ແຈ້ງເຕືອນ! ທົ່ວທຸກພາກ ກຽມຮັບມືກັບຝົນຕົກໜັກ ແລະ ລົມພັດແຮງຈາກພາຍຸມູນ (Mun)

84

ກ່ອນໜ້ານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດໂດຍທົ່ວໄປ ຂອງວັນທີ 03 ກໍລະກົດ 2019 ຜ່ານມາວ່າ: ພາຍຸເດເປຼຊັນ ຢູ່ທະເລຈີນໃຕ້ຕອນເໜືອໄດ້ເພີ່ມກໍາລັງແຮງຂຶ້ນກາຍເປັນ ພາຍຸມູນ (Mun) ຫົວທີ 4 ໃນປີ 2019, ມີທີ່ຕັ້ງຢູ່ບໍລິເວນເກາະໄຮໜານ ຈຸດສູນກາງຢູ່ເສັ້ນຂະໜານທີ 19.4 ອົງສາເໜືອ ແລະ ເສັ້ນແວງທີ 109.5 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ.

 

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວ

 

ຂະນະທີ່ ສະພາບອາກາດໂດຍທົ່ວໄປຂອງວັນທີ 04 ກໍລະກົດ 2019 (ມື້ນີ້) ພາຍຸມູນ (Mun) ຫົວທີ 4 ໃນປີ 2019, ເຊິ່ງໃນເວລາ 7 ໂມງເຊົ້າມື້ນີ້ໄດ້ເຄື່ອນຂຶ້ນໄປທາງພາກເໜືອຂອງປະເທດຫວຽດນາມ ປັດຈຸບັນ ມີຈຸດສູນກາງຢູ່ເສັ້ນຂະໜານທີ 20.8 ອົງສາເໜືອ ແລະ ເສັ້ນແວງທີ 106.2 ອົງສາຕາເວັນອອກ, ພວມເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

 

ในภาพอาจจะมี สถานที่กลางแจ้ง

ເປັນພຽງພາບປະກອບຂ່າວ

 

ການເຄື່ອນທີ່ຂອງພາຍຸຫົວນີ້, ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກຳລັງແຮງ ພັດປົກຄຸມຢູ່ເໜືອ ແລະ ພາກກາງຂອງປະເທດລາວຕື່ມອີກ ແລະ ຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

 

ในภาพอาจจะมี ท้องฟ้า, บ้าน และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ

 

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ, ເຊິ່ງຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ ໂດຍສະເພາະຢູ່ພາກເໜືອ ແລະ ພາກກາງ.

 

 

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ຂໍ້ມູນ: ກົມອຸຕຸນິຍົມ ແລະ ອຸທົກກະສາດ