ເບິ່ງຂໍ້ຫ້າມ! ກຳລັງ ປກສ ໃນການນຳໃຊ້ສື່ສັງຄົມອອນລາຍ

139

ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ແລະ ຄໍາສັ່ງຂອງກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍ ໃນກຳລັງປ້ອງກັນຄວາມສະຫງົບຂຶ້ນໃນວັນທີ 04 ກໍລະກົດ 2019 ຢູ່ສະໂມສອນກອງບັນຊາການ ປກສ ເມືອງແກ້ວອຸດົມ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັນໂທ ຄຳສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ເຂົ້າຮ່ວມມີນາຍ ແລະ ພົນຕຳຫຼວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານ ພັນໂທ ຄຳສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຂຶ້ນ ຜ່ານຂໍ້ຕົກລົງວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດເຊິ່ງປະກອບມີ 6 ໝວດ 21 ມາດຕາ ເຊິ່ງໃນຂໍ້ຫ້າມໄດ້ກຳນົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕ່າງໆຕໍ່ນາຍ ແລະ ພົນຕຳຫຼວດ.

ການເຜີຍແຜ່ເອກະສານຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈ ບັນດາເນື້ອໃນເອກະສານເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ແນໃສ່ຫຼຸດຜ່ອນຫາງສຽງວິພາກວິຈານຈາກສັງຄົມ ແລະ ກຸ່ມຄົນທີ່ບໍ່ຫວັງດີທັງນີ້ກໍ່ເພື່ອເຮັດໃຫ້ກຳລັງປ້ງກັນຄວາມສະຫງົບມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີແບບແຜນວິທີເຮັດວຽກ, ແບບແຜນວິທີນໍາພາທີ່ທັນສະໄໝ, ມີລະບຽບວິໃນເຂັ້ມງວດ ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ.

 

 

ເຊິ່ງບັນດາຂໍ້ຫ້າມປະກອບມີ: ຫ້າມເຜີຍແຜ່ ຫຼື ເປີດເຜີຍຂໍ້ມູນຂ່າວສານທາງລັດຖະການ, ຄວາມລັບ ແລະ ສິ່ງຕ່າງໆທີ່ພາໃຫ້ເຊື່ອມເສຍພາບພົດ, ບົດບາດຂອງກໍາລັງເປັນຕົ້ນແມ່ນເອກະສານລັບ, ຮູບພາບໃນເຄື່ອງແບບ, ພາບເຄື່ອນໄຫວວຽກງານ, ຂໍ້ຄວາມສຽງລົງຄໍາເຫັນທີ່ບໍ່ເໝາະສົມ ຫຼື ສົ່ງຕໍ່ຂໍ້ມູນດັ່ງກ່າວລົງສື່ເອເລັກໂຕນິກ, ສື່ສິ່ງພິມ ແລະ ດ້ວຍຮູບການອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ.

ຫ້າມນໍາໃຊ້ໜ້າທີ່ອອກ ແລະ ນໍາໃຊ້ປ້າຍລົດທີ່ບໍ່ຖືກຕ້ອງຕາມລະບຽບຫຼັກການ, ຫ້າມບໍ່ໃຫ້ວິ່ງເຕັ້ນເປັນໜາຍໜ້າ, ແຊກແຊງການແກ້ໄຂຂະດີ ແລະ ບັນຫາອື່ນທີ່ຜິດຕໍ່ລະບຽບຂອງກຳລັງປ້ອງກັນຄວາມສະງົບ; ຫ້າມນຳໃຊ້ອາວຸດ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະນາບຂູ່ ແລະ ເຄື່ອນໄຫວເຮັດສິ່ງບໍ່ດີລະເມີດລະບຽບກົດໝາຍ; ຫ້າມສ່ວຍໃຊ້ໜ້າທີ່ເອົາເງິນຂອງລັດ, ລວມໝູ່, ບຸກຄົນ ແລະ ຂອງກາງຄະດີ ເພື່ອມາເປັນຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທຳ; ຫ້າມນຳໃຊ້ເຄື່ອງແບບຂອງກຳລັງປ້ອງກັນຄວາມສະຫງົບເຄື່ອນໄຫວກິດຈະກຳຕ່າງໆທີ່ບໍ່ເໝາະສົມເປັນຕົ້ນແມ່ນ ເຂົ້າຮ້ານບັນເທິງ, ຫຼິ້ນການພະນັນ,ດື່ມສິ່ງມຶນເມົາທຸກປະເພດ ທັງນີ້ກໍ່ເພື່ອຮັບປະກັນໃນການກໍານົດລະບຽບການ ແລະ ມາດຕະການໃນການຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ ຮັບປະກັນໃຫ້ແກ່ຄວາມສະຫງົບສຸກຂອງປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປົກປັກຮັກສາບົດບາດກຽດສັກສີຂອງກຳລັງປ້ອງກັນຄວາມສະຫງົບ ສະມາຊິກພັກພະນັກງານໃນສະເພາະໜ້າ ແລະ ຍາວນານ.

 

 

ພ້ອມນັ້ນ, ໃນຄຳສັ່ງຂອງກະຊວງ ປກສ ຍັງຫ້າມໃຫ້ນາຍ ແລະ ພົນຕໍາຫຼວດຕົວະຍົວະ, ຫຼອກລວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ປັ່ນປ່ວນສ້າງຄວາມຂັດແຍ່ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງກຳລັງປ້ອງກັນຄວາມສະຫງົບ, ຫ້າມນາຍ ແລະ ພົນຕຳຫຼວດ ຖ່າຍຮູບນຸ່ງເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆເສີມແຕ່ງຮູບພາບ, ມີຄຳຄິດຄຳເຫັນທີ່ບໍ່ສ້າງສັນ, ປັ່ນປ່ວນໜິ່ນປະໝາດແຕະຕ້ອງເຖິງກຽດສັດສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮີດຄອງປະເພນີອັນດີງາມຂອງຊາດ ໂພສລົງເຟດບຸກ, ວ໋ອດແອັບ, ວີແຊັດ, ລາຍ, ຢູທູບ, ແລະ ສື່ສັງຄົມອອນລາຍອື່ນໆທີ່ຜິດຕໍ່ລະບຽບກົດໝາຍຂອງກຳລັງຢ່າງເດັດຂາດ

 

 

ຂໍ້ມູນ: ແຂວງວຽງຈັນອອນລາຍ – Viengchanh.com