ທ່ານ ຄໍາພັນ ສິດທິດໍາພາ ອອກເຄື່ອນໄຫວວຽກທັນທີ ຫຼັງເຂົ້າຮັບຕຳແໜ່ງໃໝ່

84

ມີພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ຄຳພັນ ສິດທິດຳພັນ ຮັກສາການທ່ານເຈົ້າແຂວງ ແລະທ່ານ ວີດົງ ໄຊຍະສອນ ອະດີດເຈົ້າແຂວງມອບ-ຮັບໜ້າທີ່ຢ່າງເປັນທາງການເມື່ອບໍ່ດົນມານີ້ ມາຮອດວັນ​ທີ 2 ກໍລະກົດ 2019 ຜ່ານມານີ້ ທ່ານ ໄດ້ເດີນທາງໄປຢ້ຽມຢາມ ກອງບັນຊາການ ປກສແຂວງ ພ້ອມ ໂອ້ລົມ ແລະ ຊີ້ນໍາວຽກງານປ້ອງກັນຄວາມສະຫງົບຂອງແຂວງ ແລະ ພະນັກງານເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ສ້າງຄວາມສາມັກຄີພາຍໃນໝູ່ຄະນະຢ່າງເປັນປົກກະຕິ.

 

 

ໃຫ້ກຽດຕ້ອນຮັບໂດຍແມ່ນທ່ານ ພົນຈັດຕະວາ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ – ຄະນະກອງບັນຊາການ, ມີຄະນະຫ້ອງ, ກອງພັນ, ຄ້າຍຄຸ້ມ-ຂັງດັດສ້າງ, ກອງບັນຊາການ ປກສ ເມືອງ 11 ເມືອງ ພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ​ແຂວງ​ວຽງຈັນ ໄດ້​ລາຍ​ງານ​ສະພາບ​ຈຸດ​ພິ​ເສດ, ທີ່​ຕັ້ງ ​ແລະ ​​ການຈັດຕັ້ງປະຕິບັດໜ້າທີ່​ວຽກງານວິຊາ​ສະ​ເພາະ​ໃນ​ໄລຍະຜ່ານມາ ທີ່​ພົວພັນ​ເຖິງ​ວຽກງານປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາຍໃນແຂວງໂດຍ​ຫຍໍ້ ​ເຊິ່ງ​​​ໄດ້​ຍົກ​ໃຫ້​ເຫັນຜົນງານ​ຫຼາຍດ້ານ​ ທີ່​ພະນັກງານ-ນັກຮົບ​ ຍາດ​ມາ​ໄດ້​ ​ແລະ ​ຈຸດ​ອ່ອນ​ຂໍ້ຄົງຄ້າງ​ທີ່​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ແກ້​ໄຂ​ໃນຕໍ່ໜ້າ ​ໃນ​ໄລຍະ 1 ປີຜ່ານມາ.

 

 

ໃນໂອກາດນີ້, ທ່ານ ຄໍາພັນ ສິດທິດໍາພາ ໄດ້​ໂອ້​ລົມ ​ແລະ​ ຊີ້ນໍາ​ວຽກງານ​ປ້ອງກັນຄວາມສະຫງົບແຂວງວຽງຈັນ ເຊິ່ງໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ກັບຜົນງານຫຼາຍດ້ານທີ່​ບັນດາ​ສະຫາຍ​ຄະນະ​ພັກ – ຄະນະ​ບັນຊາ​ ປກສ ແຂວງວຽງຈັນ​ ​ແລະ​ ພະນັກງານ-ນັກຮົບ​​ສາ​ມາດຍາດມາ​ໄດ້​ໃນ​ໄລຍະຜ່ານ​. ພ້ອມ​ນັ້ນ, ທ່ານ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ ສະພາບ​ການ​ຂອງ​ໂລກ​, ຂອງ​ພາກພື້ນຂອງ​ປະ​ເທດ​ເຮົາ ​ແລະ ​ພາຍ​ໃນ​ແຂວງ​ວຽງຈັນ ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ. ສະນັ້ນ, ພວກ​ເຮົາ​ຕ້ອງ​ຢຶດໝັ້ນຕໍ່ອຸດົມ​ການ​ຂອງ​ພັກ​, ຈຳ​  ແນ​ກ​ໄດ້ມິດ ​ແລະ​ ສັດຕູ​ຢ່າງ​ຈະ​ແຈ້ງ

 

 

ພ້ອມນີ້, ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ-​ຄະນະ​ບັນຊາ​ ແຕ່ລະ​ຂັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ຕໍ່ວຽກງານ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ແກ່​ພະນັກງານ-ນັກຮົບ ຢ່າງ​ເປັນ​ປົກະຕິ,​ ສ້າງ​ຄວາມ​ສາມັກຄີ​ພາຍ​ໃນຢ່າງ​ແໜ້ນ​ແຟ້ນ, ຕ້ອງ​ມີ​ຄວາມ​ສະດຸ້ງ​ໄວ, ເອົາ​ໃຈ​ໃສ່​ປັບປຸງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ, ​ແບບ​ແຜນ​ວິທີ​ນຳພາ​​ໃຫ້​ສອດຄ່ອງ​ກັບ​ຕົວ​ຈິງ, ​ເຮັດ​ວຽກຕາມ​ລະບອບ​ລວມສູນ​ປະຊາທິປະ​ໄຕ ​ໂດຍ​ຖື​ເອົາການຄົ້ນຄວ້າ​ປຶກສາ​ຫາລື​ຕົກລົງ​ບັນຫາ​ເປັນໝູ່ຄະນະ, ມອບ​ວຽກໃຫ້​ບຸກຄົນ​ຮັບຜິດຊອບ, ມີ​ການ​ສຳ​ຫຼວດກວດກາ​ຢ່າງ​ເປັນ​ປົກກະຕິ, ສຽງສ່ວນ​ນ້ອຍ​ຕ້ອງຂຶ້ນກັບສຽງສ່ວນ​ຫຼາຍ.

 

 

ໃນໂອກາດນີ້ ຍັງໄດ້ປະກາດນະໂຍບາຍພັກການຮັບອຸດໜູນບໍານານໃຫ້ສະຫາຍ ພັນໂທ ຄໍາໝື່ນ ວົງໄຊ ອາດີດຫົວໜ້າກອງບັນຊາການ ປກສ ເມືອງທຸລະຄົມ ແລະ ມອບຫຼຽນໄຊພິລະອາດຫານ ຊັ້ນ III, ໃບຍ້ອງຍໍລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກະຊວງປ້ອງກັນປະເທດ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປ້ອງກັນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຕື່ມອີກ.