ນາງສາວລາວ 2018 ຮຽນຮູ້ເຝິກແອບພື້ນຖານ ການເປັນອາສາກູ້ໄພ

80

ວ້າວໆ ງາມທັງກາຍ ງາມທັງໃຈ ຕາມຕົ້ນສະບັບນາງສາວລາວແທ້ໆ ມາຊົມໜຶ່ງກິດຈະກໍາຂອງບັນດານາງສາວລາວ ທີ່ເຫັນແລ້ວເປັນຕາອອນຊອນ ກັບກິດຈະກໍາຮຽນຮູ້ການເປັນອາສາສະໝັກຊ່ວຍເຫຼືອສັງຄົມ

ແບບນີ້ ກໍໄດ້ໃຈໜຸ່ມໆ ແຟນໆທີ່ຕິດຕາມການເຄື່ອນໄຫວຂອງບັນດານາງສາວລາວໄປເຕັມໆ ເຫັນພາບແລ້ວ ຄິດຫຼິ້ນໆຢາກເປັນຄົນປ່ວຍໃຫ້ນາງສາວງາມດູແລເດ …
ໃນວັນທີ 2 ກໍລະກົດຜ່ານມາ ທາງເພຈ໌ MISS LAOS ນາງສາວລາວ ໄດ້ໂພສພາບງາມໆ ຂອງບັນດານາງສາວລາວ 2018 ນໍາໂດຍ ສຸດທິດາ ອານຸສິນ ນາງສາວລາວ 2018, ກິ່ງຄໍາ ນິດສະຫວັນ ຮອງອັນດັບ1 ນາງສາວລາວ 2018, ແກ້ວມຸກດາ ພິມພັກດີ ຮອງອັນດັບ 2 ນາງສາວລາວ 2018, ມະນິດາ ແໜ້ນຮ່ວງມາລາ ຮອງອັນດັບ 3 ນາງສາວລາວ 2018 ແລະ ເມທີນີ ຫຼວງປະເສີດ ຮອງອັນດັບ 4 ນາງສາວລາວ 2018 ຮ່ວມເຂົ້າເຝິກການປະຖົມພະຍາບານເບື້ອງຕົ້ນ ຫຼື ເຝິກແອບພື້ນຖານ ການເປັນອາສາກູ້ໄພຊ່ວຍເຫຼືອສັງຄົມຈາກ ຫນ່ວຍກູ້ໄພ 1623.

ສໍາລັບກິດຈະກໍານີ້ ຖືເປັນກິດຈະກໍາທີ່ດີ ທີ່ຈະເຮັດໃຫ້ບັນດານາງສາວເຂົ້າໃຈ ຮຽນຮູ້ການຊ່ວຍເຫຼືອສັງຄົມຫຼາຍຂຶ້ນ ເປັນສິ່ງທີ່ນອກເໜືອຈາກສິ່ງຄືເຄີຍຮູ້ເລື່ອງເຮືອນ 3 ນ້ຳ 4 ແນວໃດກໍຝາກຕິດຕາມກິດຈະກໍາ ການເຄື່ອນໄຫວຂອງບັນດານາງສາວຕໍ່ໆໄປແນ່ເດີ້ ຍັງມີອີກຫຼາຍໆການເຄື່ອນໄຫວທີ່ພວກເຂົາຈະໄດ້ເຮັດ…