ທະຫານແຂວງສາລະວັນ ສະຫຼຸບການຫັດແອບຮູບແຖວ – ຍຸດທະວິທີຊ້ອມຮົບ ຍິງລູກປືນແທ້

123

ໃນວັນທີ 1 ກໍລະກົດ 2019 ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງສາລະວັນ ໄດ້ສະຫຼຸບຖອດຖອນບົດຮຽນການອົບຮົມ – ຫັດແອບຮູບແຖວ – ຍຸດທະວິທີຊ້ອມຮົບຍິງລູກປືນແທ້ ປະຈຳປີ 2019 ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ, ມີບັນດາຄະນະພັກກອງບັນຊາການ, ຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ, ຄະນະບັນຊາກອງພັນ 17 ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນຕີ ບົວສອນ ບຸນທິສະຫວັດ ຫົວໜ້າພະແນກອົບຮົມຫ້ອງເສນາທິການທະຫານແຂວງ ໄດ້ຜ່ານບົດສະຫຼຸບການອົບຮົມຫັດແອບຮູບແຖວ – ຍຸດທະວິທີຊ້ອມຮົບຍິງລູກປືນແທ້ ໃຫ້ກອງພັນ 17 ປະຈຳປີ 2019 ພາຍຫຼັງທີ່ໄດ້ຮັບຄຳສັ່ງຈາກຂັ້ນເທິງ ຄະນະພັກ – ຄະນະບັນຊາໄດ້ມີຄວາມເອກະພາບກັນ ແລະ ແຕ່ງຕັ້ງບັນດາອະນຸກຳມະການກະກຽມທາງດ້ານເນື້ອໃນ, ແຜນງົບປະມານ ແລະ ສະຖານທີ່ອົບຮົມ – ຫັດແອບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນໄດ້ວ່າບັນດາກົມກອງກໍຄືຄະນະພັກ – ຄະນະບັນຊາ ຕະຫຼອດຮອດພະນັກງານ – ນັກຮົບມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ອັນທີ່ພົ້ນເດັ່ນແມ່ນການປະຕິບັດບັນດາມະຕິຄຳສັ່ງຂອງຂັ້ນເທິງວາງອອກ, ການປະຕິບັດຂໍ້ກຳນົດກົດລະບຽບຢູ່ພາກສະໜາມແມ່ນມີຄວາມເຂັ້ມງວດ, ການປະຕິບັດໂມງເວລາຫັດແອບຂອງພະນັກງານ – ນັກຮົບແມ່ນຖ່ວງທັນຕາມເວລາ, ຮັກສາໄດ້ຄວາມສາມັກຄີພາຍໃນ – ພາຍນອກແໜ້ນໜາ ເຮັດໃຫ້ບັ້ນອົບຮົມຫັດແອບໃນຄັ້ງນີ້ໄດ້ຮັບຜົນສຳເລັດ ແລະ ຮັບປະກັນ ຄວາມປອດໄພໄດ້ 100 %.

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນເຂົ້າໃສ່ເນື້ອໃນບົດສະຫຼຸບ ເພື່ອຊອກຫາຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ, ຕໍ່ບັນຫາດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອເປັນພື້ນຖານທີ່ດີໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ໄດ້ໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຜົນງານທີ່ຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາທຸກຂັ້ນເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງ – ນຳພາແນວຄິດໃຫ້ພະນັກງານ – ນັກຮົບ ຕິດພັນກັບການອົບຮົມ – ຫັດແອບຕົວຈິງ ໂດຍຖືຄຳເວົ້າທີ່ວ່າ: “ ໃຫ້ປະຕິບັດຢູ່ສະໜາມຫັດແອບຄືສະໜາມຮົບຕົວຈິງ ” ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ີພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້.

( ຂ່າວ – ຮູບ: ຖາວອນ ສຸວັນນະພິມ )