ສາຍຮອບພິເສດຮູບເງົາ “ໄຂ່ຂວັນ ມື້ຮັກໝົດໃຈ” ທີ 10 ຕຸລາ

168

ນັບວ່າເປັນກະແສ ມາແຮງຕັ້ງແຕ່ຕອນປ່ອຍຕົວຢ່າງຮູບເງົາອອກມາເລີຍ ກັບຮູບເງົາໄຂ່ຂວັນ ມື້ຮັກໝົດໃຈ ຈະເຂົ້າສາຍຮອບພິເສດ ກ່ອນມື້ສາຍຢ່າງເປັນທາງການ 1 ມື້ ເວລາ 19:00 ໂມງແລງ ໃນວັນທີ 10 ກໍລະກົດ ຮອບດຽວ ຢູ່ທີ່ Major Cineplex ວຽງຈັນເຊັນເຕີ້ ໂຮງດຽວເທົ່ານັ້ນວ້າວໆແບບນີ້ແຟນໆຄົງເຕັມໂຮງແນ່ນອນ…

ເຊິ່ງຮູບເງົາເລື່ອງນີ້ທາງຜູ້ສ້າງບອກແຕ່ວ່າເປັນຮູບເງົາກ່ຽວກັບຄວາມຮັກແບບລາວໆ ທີ່ໄດ້ຂົນກອງໄປຖ່າຍທຳເຖິງ 8 ແຂວງ ໃນປະເທດລາວເລີຍ… ມີນັກສະແດງນໍາຄື ລູກນໍ້າ ທິດາລັດ ວົງສິລິ ຊຸບເປີສະຕາລາວທີ່ມີຊື່ສຽງໂດ່ງດັງຢູ່ຕອນນີ້ ຮ່ວມສະແດງຄູ່ກັບພະເອກໜຸ່ມຄື ຕ໋ອງ – ອາທິດອຸໄທ ວົງໄຊຊະນະ ວົງ Idolz.

ເປັນການສ້າງຂອງ ລາວ ນີວເວບ ຊິເນມາ ໂປຣດັກຊັນ ຜູ້ກຳກັບແມ່ນ ອານິໄຊ ແກ້ວລາ ຮ່ວມກັບ ພອນສະຫວັນ ແສງພະຈັນ (ລຸງໜວດ) ແລະ ລີ ພົງສະຫວັນ ເຊິ່ງແຕ່ລະຄົນຕ່າງກໍ່ເປັນຜູ້ທີ່ມີຊື່ສຽງໃນວົງການບັນເທີງລາວຢູ່ແລ້ວ.

ແລະ ເລື່ອງເຕັມຈະເປັນແນວໃດກຽມໄປຊົມໄດ້ເລີຍ…