ກວຕ – ມະຫາວິທະຍາໄລ ສັບພະວິຊາ ຮາໂນ້ຍ ລົງນາມຮ່ວມມືໃນຂົງເຂດຄອມພິວເຕີ ແລະ ເອເລັກໂຕຣນິກ

74

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ສປປ ລາວ ຮ່ວມກັບ ມະຫາວິທະຍາໄລ ສັບພະວິຊາ ຮາໂນ້ຍ     ສສ ຫວຽດນາມ ໄດ້ລົງນາມບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຄອມພິວເຕີ ແລະ ເອເລັກໂຕຣນິກ ເພື່ອເຮັດໃຫ້ວຽກງານດັ່ງກ່າວນັບມື້ມີການພັດທະນາຂຶ້ນໄປເລື້ອຍໆ.

ເນື້ອໃນລະອຽດຂອງບົດບັນທຶກດັ່ງກ່າວ, ທັງສອງຝ່າຍເຫັນດີຈະຮ່ວມມືກັນໃນຫຼາຍດ້ານ ເຊັ່ນ: 1). ການພັດທະນາອິນເຕີເນັດແຫ່ງສັບພະສິ່ງ ( IoT ) ຮ່ວມກັນຄົ້ນຄວ້າ ແລະ ພັດທະນາລະບົບການຄົມມະນາຄົມອັດສະລິຍະ ເພື່ອຮັບໃຊ້ການຄົມມະນາຄົມຂົນສົ່ງບົນພື້ນຖານເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ.

2). ຂົງເຂດປັນຍາປະດິດ ( AI ) ທັງສອງຝ່າຍຈະຮ່ວມກັນໃນການຄົ້ນຄວ້າ ແລະ ພັດທະນາລະບົບແປພາສາ ລາວ – ຫວຽດນາມ, ຫວຽດນາມ – ລາວ ດ້ວຍສຽງເວົ້າ ( Lao – Vietnam     Vietnam – Lao Speech translation system ).

3). ລະບົບຂໍ້ມູນພູມສາດ ( GIS ) ທັງສອງຝ່າຍຈະຮ່ວມກັນຄົ້ນຄວ້າ ແລະ ພັດທະນາເວັບໄຊ GIS ເພື່ອການວາງແຜນ ແລະ ພັດທະນາການຈັດສັນບ້ານ.

4). ລະບົບການບໍລິການສາທາລະນະ ( Public service ) ຈະໄດ້ຮ່ວມກັນຄົ້ນຄວ້າ ແລະ ພັດທະນາການຫັນການໃຫ້ບໍລິການວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງກະຊວງໃຫ້ແກ່ສັງຄົມດ້ວຍລະບົບອອນລາຍ.

ນອກຈາກນັ້ນ, ຍັງຈະໄດ້ມີການແລກປ່ຽນບົດຮຽນ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນລະດັບປະລິນຍາໂທ, ປະລິນຍາເອກ, ຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຂົງເຂດອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈໃນການຮ່ວມມື.

ພິທີເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ທ່ານ  ຄຳເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບ ທ່ານ ສຈ. ປອ. ຫວຽນ ວັນ ຄ໋າງ ຮອງຜູ້ອຳນວຍການມະຫາວິທະຍາໄລ ສັບພະວິຊາ ຮາໂນ້ຍ ສສ ຫວຽດນາມ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ    ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຮອງລັດຖະມົນຕີ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

[ ຂ່າວ: ສົມສະຫວິນ; ຮູບ: ບຸນທັນ ]