ບໍລິສັດ ອິນເຕີເວຍ ບໍລິຫານອະສັງຫາລິມະຊັບ ປູກຕົ້ນໄມ້ 99 ຕົ້ນ ທີ່ສວນດອນຈັນ

154

ບໍລິສັດ ອິນເຕີເວຍ ບໍລິຫານອະສັງຫາລິມະຊັບ ( Intervia Real Estate Management Co.,Ltd ) ເຊິ່ງເປັນບໍລິສັດໃນເຄືອ ກຸ່ມບໍລິສັດ ໂຄລາວ ໄດ້ຈັດກິດຈະກຳປູກຕົ້ນໄມ້ 99 ຕົ້ນ ທີ່ເຂດພັດທະນາໂຄງການສວນດອນຈັນ ເຊິ່ງຈະເປັນແຫຼ່ງທ່ອງທ່ຽວໃໝ່ຂອງນະຄອນຫຼວງວຽງຈັນ ແລະ ຈະເຮັດໃຫ້ເຂດດັ່ງກ່າວປົກຫຸ້ມດ້ວຍສີຂຽວ.

ພິທີປູກຕົ້ນໄມ້ 99 ຕົ້ນ ມີຂຶ້ນໃນວັນທີ 29 ມິຖຸນາ 2019 ທີ່ເຂດພັດທະນາໂຄງການສວນດອນຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໂອ ເຊຢັງ  ປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ, ທ່ານ ປອ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ, ທ່ານ ນາງ ຖາວອນ ວົງສົມບັດ ປະທານບໍລິຫານ ກຸ່ມບໍລິສັດ ໂຄລາວ ພ້ອມດ້ວຍແຂກຈາກພາກລັດຖະບານ, ພະນັກງານໃນ ກຸ່ມບໍລິສັດ ໂຄລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ในภาพอาจจะมี 6 คน, คนที่ยิ้ม, ผู้คนกำลังยืน, ท้องฟ้า, สถานที่กลางแจ้ง และธรรมชาติ

ບໍລິສັດ ອິນເຕີເວຍ ບໍລິຫານອະສັງຫາລິມະຊັບ ເປັນບໍລິສັດໜຶ່ງໃນ ກຸ່ມບໍລິສັດ ໂຄລາວ ໄດ້ເປັນສ່ວນໜຶ່ງໃນການພັດທະນາສ້າງແຫຼ່ງທ່ອງທ່ຽວໃນເຂດແຄມແມ່ນໍ້າຂອງ ນັ້ນກໍຄື ໂຄງການສວນດອນຈັນ. ໂຄງການດັ່ງກ່າວຈະສົ່ງເສີມການທ່ອງທ່ຽວພັດທະນາແຄມແມ່ນໍ້າຂອງໃຫ້ກາຍເປັນສັນຍະລັກທີ່ມີເອກະລັກສະເພາະໃນຄວາມເປັນຊາດລາວ, ສາມາດຊ່ວຍດຶງດູດໃຫ້ນັກທ່ອງທ່ຽວມາທ່ອງທ່ຽວໃນປະເທດລາວຫຼາຍຂຶ້ນ ເວົ້າລວມ, ເວົ້າສະເພາະກໍແມ່ນເຮັດໃຫ້ນັກທ່ອງທ່ຽວມາສົນໃຈໃນການທ່ອງທ່ຽວໃນເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນ ແລະ ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເຫັນໄດ້ເຖິງຄວາມສໍາຄັນໃນການຮັກສາສິ່ງແວດລ້ອມ, ສ້າງພື້ນທີ່ສີຂຽວໃຫ້ຕົວເມືອງນະຄອນຫຼວງວຽງຈັນ, ປັບຄວາມສົມດຸນທາງທໍາມະຊາດໃຫ້ດີຂຶ້ນ ແລະ ເປັນແຫຼ່ງຮຽນຮູ້ປະເພດຕົ້ນໄມ້ຫາຍາກ.

ในภาพอาจจะมี 1 คน, สถานที่กลางแจ้ง

ທ່ານ ປອ. ຄໍາຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ ກ່າວວ່າ: ໂດຍໄດ້ຮັບການເຫັນດີ ແລະ ຕົກລົງຂອງນະຄອນຫຼວງວຽງຈັນ, ກຸ່ມບໍລິສັດ ໂຄລາວ ໄດ້ສໍາປະທານແຄມຕາຝັ່ງເຈື່ອນແຄມຂອງ ເລີ່ມແຕ່ຮູບປັ້ນເຈົ້າອານຸວົງ ລົງມາເຖິງ 3 ແຍກດອນຈັນ ມີຄວາມຍາວທັງໝົດ 1.050 ແມັດ, ຄວາມກວ້າງຈາກຕາຝັ່ງເຈື່ອນອອກໄປ 30 ແມັດ ເຊິ່ງພວກຂ້າພະເຈົ້າໄດ້ຂຸດຖົມ ແລະ ກໍ່ຝາກັນນ້ຳ ໂດຍການເຫັນດີຂອງບັນດາພະແນກການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ.

