ້ປະມານ 85 ກິໂລແມັດ ອີກປະການໜຶ່ງບັນທຶກທາງປະວັດສາດບາງອັນ ລະບຸດ້ວຍວ່າ ອາເລັກຊານເດີມະຫາຣາຊແຫ່ງມາຊິໂດເນຍສະຫວັນຄົດ ທີ່ເມືອງບາບີໂລນ ໃນໄລຍະ 332 ປີກ່ອນ ຄສ.

ในภาพอาจจะมี ต้นพืช, ท้องฟ้า และสถานที่กลางแจ้ง

ในภาพอาจจะมี สถานที่กลางแจ้ง

ຢ່າງໃດກໍ່ຕາມ ລາຍງານຂອງຢູເນສໂກ ລະບຸດ້ວຍວ່າ ສະພາບຂອງເມືອງບາບິໂລນ ເສື່ອມໂຊມຫຼາຍ ນັບຕັ້ງແຕ່ສົງຄາມໃນສະໄໝອະດີດປະທານາທິບໍດີຊັດດໍາ ຮຸສເຊັນ ເຊິ່ງມີການກໍ່ສ້າງໃນເມືອງນ້ອຍແຫ່ງນີ້ ເພິ່ມຕື່ມອີກ ແລະ ການທີ່ສະຫະລັດຍົກກອງທັບຊຸດໃຫຍ່ເຂົ້າມາ ເມື່ອປີ 2003  ຈຶ່ງຈໍາເປັນຕ້ອງໄດ້ຮັບການຟື້ນຟູບູລະນະຢ່າງເລັ່ງດ່ວນ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ອີກປະການໜຶ່ງ ນອກຈາກເມືອງບາບິໂລນແລ້ວ ໃນວັນດຽວກັນທີ່ປະຊຸມຂອງຢູເນສໂກ ຍັງຂຶ້ນທະບຽນສະຖານທີ່ສໍາຄັນອີກ 34 ແຫ່ງ ລວມເຖິງໃນບຣາຊິລ, ບູກິນາຟາໂຊ ແລະ ອານບານີ ເຂົ້າສູ່ໃນກຸ່ມທັງມໍລະດົກໂລກທາງວັດທະນະທໍາ ແລະ ມໍລະດົກໂລກທາງທໍາມະຊາດ ເຊິ່ງການປະຊຸມຄັ້ງນີ້ ຈະມີຂຶ້ນຈົນເຖິງ ວັນທີ 10 ກໍລະກົດ ນີ້.

ในภาพอาจจะมี ผู้คนกำลังยืน และสถานที่กลางแจ้ง