ຕົກມື້ດຽວ! ເສັ້ນທາງຫຼາຍຈຸດຢູ່ ວິລະບູລີ ເປັນອຳມະພາດ

48

ຄືດັ່ງທີ່ຫຼາຍໆຄົນຮູ້ແລ້ວວ່າ ໄລຍະນີ້ເປັນໄລຍະລະດູຝົນ ແລະ ປະຊາຊົນຈຳນວນໜຶ່ງຍັງຮ້ອງຫາຝົນຢູ່ເພາະວ່າຝົນຕົກບໍ່ທົ່ວຟ້າ ແຕ່ທ່ານຮູ້ບໍ່ວ່າບ່ອນທີ່ຝົນລົງຫຼາຍ ຕະຫຼອດທັງເວັນທັງຄືນເຮັດໃຫ້ປະລິມານນໍ້າໄຫຼເຂົ້າຖ້ວມບ້ານເຮືອນຖະໜົນຫົນທາງ, ໄຮ່ນາຕາກ້າໝົດແລ້ວ ເຊິ່ງສ້າງຄວາມຫຍຸ້ງຍາກໃນການສັນຈອນໄປ-ມາ ແລະ ການດຳລົງຊີວິດຂອງປະຊາຊົນໃນເຂດດັ່ງກ່າວ.

 

 

 

ຫຼ້າສຸດ, ມີລາຍງານຈາກເມືອງວິລະບູລີ ແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 2 ກໍລະກົດ 2019 ເປັນຕົ້ນມາ, ຝົນເລີ່ມຕົກລົງມາທັງເວັນທັງຄືນ ສົ່ງຜົນເຮັດໃຫ້ລະດັບນ້ຳເຊ, ນ້ຳຫ້ວຍສາຍຕ່າງໆ ເພີ່ມລະດັບຂຶ້ນຢ່າງໄວວາລົ້ນຕາຝັ່ງ ໄຫຼເຂົ້າຖ້ວມເສັ້ນທາງການສັນຈອນຫຼາຍເສັ້ນ ເຮັດໃຫ້ການສັນຈອນຂອງປະຊາຊົນ ພົບກັບຄວາມຫຍຸ້ງຍາກ ໂດຍສະເພາະເສັ້ນທາງສາຍຫຼັກຫຼາຍເສັ້ນຢູ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ ໄດ້ຖືກນ້ຳໄຫຼຖ້ວມແລ້ວ ຄື:

 

 

 

ຈຸດທີ 1 ແມ່ນເສັ້ນທາງ 28 A ຫ້ວຍແຍ່ງ ບໍລິສັດຄູນໄຊ; ຈຸດທີ 2 ເສັ້ນທາງໄປບ້ານນໍ້າປະເຄນ ຫ້ວຍຄຽງ ແລະ ຈຸດທີ 3 ເສັ້ນທາງເລກທີ 10 ບ້ານຫ້ວຍຊວ້ານ ແລະ ຄາດວ່າອາດຈະສືບຕໍ່ຖ້ວມໃນຫຼາຍໆຈຸດ ຖ້າຝົນຍັງບໍ່ເຊົາຕົກ ເຊິ່ງໃນຂະນະນີ້ ຝົນຍັງຄົງສືບຕໍ່ຕົກຢູ່.

 

 

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພຝົນຕົກໜັກໃນລະຫວ່າງວັນທີ 02 ຫາ 05 ກໍລະກົດ 2019 ສະບັບເລກທີ 0895/ກອຕທ ລົງວັນທີ 01 ກໍລະກົດ 2019 ວ່າ: ໃນໄລຍະວັນທີ 02 ຫາ 05 ກໍລະກົດ 2019 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງ ຫາແຮງ ພັດປົກຄຸມຢູ່ຕອນໃຕ້ຂອງປະເທດ ສປ ຈີນ ແລະ ຈະມີກຳລັງແຮງເພີ່ມຂຶ້ນພັດຜ່ານເກາະໄຮໜານເຂົ້າສູ່ປະເທດ ສສ ຫວຽດນາມ ແລະ ຍັງຈະເພີ່ມກຳລັງແຮງຂຶ້ນຕື່ມປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງພາກ  ເໜືອ ຫາ ພາກກາງ ແລະ ພາກໃຕ້.

 

 

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້, ກໍ່ໃຫັ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີນທີ່ກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.

 

 

ຂໍ້ມູນ: News Vilabouly