ในภาพอาจจะมี 9 คน, ผู้คนกำลังยืน, ท้องฟ้า, สถานที่กลางแจ้ง และธรรมชาติ

ໂຄງການນີ້ໄດ້ມອບໃຫ້ ບໍລິສັດ ອິນເຕີເວຍ ບໍລິຫານອະສັງຫາລິມະຊັບ ເປັນບໍລິສັດໜຶ່ງທີ່ຂຶ້ນກັບ ກຸ່ມບໍລິສັດ ໂຄລາວ ເປັນຜູ້ພັດທະນາເຂດດັ່ງກ່າວໃຫ້ກາຍເປັນເຂດທ່ອງທ່ຽວ.

ເຂດພັດທະນາໂຄງການສວນດອນຈັນ ຈະໄດ້ສ້າງໃຫ້ເປັນ 3 ເຂດລວມ ຄື: ເຂດເບື້ອງເທິງ ແລະ ເບື້ອງໃຕ້ ເປັນເຂດອະເນກປະສົງ, ເຂດຕິດກັບເບື້ອງເທິງເປັນສະຖານທີ່ຂາຍເຄື່ອງທີ່ລະນຶກ ແລະ ບ່ອນພັກຜ່ອນຢ່ອນອາລົມ, ເຂດຕິດກັບເບື້ອງໃຕ້ແມ່ນເຂດປະຕິມະກຳ 18 ແຂວງໃນລາວ.

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน, ท้องฟ้า, สถานที่กลางแจ้ง และธรรมชาติ

ໂດຍການປະຕິບັດຕາມການຊີ້ນຳລວມຂອງເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງສ້າງນະຄອນຫຼວງເປັນສີຂຽວ ແລະ ມີເຂດທ່ອງທ່ຽວທຳມະຊາດ ກຸ່ມບໍລິສັດ ໂຄລາວ ພວກຂ້າພະເຈົ້າຈຶ່ງໄດ້ຈັດກິດຈະກຳປູກຕົ້ນໄມ້ນີ້ຂຶ້ນ ເພື່ອເຮັດໃຫ້ກົມກຽວກັບທຳມະຊາດຂອງເຂດທ່ອງທ່ຽວແຄມຂອງ, ເຮັດໃຫ້ໂຄງການນີ້ກາຍເປັນຕົວແບບ ແລະ ມີຄວາມສວຍງາມທັງທຳມະຊາດ ແລະ ມີຄວາມໝາຍທາງປະຫວັດສາດ.

ในภาพอาจจะมี 15 คน, คนที่ยิ้ม, ผู้คนกำลังยืน, ต้นไม้, ท้องฟ้า, สถานที่กลางแจ้ง และธรรมชาติ

ຕົ້ນໄມ້ນຳມາປູກໃນຄັ້ງນີ້ໄດ້ເລືອກເອົາແນວພັນຕົ້ນໄມ້ທີ່ເປັນມຸງຄຸນ ຈຳນວນ 99 ຕົ້ນ ປະກອບມີ: ຕົ້ນໄມ້ຊົມພູພັນທິບ, ຕົ້ນສາທອນ, ຕົ້ນຈິກນໍ້າ, ຕົ້ນມັນປາ, ຕົ້ນຈໍາປາ, ຕົ້ນກະເດົາ, ຕົ້ນກະໂດນ, ຕົ້ນດູ່, ຕົ້ນຈານ, ຕົ້ນໝາກ, ຕົ້ນສີສຽດ, ຕົ້ນດອກກາງຂອງ, ຕົ້ນສົ້ມປ່ອຍ, ຕົ້ນສະເມັກ ແລະ ອື່ນໆ ເພື່ອເຮັດໃຫ້ເຂດດັ່ງກ່າວເປັນສີຂຽວກົມກືນກັບທຳມະຊາດຂອງແຄມຂອງ.

ในภาพอาจจะมี 12 คน, คนที่ยิ้ม, ผู้คนกำลังยืน, งานแต่งงาน, พื้นหญ้า, สถานที่กลางแจ้ง และธรรมชาติ