ສ່ອງ ມິມີ່ ສຸດທິດາ ນາງສາວລາວ 2018 ກັບຜົນງານໃໝ່ໆທີ່ໜ້າຕິດຕາມ

103

ມາຕິດຕາມການເຄື່ອນໄຫວ ສາວງາມຈາກແດນນາງຟ້າ ມິມີ່ ສຸດທິດາ ອານຸສິນ ນາງສາວລາວ 2018 miss laos 2018 ສາວສະຫວັນນະເຂດທີ່ບອກໄດ້ເລີຍວ່າ ຫຼັງຈາກຮັບຕໍາແໜ່ງ ມິມີ່ ກໍເດີນສາຍປະຕິບັດໜ້າທີ່ ເຄື່ອນໄຫວກິຈະກໍາຢູ່ຕະຫຼອດ

ກັບຫຼ້າສຸດ ມິມີ່ ໄດ້ຖ່າຍທໍາຜົນງານໃໝ່ ແຕ່ຍັງບໍ່ບອກເທື່ອເນາະວ່າເປັນຜົນງານຫຍັງ ໃຫ້ແຟນໆຖ້າຕິດຕາມພ້ອມກັນ ແຕ່ບອກເລີຍວ່າຜົນງານດັ່ງກ່າວບໍ່ທໍາມະດາແນ່ນອນ ຕາມຮູບພາບເລີຍ

ປັດຈຸບັນ ສຸດທິດາ ຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.
ມິມີ່ ຈົບການສຶກສາຈາກ ມຊ ລະດັບປະລິຍຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຄ້າ ແລະ ລະດັບຊັ້ນສູງ ສາຂາພາສາອັງກິດທົ່ວໄປ ທີ່ ວິທະຍາໄລ ໂລໂກສ.

ມິມີ່ ເປັນສາວງາມທີ່ມີຜິວຜັນງາມໃສ ແລະ ມິມີ່ໄດ້ບອກວ່າ: ມິມີ່ກິນອາຫານທີ່ມີປະໂຫຍດຄົບ 5 ຫມູ່, ຫລຸດການກິນອາຫານຈືນ ອາຫານມັນ, ອອກກໍາລັງກາຍອາທິດລະ 2-3 ຄັ້ງ ແລະ ພະຍາຍາມໃຫ້ຕົນເອງ ຖືກແດດໃນຕອນເຊົ້າ 3-5 ນາທີ ເພື່ອຮັບວິຕາມິນຈາກແດດ.

ສ່ວນເວລາຫວ່າງ ແມ່ນມັກເບິ່ງລາຍການຕ່າງປະເທດ, ຟັງເພງ, ເບິ່ງຫນັງ, ອອກໄປກັບຫມູ່,ອ້າຍ ເອື້ອຍ ແລະ ເຮັດກິດຈະກໍາຮ່ວມກັບຄົນໃນຄອບຄົວ.
ສັດທີ່ມັກ ແມ່ນ ຫມາ ແລະ ແມວ ເພາະ ເປັນສັດທີ່ຫນ້າຮັກ ມີຂົນນຸ້ມ ມັກໃກ້ຊິດກັບຄົນ ສ່ວນສັດທີ່ຢ້ານ ແມ່ນ ແມງມຸມ ເພາະມັນມີຫລາຍຂາເຫັນແລ້ວຂົນຫນາວລຸກ
ຝາກຕິດຕາມການເຄື່ອນໄຫວຜົນງານຕ່າງໆຂອງ ມິມີ່ ແນ່ເດີ້