ເມືອງຕົ້ນເຜິ້ງ! ສ້າງເສັ້ນທາງ 6 ກິໂລແມັດ ໃຊ້ງົບ 19 ຕື້ກວ່າກີບ

162

ໂຄງການກໍ່ສ້າງທາງຊອຍປູຢາງ 2 ຊັ້ນ ພາຍໃນເທດສະບານເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເຊິ່ງມີໄລຍະທາງທັງໝົດ 6 ກິໂລແມັດ ໃຊ້ງົບປະມານສູງເຖິງ 19 ຕື້ກວ່າກີບໂດຍເປັນທຶນຂອງລັດ 100% ມາຮອດປັດຈຸບັນສຳເລັດແລ້ວ 30%.

 

 

 

ທ່ານ ວົງເພັດ ທຳມະວົງໄຊ ຜູ້ຈັດການພາກສະໜາມ ຕາງໜ້າບໍລິສັດ ສິລິກອນ ສຳຫຼວດ – ອອກແບບ ແລະ ກໍ່ສ້າງຂົວທາງ ຜູ້ຮັບເໝົາໃຫ້ຮູ້ວ່າ: ການກໍ່ສ້າງທາງຊອຍປູຢາງ 2 ຊັ້ນ ໃນເທດສະບານເມືອງຕົ້ນເຜິ້ງ ມີຄວາມຍາວທັງໝົດຍາວ 6 ກິໂລແມັດ, ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງ 19 ຕື້ 332 ລ້ານກີບ, ເປັນທຶນຂອງລັດ 100% ມີໄລຍະການກໍ່ສ້າງ 18 ເດືອນ.

 

 

 

ໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 11 ພຶດສະພາ 2018, ມາຮອດປັດຈຸບັນສໍາເລັດແລ້ວ 30% ເຊິ່ງໜ້າວຽກປະກອບມີ: ການບຸກເບີກອະນາໄມແຄມທາງ, ຖົມດິນຍົກລະດັບໜ້າທາງ, ວາງທໍ່ລະບາຍນໍ້າ, ປັດຈຸບັນພວມຢູ່ໃນຂັ້ນຕອນການກໍ່ສ້າງຮ່ອງລະບາຍນໍ້າຂ້າງທາງ ກໍ່ດ້ວຍແຜ່ນເປຕົງ ແລະ ຫີນແຂງ, ເປັນທາງປູຢາງສອງຊັ້ນ.