ກຽມຕົວສະໜັກ! ວິທະຍາໄລສິລະປະ ເປີດຮັບນັກສຶກສາຊຸດໃໝ່ແລ້ວ

226

ຂ່າວດີ! ສຳລັບນ້ອງໆທີ່ມັກຮັກໃນອາຊີບຄູສາຍການສະແດງ, ການຟ້ອນ, ຮ້ອງເພງ ຫຼື ມັກຮັກໃນການແຕ້ມຮູບ ແລະ ມີຈຸດປະສົງຢາກສຶກສາຕໍ່ຢູ່ວິທະຍາໄລສິລະປະສຶກສາ ປັດຈຸບັນທາງວິທະຍາໄລໄດ້ເປີດຮັບສະໝັກນັກສຶກສາໃໝ່ປະຈຳສົກຮຽນ 2019-2020 ແລ້ວ ເຊິ່ງເປີດຮັບຄໍາຮ້ອງນັບແຕ່ວັນທີ 8 ກໍລະກົດ ຫາ ວັນທີ 2 ສິງຫາ 2019 ແລະ ສອບເສັງໃນວັນທີ 12-16 ສິງຫາ 2019ນີ້.

 

 

ວິທະຍາໄລສິລະປະ ກົມພາລະສຶກສາ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະ ກິລາແຈ້ງມາຍັງນັກຮຽນ-ນັກສຶກສາ ທີ່ມີຈຸດປະສົງຈະສະໝັກເຂົ້າຮຽນທີ່ວິທະຍາໄລສິລະປະສຶກສາ ໃນສົກຮຽນ 2019-2020 ເຊິ່ງມີລາຍລະອຽດດັ່ງນີ້:

ປະລິນຍາຕີຄູສິລະປະສາດ (12+4) ຮຽນລວມ (ສາຍສິລະປະດົນຕີ ແລະ ສາຍສິລະປະກຳ); ຊັ້ນສູງຄູສິລະປະສຶກສາ (12+2) ແຍກສາຍຮຽນ (ສາຍສິລະປະດົນຕີ ແລະ ສາຍສິລະປະກຳ)

 

 

ສະເພາະເງື່ອນໄຂຂອງຜູ້ສະໝັກ: ຕ້ອງເປັນຜູ້ທີ່ມີລັກສະນະຫຼັກໝັ້ນໃນການເມືອງໜັກແໜ້ນ; ຮັກຊາດ, ຮັກວັດທະນະທຳ ແລະ ມັກຮັກໃນອາຊີຄູ; ເປັນຜູ້ປອດສິ່ງເສບຕິດ ແລະ ບ9ເຄີຍຖືກປະຕິບັດວິໄນໃນສະຖານທີ່ໃດໆມາກ່ອນ; ມີສຸຂະພາບຈິດ, ມີມະນຸດສະທຳ ແລະ ມີຄວາມດຸໝັ່ນໃນການສຶກສາຮໍ່າຮຽນ ແລະ ມີພອນສະຫວັນທາງດ້ານການຮ້ອງເພງ-ຟ້ອນ-ດົນຕີສາກົນ-ດົນຕີພື້ນເມືອງ ແລະ ສິລະປະກຳ (ການແຕ້ມຮູບລະບາຍສີ, ປັ້ນ, ສ້າງສັນ ແລະ ອື່ນໆ)

 

 

ເພດຍິງ ມີລວງສູງ 1.55 ແມັດຂຶ້ນໄປ (ຫ້າມບ່ອງຫູເກີນ 1 ຮູຂຶ້ນໄປ), ເພດຊາຍມີລວງສູງ 1.60 ແມັດ (ຫ້າມບ່ອງຫູ) ແລະ ບໍ່ມີລາຍສັກ. ສໍາລັບຜູ້ທີ່ຈະເຂົ້າສອບເສັງຮຽນຊັ້ນສູງ (ລະບົບ12+2) ຕ້ອງມີໃບປະກາສະນິຍະບັດຈົບ ມໍປາຍ ທີ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ໃບປະກາສະນິຍະບັດຈົບຊັ້ນກາງ ທີ່ກ່ຽວຂ້ອງ; ສ່ວນຜູ້ທີ່ຈະສອບເສັງເຂົ້າຮຽນຊັ້ນປະລິນຍາຕີ (ລະບົບ 12-4) ຕ້ອງມີໃບປະກາສະນິຍະບັດຈົບ ມໍປາຍ ຖືກຕ້ອງຕາມລະບຽບກົດໝາຍ ຫຼື ຊັ້ນສູງທີ່ກ່ຽວຂ້ອງ.

ສຳລັບວິຊາສອບເສັງ ແມ່ນມີພາກທິດສະດີ ເຊິ່ງປະຕິບັດຕາມແຈ້ງການຂອງກົມສ້າງຄູ, ສ່ວນພາກວິຊາສະເພາະລະບົບຊັ້ນສູງ ລະບົບ (12+2) ສາຍສິລະປະດົນຕີ ວິຊາສອບເສັງ: ໂ້ອນ ແລະ ຮ້ອງເພງ; ຊັ້ນສູງລະບົບ (12+2) ສາຍສິລະປະກຳ ວິຊາສອບເສັງ: ແຕ້ມຮູບເໝືອນ ແລະ ແຕ້ມຮູບປະດັບປະດາ. ສຳລັບຊັ້ນປະລິນຍາຕີ ລະບົບ (12+4) ຮຽນລວມ ວິຊາສອບເສັງ: ຮ້ອງເພງ, ຟ້ອນ, ແຕ້ມຮູບເໝືອນ ແລະ ແຕ້ມຮູບປະດັບປະດາ.

 

 

ໄລຍະເວລາສອບເສັງແມ່ນເລີ່ມເປີດຮັບຄຳຮ້ອງແຕ່ວັນທີ 8 ກໍລະກົດ 2019 ຫາ ວັນທີ 2 ສິງຫາ 2019; ປິດຮັບຄຳຮ້ອງໃນວັນທີ 5 ສິງຫາ ແລະ ສອບເສັງໃນວັນທີ 12-16 ສິງຫາ 2019. ປະກາດຜົນສອບເສັງໃນວັນທີ 26 ສິງຫາ 2019. ສະຖານທີ່ສອບເສັງຢູ່ວິທະຍາໄລສິລະປະສຶກສາ ຮ່ອມ 24 ບ້ານສີບຸນເຮືອງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

     ໝາຍເຫດ: ໃຫ້ກຽມຮູບຂະໜາດ 3X4 ມາພ້ອມ 2 ໃບ.