ເມືອງປາກທາເຂັ້ມງວດ! ລົງກວດ ພ້ອມທຳລາຍສິນຄ້າເຊື່ອມຄຸນ ແລະ ໝົດອາຍຸ

62

ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຮ່ວມກັບຫ້ອງການສາທາເມືອງ ແລະ ໜ່ວຍງານເຕັກໂນໂລຊີປະຈຳເມືອງປາກທາ ແຂວງບໍ່ແກ້ວ ລົງກວດກາ ແລະ ທຳລາຍສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ ຈຳນວນຫຼາຍລາຍການ ລວມມູນຄ່າ 4 ແສນກວ່າກີບ.

 

 

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ກໍລະກົດ 2019 ຜ່ານມາຢູ່ຫ້ອງການສາທາລະນະສຸກເມືອງປາກທາ, ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ສີວິໄຊ ແສງຄະກຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ສຳລັບສິນຄ້າທີ່ມາທຳລາຍນັ້ນມີປະເພດ ໝີ່ຊ້າງນ້ອຍ, ນໍ້າແຈ່ວສຸກກີ້, ໃບແໜມ, ແປ້ງຟູ, ນໍ້າສະອີວແມັກກີ້, ເຂົ້າໜົມອົມ, ແປ້ງເດັກເບບີ້ມາຍ, ແປ້ງເດັກແຄ ແລະ ສະປາຍ ລວມມູນຄ່າທັງໝົດ 4 ແສນກວ່າກີບ.

 

 

ຈຸດປະສົງໃນການທຳລາຍສິນຄ້າທີ່ໝົດອາຍຸໃນຄັ້ງນີ້ ກໍ່ເພື່ອເປັນການປົກປ້ອງຜູ້ບໍລິໂພກຈາກສິນຄ້າທີບໍ່ມີຄຸນນະພາບ, ເຊື່ອມຄຸນທີ່ອາດຈະສົ່ງຜົນສະທ້ອນຕໍ່ສຸຂະພາບໃນໄລຍະສັ້ນກໍ່ຄືໄລຍະຍາວ ທັງເປັນການປູກຈິດສຳນຶກໃຫ້ພໍ່ຄ້າຊາວຂາຍບໍ່ໃຫ້ນຳເອົາສິນຄ້າທີ່ໝົດອາຍຸມາວາງຈຳໜ່າຍ ຖ້າຜູ້ຝ່າຝືນ ເມື່ອເຈົ້າໜ້າທີ່ກວດພົບເປັນຈະປະຕິບັດຕາມກົດໝາຍ.

 

 

ດັ່ງນັ້ນ, ທາງທາງທິມງານຈຶ່ງລົງກວດຕາມສະຖານທີ່ຕ່າງໆ ເປັນຕົ້ນແມ່ນລົງກວດພົບຢູ່ຕາມຕະຫຼາດ, ຮ້ານຂາຍເຄື່ອງຍ່ອຍໃນທົ່ວເທດສະບານເມືອງປາກທາ