ການຫັນເປັນດິຈິຕອລ ຈະຊ່ວຍຫຼຸດຕົ້ນທຶນໃຫ້ແກ່ ຈວນກ

36

ການຫັນເປັນດິຈິຕອລ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( ຈວນກ ) ຖືກເລືອກເປັນຫົວຂໍ້ໃນການຈັດງານສະເຫຼີມສະຫຼອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງໃນພາກພື້ນ ແລະ ທົ່ວໂລກ ໃນການຫັນເຂົ້າສູ່ຍຸກດິຈິຕອລ.

ພິທີສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດຂຶ້ນໃນວັນທີ 2 ກໍລະກົດ 2019 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າແລະ ອຸດສາຫະກໍາແຫ່ງຊາດ, ມີບັນດາຕາງໜ້າກະຊວງ, ກົມອ້ອມຂ້າງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ກວມເອົາເຖິງ 99,8% ຂອງຫົວໜ່ວຍທຸລະກິດທັງໝົດ ສາມາດສ້າງວຽກເຮັດງານທໍາ ເຖິງ 82% ຂອງຈໍານວນແຮງງານທັງໝົດໃນຂະແໜງເສດຖະກິດ. ສຳລັບລາວເຮົາເຖິງແມ່ນວ່າ ຈວນກ ປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງວຽກເຮັດງານທຳ ແຕ່ພັດປະກອບສ່ວນພຽງແຕ່ 16% ຂອງ GDP ແລະ 12% ຂອງການສົ່ງອອກ.  ສະນັ້ນ, ການຫັນເປັນດິຈິຕອລ ໂດຍເລີ່ມຈາກການຊ່ວຍໃຫ້ ຈວນກ ສາມາດໃຊ້ອິນເຕີເນັດ ແລະ ເຕັກໂນໂລຊີທີ່ທັນສະໄໝໄດ້ຫຼາຍຂຶ້ນ ຈະຊ່ວຍຫຼຸດຕົ້ນທຶນໃຫ້ ຈວນກ ລາວ ກໍຄືຫຼຸດຜ່ອນຊ່ອງວ່າງນັ້ນໄດ້.

ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ການສະເຫຼີມສະຫຼອງວັນ ຈວນກ ຫຼື MSME ເລີ່ມຈັດມາແຕ່ປີ 2017 ພາຍຫຼັງທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບເລກທີ 71/279 ລົງວັນທີ 11 ເມສາ 2017 ກໍານົດເອົາວັນທີ 27 ມິຖຸນາຂອງທຸກໆປີ ເປັນວັນ ຈວນກ ສາກົນ. ສໍາລັບລາວເຮົາແມ່ນໄດ້ເລີ່ມສະເຫຼີມສະຫຼອງມາແຕ່ປີ 2018 ເຊິ່ງປີນີ້ແມ່ນຈັດຂຶ້ນເປັນປີທີ 2 ພາຍໃຕ້ຫົວຂໍ້ການຫັນເປັນດິຈິຕອລຂອງ MSME ເພື່ອໃຫ້ສອດຄ່ອງກັບທ່າອ່ຽງໃນພາກພື້ນ ແລະ ທົ່ວໂລກໃນການສົ່ງເສີມໃຫ້ ຈວນກ ຫັນເຂົ້າສູ່ດິຈິຕອລ ພ້ອມທັງຊຸກຍູ້ບົດບາດໃນການເປັນແຫຼ່ງກໍາເນີດທາງດ້ານນະວັດຕະກໍາໃໝ່ໆ.

ທ່ານ ຫຸມພັນ ໄຊຍະລາດ ເຈົ້າຂອງສິນຄ້າເສືອໂຄ່ງລຸຍໄຟ ຫຼື ໜັງຍໍາແຜ່ນຫຼວງພະບາງ ກ່າວວ່າ: ເມື່ອເວົ້າເຖິງຍຸກດິຈິຕອລ ແນ່ນອນວ່າທຸກຢ່າງມັນມີການປ່ຽນແປງໄວ ແລະ ທັນສະໄໝຂຶ້ນ. ດັ່ງນັ້ນ, ການເຮັດທຸລະກິດບໍ່ຈໍາເປັນຈະຕ້ອງເຮັດພຽງຢ່າງໃດຢ່າງໜຶ່ງເທົ່ານັ້ນ ຕ້ອງມີຫຼາຍຢ່າງເພື່ອກຽມພ້ອມຮັບມືກັບການປ່ຽນແປງທີ່ຈະເກີດຂຶ້ນຕະຫຼອດເວລາ ແຕ່ຄຽງຄູ່ກັນນັ້ນກໍຕ້ອງຄໍານຶງເຖິງປັດໄຈອ້ອມຂ້າງໃນການກ້າວເຂົ້າສູ່ທຸລະກິດໃດໜຶ່ງ ເປັນຕົ້ນແມ່ນສະພາບແວດລ້ອມອ້ອມຂ້າງ, ທ່າແຮງທີ່ສາມາດຕອບສະໜອງໄດ້ ແລະ ທີ່ສໍາຄັນຕ້ອງຄໍານຶງເຖິງການສະໜັບສະໜູນຂອງພາກລັດທີ່ພວມເລັ່ງໃສ່.

ໃນງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ປະກອບມີ 2 ກິດຈະກໍາຫຼັກ ຄື: ການສໍາມະນາໃນ 2 ຫົວຂໍ້ 1). ຄວາມສໍາຄັນ ແລະ ການກຽມພ້ອມນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ MSME ໃນຍຸກດິຈິຕອລ, 2). ໂອກາດ ແລະ ສິ່ງທ້າທາຍໃນການນໍາໃຊ້ການຄ້າທາງເອເລັກໂຕຣນິກເຂົ້າໃນການດໍາເນີນທຸລະກິດ MSME, ສ່ວນກິດຈະກໍາທີ 2 ແມ່ນຈັດວາງສະແດງຂໍ້ມູນ ແລະ ຜະລິດຕະພັນຂອງຫົວໜ່ວຍທຸລະກິດ ແລະ ພາກລັດຈໍານວນໜຶ່ງ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]