ໃນວັນທີ 3 ກໍລະກົດ 2019 ຜ່ານມາ, ເວລາປະມານ 13:30 ໂມງ ໄດ້ມີລົດຕູ້ສະຕາແລັກ, ໝາຍເລກທະບຽນ 2917 ກໍາແພງນະຄອນ ແລ່ນມາທາງເມືອງຕົ້ນເຜິ້ງ ມຸ້ງໜ້າໄປທາງເມືອງຫ້ວຍຊາຍ, ທາງເຈົ້າໜ້າທີ່ໜ່ວຍສະເພາະກິດທະຫານແຂວງເຫັນວ່າລົດຄັນດັ່ງກ່າວ ມີພິລຸດຜິດປົກະຕິ. ດັ່ງນັ້ນ, ທາງໜ່ວຍສະເພາະກິດຈຶ່ງໄດ້ທໍາການຕິດຕາມ ມາຮອດບ້ານນໍ້າເກິ່ງໃໝ່. ຈາກນັ້ນ, ເຈົ້າຂອງລົດຄັນດັ່ງກ່າວຮູ້ຕົວກ່ອນ ຈຶ່ງໄດ້ເອົາລົດເຂົ້າໄປຈອດໄວ້ຢູ່ໂຮຽນປະຖົມສົມບູນ ບ້ານນໍ້າເກິ່ງໃໝ່ ແລ້ວເອົາຕົວລົບໜີ.
ຈາກນັ້ນ, ທາງເຈົ້າໜ້າທີ່ໜ່ວຍສະເພາະກິດທະຫານແຂວງ ຈຶ່ງໄດ້ນໍາເອົາຄັນດັ່ງກ່າວ ຂຶ້ນມາກອງບັນຊາການທະຫານແຂວງ ເພື່ອທໍາການກວດຄົ້ນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄື: ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ອົງການໄອຍະການແຂວງ.
ຜ່ານການກວດຄົ້ນຈຶ່ງເຫັນວ່າລົດຄັນດັ່ງກ່າວມີຢາເສບຕິດປະເພດຢາໄອສ ຈໍານວນ 30 ເປົາ, ມີ 600 ຫໍ່, ລວມນໍ້າໜັກ 600 ກິໂລ, ສ່ວນເຈົ້າຂອງລົດທີ່ເອົາຕົວລົບໜີຢູ່ນັ້ນ ປັດຈຸບັນທາງເຈົ້າທີ່ຕໍາຫຼວດພວມດໍາເນີນການສຶບຄົ້ນຫາເພື່ອນໍາຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.