ເດືອນ ພຶດສະພາ ມູນຄ່າການຄ້າລາວບັນລຸ 900 ກວ່າລ້ານໂດລາ ແຕ່ຍັງຂາດດຸນ

39

ພຶດສະພາ (5) ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 942,66 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 389,78 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 553,38 ລ້ານໂດລາສະຫະລັດ ເຊິ່ງລາວຍັງຂາດຂາດດຸນການຄ້າກັບຕ່າງປະເທດປະມານ 164,09 ລ້ານໂດລາສະຫາລັດ.

 

ພາບປະກອບຂ່າວ

 

ໃນນີ້, ສປປ ລາວ ສົ່ງອອກສິນຄ້າປະກອບມີແຮ່ທອງ 58,91 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 39,74 ລ້ານ ໂດລາສະຫະລັດ, ໝາກກ້ວຍ 16,10 ລ້ານ ໂດລາສະຫະລັດ, ເຫຍື່ອໄມ້ ແລະ ເຫຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ 15,07 ລ້ານ ໂດລາສະຫະລັດ, ​ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ 21,03, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດື່ມຊູກໍາລັງ) 23,02 ລ້ານ ໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 14,95 ລ້ານໂດລາສະຫະລັດ, ມັນຕົ້ນ 3,62 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 19,22 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 17,57 ລ້ານໂດລາສະຫະລັດ ແລະ ກາເຟ (ບໍ່ທັນປຸງແຕ່ງ) 11,02 ລ້ານໂດລາສະຫະລັດ ແລະ ສິນຄ້າອື່ນໆ

 

ພາບປະກອບຂ່າວ

 

ສ່ວນໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ 42,43 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 27,75 ລ້ານ ໂດລາສະຫະລັດ,​ ນໍ້າມັນກາຊວນ 57,96 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 47,63 ລ້ານ ໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 48,44 ລ້ານ ໂດລາສະຫະລັດ, ເຄື່ອງດື່ມຊະນິດຕ່າງໆ 26,48 ລ້ານ ໂດລາສະຫະລັດ, ຊີ້ນສ່ວນອາໄຫລ່ລົດ 18,66 ລ້ານ ໂດລາສະຫະລັດ, ນໍ້າມັນແອັດຊັງ 12,74 ລ້ານ ໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ 16,86 ລ້ານ ໂດລາສະຫະລັດ, ໄຟຟ້າ 4,92 ລ້ານ ໂດລາສະຫະລັດ ແລະ ອື່ນໆ.

 

ພາບປະກອບຂ່າວ

 

ສຳລັບ 10 ປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ: ຣາຊະອານາຈັກໄທ 104,31 ລ້ານ ໂດລາສະຫະລັດ,​ ສປ ຈີນ 130,95 ລ້ານໂດລາສະຫະລັດ, ສສ ຫວຽນນາມ 92,20 ລ້ານໂດລາສະຫະລັດ, ອິນເດຍ 15,07 ລ້ານໂດລາສະຫະລັດ, ຍີ່ປຸ່ນ 7,61 ລ້ານໂດລາສະຫະລັດ, ເຢຍລະມັນ 7,40 ລ້ານໂດລາສະຫະລັດ, ສ ອາເມລິກາ 1,47 ລ້ານໂດລາສະຫະລັດ, ຣາຊະອານາຈັກກໍາປູເຈຍ 2,29 ລ້ານໂດລາສະຫະລັດ, ອັງກິດ 1,90 ລ້ານໂດລາສະຫະລັດ,​ ແລະ ສິວິດເຊີແລນ 2,19 ລ້ານໂດລາສະຫະລັດ.

 

ในภาพอาจจะมี ท้องฟ้า, ต้นไม้, กลางคืน และสถานที่กลางแจ้ง

ພາບປະກອບຂ່າວ

 

10 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຣາຊະອານາຈັກໄທ 309,51 ລ້ານ ໂດລາສະຫະລັດ, ສປ ຈີນ 150,87 ລ້ານໂດລາສະຫະລັດ, ສສ ຫວຽດນາມ 52,48 ລ້ານໂດລາສະຫະລັດ, ຍີ່ປຸ່ນ 7,26 ລ້ານໂດລາສະຫະລັດ, ສ ເກົາຫຼີ 5,96 ລ້ານໂດລາສະຫະລັດ, ອິນໂດເນເຊຍ 1,56 ລ້ານໂດລາສະຫະລັດ, ສິງກາໂປ 1,30 ລ້ານໂດລາສະຫະລັດ, ເຢຍລະມັນ 1,02 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 2,24 ລ້ານໂດລາສະຫະລັດ,​ ແລະ ແບນຊິກ 1,60 ລ້ານໂດລາສະຫະລັດ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ພາບປະກອບຂ່າວ

 

ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal