ຊາວສວນເມືອງແກ່ນທ້າວເຈັບເສັ້ນ ບົ້ງຝູງກິນສາລີໝົດ 400 ເຮັກຕາ

37

ໄຊຍະບູລີ ເປັນແຂວງໜຶ່ງທີ່ມີທ່າແຮງໃນການຜະລິດເພື່ອສົ່ງອອກ ໂດຍສະເພາະແມ່ນສາລີ, ມັນຕົ້ນ ແລະ ອື່ນໆ ເຊິ່ງສິນຄ້າເຫຼົ່ານັ້ນເປັນສິນຄ້າສົ່ງອອກຫຼັກຂອງແຂວງ ແລະ ມີຍອດສົ່ງອອກຈຳນວນຫຼາຍໃນແຕ່ລະປີ ເນື່ອງຈາກໄຊຍະມີຫຼາຍເມືອງທີ່ມີຊາຍແດນຕິດຈອດກັບລາຊະອານາຈັກໄທ ແຕ່ມາຮອດປັດຈຸບັນມີຫຼາຍເມືອງ ພ້ອມດ້ວຍຜົນລະປູກ ແລະເນື້ອທີ່ຫຼາຍພັນເຮັກຕາຖືກບົ້ງຝູງສາລີທຳລາຍຢ່າງໜັກ, ຫຼ້າສຸດ ຢູ່ເມືອງແກ່ນທ້າວເສຍຫາຍແລ້ວ 400 ກວ່າເຮັກຕາ.

 

 

ເມືອງແກ່ນທ້າວ ເປັນເມືອງໜຶ່ງທີ່ຊາວກະສິກອນໄດ້ຮັບຜົນກະທົບຈາກບົ້ງຝູງກິນສາລີຫຼາຍສົມຄວນ ຕາມລາຍງານໃນວັນທີ 2 ກໍລະກົດ 2019 ຜ່ານມານີ້ຫຼັງຈາກທີ່ທ່ານ ອໍາຄາ ລັດສະໝີ ວ່າການເຈົ້າເມືອງແກ່ນທ້າວ ໄດ້ລົງຕິດຕາມການລະບາດຂອງບົ້ງຝູງກິນສາລີຢູ່ເຂດຫ້ວຍເລິກ-ວັງປາ ແລະ ເຂດບ້ານໜອງໃຫ້ຮູ້ວ່າ: ປັດຈຸບັນເມືອງແກ່ນທ້າວໄດ້ຮັບຜົນກະທົບແລ້ວ 1.000 ກວ່າຄອບຄົວ, ເນື້ອທີ່ 900 ກວ່າເຮັກຕາ ເສຍຫາຍ 400 ກວ່າເຮັກຕາ. ໃນນີ້ ເທດສະບານເມືອງໄດ້ຮັບຜົນກະທົບຈໍານວນ 9 ຄອບຄົວ, ເນື້ອທີ່ 10 ເຮັກຕາກວ່າ; ກຸ່ມບ້ານນາຫີນໄດ້ຮັບຜົນກະທົບ 70 ກວ່າຄອບຄົວ, ເນື້ອທີ່ 40 ກວ່າເຮັກຕາ, ເສຍຫາຍຫຼາຍກວ່າ 20 ເຮັກຕາ; ເຂດປາກແຄມໄດ້ຮັບຜົນກະທົບ 80 ກວ່າຄອບຄົວ, ເນື້ອທີ່ 49 ກວ່າເຮັກຕາ, ເສຍຫາຍ 19 ກວ່າເຮັກຕາ.

 

 

ເຂດຫ້ວຍເລິກ-ວັງປາໄດ້ຮັບຜົນກະທົບ 500 ກວ່າຄອບຄົວ, ເນື້ອທີ່ 580 ກວ່າເຮັກຕາ, ເສຍຫາຍ 360 ກວ່າເຮັກຕາ, ເຂດບ້ານໜອງໄດ້ຮັບຜົນກະທົບ 380 ກວ່າຄອບຄົວ, ເນື້ອທີ່ 170 ກວ່າເຮັກຕາ, ເສຍຫາຍ 17 ເຮັກຕາກວ່າ, ເຂດດອນເມນໄດ້ຮັບຜົນກະທົບ 90 ກວ່າຄອບຄົວ, ເນື້ອທີ່ 50 ກວ່າເຮັກຕາ, ເສຍຫາຍ 25 ເຮັກຕາກວ່າ ແລະ ເຂດເວີນຄໍາໄດ້ຮັບຜົນກະທົບ 3 ຄອບຄົວ, ເນື້ອທີ່ 2 ເຮັກຕາກວ່າ.

 

 

ນອກນັ້ນ, ຍັງມີສວນມັນຕົ້ນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງອີກ ຈຳນວນ 2.500 ກວ່າຄອບຄົວ, ເນື້ອທີ່ຫຼາຍກວ່າ 2.500 ເຮັກຕາ, ເສຍຫາຍ 1.000 ກວ່າເຮັກຕາ, ຜົນກະທົບຈາກເພ້ຍແປ້ງ 260 ກວ່າຄອບຄົວ, ເນື້ອທີ່ 100 ກວ່າເຮັກຕາ, ເສຍຫາຍ 35 ເຮັກຕາກວ່າ, ຜົນກະທົບຈາກເຊື້ອລາ 80 ກວ່າຄອບຄົວ, ເນື້ອທີ່ 17 ເຮັກຕາກວ່າ, ເສຍຫາຍ 17 ເຮັກຕາກວ່າ.

 

 

ຕໍ່ກັບຜົນກະທົບດັ່ງກ່າວທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ສົ່ງພະນັກງານວິຊາການລົງຕິດຕາມເຝົ້າລະວັງ, ສະກັດກັ້ນ ຄວບຄຸມການແຜ່ລະບາດ ແລະ ທໍາລາຍບົ້ງໃນສວນສາລີ ຊ່ວຍຊາວກະສິກອນແລ້ວ.