ທ່ານ ຄໍາບຸນ ດວງພະບາງ ຂຶ້ນເປັນຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື

40

ປະກົດວ່າຫຼາຍແຂວງໄດ້ມີການແຕ່ງຕັ້ງຊັບຊ້ອນການຈັດຕັ້ງໃໝ່ແຕ່ເຫຼືອຕະຫຼອດໃຕ້, ທາງແຂວງອັດຕະປືກໍ່ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມ ແຂວງອັດຕະປື ຜູ້ເກົ່າ ກັບຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2019 ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ໃນພິທີທ່ານ ຂັນທອງ ຍີ້ນດາວົງ ຮອງຄະນະຈັດຕັ້ງແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານ  ໄດ້ໂຍກຍ້າຍ ທ່ານ ສົມໄຊ ແກ້ວໂພສິງ ຫົວໜ້າຄະນະໂຄສະນາ ແຂວງອັດຕະປື ຜູ້ເກົ່າ ພັກຜ່ອນບໍານານຕາມນະໂຍບາຍຂອງຂັ້ນເທິງວາງອອກ ແລະ ໄດ້ຕົກລົງແຕ່ງຕັ້ງ ທ່ານ ຄໍາບຸນ ດວງພະບາງ ອາດີດເຈົ້າເມືອງ ສາມັກຄີໄຊ ຂຶ້ນເປັນຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່.

 

 

ໃນພິທີກໍ່ໄດ້ມີການເຊັນມອບ-ຮັບໜ້າທີ່ກັນຢ່າງເປັນທາງການ ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມແຂວງອັດຕະປື ຜູ້ເກົ່າ ກັບ ຫົວໜ້າຄະນໂຄສະນາອົບຮົມຜູ້ໃໝ່ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ .

ໂອກາດດຽວກັນທ່ານ ອຸ່ນຫຼ້າ ໄຊຍະສິດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຫົວໜ້າຄະນະໂຄສະນາຜູ້ເກົ່າຍາດມາໄດ້ ໃນໄລຍະຜ່ານມາ ເຊິ່ງເປັນງານທີ່ໄດ້ປະກອບສ່ວນສໍາຄັນເຮັດແຂວງອັດຕະປື ມີການພັດທະນາດີຂຶ້ນ. ພ້ອມດຽວກັນທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບການໂຍກຍ້າຍສັບປ່ຽນໜ້າທີ່ຕໍາແໜ່ງເທື່ອນີ້  ກໍ່ເພື່ອປະຕິບັດຕາມແນວທາງແນວທາງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດໃນໄລຍະໃໝ່.

 

 

ພ້ອມນັ້ນ ທ່ານຍັງຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະໂຄສະນາອົບຮົມ ຜູ້ ໃໝ່ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນ, ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດສຸດຈະລິດ ນໍາພາວຽກງານພາຍໃນຂົງເຂດຍຸຕິທໍາໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ

 

 

 

ຂໍ້ມູນ: Attapeu Media