ຄັ້ງໜຶ່ງຕ້ອງລອງ!!ຕັ້ງແຄັມ ພັກຜ່ອນໃນປ່າສໍາຜັດອາກາດບໍລິສຸດ

149

ຍາມນີ້ພໍດີອາກາດດີ, ຝົນແດ່ແດດແດ່ ທຳມະຊາດປ່າໄມ້ໃບຫຍ້າຂຽວສົດງົດງາມ ຖ້າຈະຖືໂອກາດໄປຮັບເອົາອາກາດບໍລິສຸດຈັກຄັ້ງຄົງເປັນເລື່ອງທີ່ດີ ແບບວ່ານອນເຕັ້ນປີ້ງຊິ້ນປິ້ງມັນກິນສູດດົມອາກາດໄປນຳມີສຸກຈາກໃສເດຈະມາປຽບປານ.

ມື້ນີ້ແອັດມິນຈັດພິເສດສຳລັບຜູ້ທີ່ຢາກທ່ຽວປະຢັດບໍ່ກ່ຽວກັບການຊັອບປິ່ງນອນກິ້ງກາງຫາດ, ເຮົາມາແນະນໍາໜຶ່ງສະຖານທີ່ຕັ້ງແຄັມ ແບບຄັກສຸດໆ ເປັນສະຖານທີ່ທີ່ເໝາະກັບການພັກຜ່ອນແບບເປັນໝູ່ ເປັນແກ້ງ ຄອບຄົວ ຫຼື ຄົນຮັກກໍດີ ຕັ້ງຢູ່ທີ່ບ້ານຫ້ວຍຫ້ອມ ທາງໄປເມືອງສັງທອງ ນະຄອນຫຼວງວຽງຈັນນີ້ເອງ ກາຍວັດຖ້ຳພະໄປປະມານ 400 ແມັດ ຕິດທາງໃຫຍ່ເລີຍ ເປັນສະຖານທີແຄມປີ້ງ ພັກຜ່ອນແບບຄອບຄົວ ແລະ ຫມູ່ຄູ່ ກາງເຕັ້ນນອນຫຼິ້ນໃນປ່າ ທ່ານຈະໄດ້ສໍາຜັດກັບບັນຍາກາດຂອງປ່າໄມ້ທີ່ປອດໂປ່ງ ມີກິດຈະກຳເຮັດກິນຊຸມແຊວແບບສະບາຍໆໃນປ່າ ທີ່ສວນໄອດີກາເດັນ.

ທີ່ແອັດມິນບອກໄປນັ້ນ ເປັນໜຶ່ງສະຖານທີ່ຊົມທິວທັດທໍາມະຊາດຟ້າຫຼັງຝົນ ແດດອ່ອນໆຕ້ອງໃບໄມ້ອັນຂຽວກະຈີ ບອກໄດ້ເລີຍວ່າບັນຍາກາດດີ ວິວງາມ ເໝາະແກ່ການໄປພັກຜ່ອນ ຖ່າຍຮູບກັບມຸມໃໝ່ໆ ເຊິ່ງກໍຢູ່ບໍ່ໃກ້ບໍ່ໄກເລີຍແມ່ນບໍ່ລະ ວັນພັກຜ່ອນທ້າຍອາທິດນີ້ລອງໄປພັກຜ່ອນໄດ້ເລີຍຖ້າຝົນບໍ່ຕົກ.

ທີ່ນັ້ນມີເຕັ້ນໃຫ້ເຊົ່າອີກຫຼາຍຂະໜາດຕາມຕ້ອງການ, ທາງເຈົ້າຂອງເພິ່ນບອກວ່າ ຢູ່ພາຍໃນສວນມີຫ້ອງອາບນ້ຳ 2 ຫ້ອງ ແລະ ຫ້ອງສຸຂາ 2 ຫ້ອງ ມີຖ້ວຍຈານ, ເຄື່ອງຄົວໄວ້ໃຫ້ເຊົ່າ ແລະ ບໍລິການຂາຍເຄື່ອງດື່ມ ສ່ວນອາຫານແມ່ນລູກຄ້ານຳມາເຮັດກິນເອງໄດ້ເລີຍ.

ກາງຄືນກໍງາມ