ທ່ຽວ “ຕາດຟານ” ຊົມຄວາມງາມນໍ້າສອງສາຍໄຫຼຜ່ານໜ້າຜາສູງຊັນ

219

ເມືອງປາກຊ່ອງ ແຂວງຈໍາປາສັກ ຖືເປັນເມືອງທີ່ຂຶ້ນຊື່ລືນາມໃນການປູກກາເຟ ແລະເປັນເມືອງທີ່ມີແຫຼ່ງທ່ອງທ່ຽວສວຍງາມຫຼາຍບ່ອນ ບໍ່ວ່າຈະເປັນສວນກາເຟ, ແຫຼ່ງທ່ອງທ່ຽວທາງທໍາມະຊາດ ວັດທະນະທໍາ ລວມເຖິງວິຖີຊີວິດປະຊາຊົນທີ່ອາໄສຢູ່.

ສໍາລັບໃຜທີ່ມີແຜນໄປທ່ອງທ່ຽວໃນທ້າຍອາທິດນີ້ ເມືອງປາກຊ່ອງມີຫຼາຍຢ່າງທີ່ທ່ານຄວນໄປສໍາຜັດເດີ້ ໂດຍສະເພາະ ການໄປຊົມທໍາມະຊາດໃນຍາມຝົນທີ່ຕາດຟານ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງຈໍາປາສັກ ຫ່າງຈາກຕົວເມືອງປາກເຊ ຕາມເສັ້ນທາງເລກທີ 16 ປາກເຊ – ປາກຊ່ອງ ປະມານ 38 ກິໂລແມັດ ເມື່ອຮອດບ້ານຫຼັກ 38 ກໍ່ຈະມີທາງລ້ຽວ ຂວາມືເຂົ້າໄປອີກ 1 ກິໂລແມັດ ກໍ່ເຖິງ ເຊິ່ງສາມາດນໍາພາຫະນະເຂົ້າ – ອອກໄປມາສະດວກ.

ນ້ຳຕົກຕາດຟານ ຫຼື ມີອີກຊື່ໜຶ່ງວ່ານ້ຳຕົກດົງຫົວສາວ ( ເພາະວ່າມີທີ່ຕັ້ງຢູ່ພູພຽງບໍລະເວນໃນເຂດປ່າສະຫງວນດົງຫົວສາວ ) ຈຸດເດັ່ນກວ່ານ້ຳຕົກອື່ນແມ່ນມີສາຍນ້ຳສອງສາຍທີ່ໄຫຼລົງມາຈາກໜ້າຜາທີ່ມີຄວາມສູງເຖິງ 150 – 200 ແມັດ ເຊິ່ງມີຄວາມສູງຈາກໜ້ານໍ້າທະເລສະເລ່ຍປະມານ 1.000 ແມັດ ສາຍນໍ້າທີ່ໄຫຼຢູ່ທາງເບື້ອງຊ້າຍນັ້ນໄຫຼມາຈາກຫ້ວຍຜັກກູດສວນສາຍນ້ຳທີ່ໄຫຼລົງມາທາງຂວາ ເປັນສາຍນ້ຳທີ່ໄຫຼລົງມາຈາກເຂດປ່າສະຫງວນແຫ່ງຊາດດົງຫົວສາວຄື: ຫ້ວຍຈຳປີ ຫຼື ນ້ຳຈືບ.

ສາຍນ້ຳທັງສອງໄຫຼຜ່ານໜ້າຜາທີ່ສູງຊັນລົງສູ່ຫຼຸບເຫວເລິກແລ້ວໄຫຼລວມກັນກາຍເປັນສາຍນ້ຳໜຶ່ງເອີ້ນວ່າ “ຫ້ວຍບັງລຽງ” ທີ່ໄຫຼຜ່ານປ່າດົງລອດທາງເລກທີ 13 ລົງສູ່ນໍ້າຂອງຢູ່ທາງທິດໃຕ້ ຂອງເມືອງປາກເຊ ຄວາມງາມຂອງນ້ຳສອງສາຍເທສາດຢາຍລົງຈາກໜ້າຜາສົ່ງສຽງສາດຊ່າໜ້າສະອອນກາຍເປັນລະອອງອາຍໄປຕາມກະແສລົມທີ່ພັດຜ່ານເປັນພາບທີ່ຄ້າຍຄືກັບທະເລໝອກທີ່ແສນອອນຊອນເມື່ອຍາມແສງແດດສ່ອງໃສ່ນ້ຳກະທົບໃສ່ຫີນກໍ່ເກີດເປັນສາຍຮຸ້ງຮຸ່ງກະຈາຍ ເຊິ່ງເປັນພາບທີ່ໜ້າຫຼົງໄຫຼຊວນຊົມພ້ອມສາຍລົມເຢັນທີ່ພັດຜ່ານຕະຫຼອດເວລາ.

ນ້ຳຕົກຕາດຟານ ເປັນນ້ຳຕົກຕາດທີ່ເກີດຈາກການໄຫຼມາລວມກັນຂອງສາຍນ້ຳ ເຊິ່ງໄຫຼຕະຫຼອດປີ, ອ້ອມຮອບນ້ຳຕົກຕາດຟານ ຈະເຕັມໄປດ້ວຍປ່າໄມ້ນາໆພັນອັນສົມບູນຂຽວກະຈີສວຍງາມດຶງດູດທຸກຄົນທີ່ໄດ້ໄປເຫັນ ພາຍໃນບໍລິເວນດັ່ງກ່າວ ຍັງມີຕາດຟານຣີສອດ ຕິດຂອບນ້ຳຕົກຕາດຟານ ໄວ້ສຳລັບທ່ານທີ່ມັກສະຖານທີ່ພັກຜ່ອນແບບຣີສອດທຳມະຊາດລາວໃຕ້ໄດ້ນອນຟັງສຽງນ້ຳຕົກອີກ.

ບັນຍາກາດໂດຍຮອບເຂດນ້ຳຕົກຕາດຟານນັ້ນອາກາດຊຸ່ມຊື່ນໜາວເຢັນຕະຫຼອດປີ ເປັນນ້ຳຕົກທີ່ງາມທີ່ສຸດ ແລະ ສູງທີ່ສຸດໃນແຂວງຈຳປາສັກ ສະຖານທີ່ເໝາະແກ່ການພັກຜ່ອນທ່າມກາງທຳມະຊາດ.

ນ້ຳຕົກຕາດຟານ ມີຄວາມເປັນມາທີ່ຊາວບ້ານເລົ່າຂານກັນມາແຕ່ສະໄໝກ່ອນວ່າມີນາຍພານຄົນໜຶ່ງມັກອອກໄປລ່າສັດຢູ່ເຂດບໍລິເວນນີ້ເປັນປະຈຳ, ມື້ໜຶ່ງໃນຂະນະທີ່ກຳລັງລ່າສັດຢູ່ນາຍພານໄດ້ພົບເຫັນຟານໂຕໜຶ່ງເລີຍໃຊ້ປືນຍິງຟານດັ່ງກ່າວຈຶ່ງກະໂດດໜີດ້ວຍຄວາມເຈັບປວດເຮັດໃຫ້ຟານໂຕນັ້ນຕົກລົງສູ່ສາຍນ້ຳຕົກແຫ່ງນີ້ລົງສູ່ກົ້ນເຫວເລິກ; ຕັ້ງແຕ່ນັ້ນມາຊາວບ້ານໃນບໍລິເວນນີ້ຈຶ່ງພາກັນເອີ້ນວ່າ: “ ນ້ຳຕົກຕາດຟານ ”.