ສສກ ຈະເພີ່ມການຄຸ້ມຄອງໂຮງຮຽນພາກເອກະຊົນ

84

ການຄຸ້ມຄອງຄຸນນະພາບໂຮງຮຽນເອກະຊົນທຸກລະດັບ, ທຸກຊັ້ນຮຽນໃຫ້ກາຍເປັນອາຊີບຖືເປັນບຸລິມະສິດໃນການພັດທະນາຊັບພະຍາກອນມະນຸດ ເພື່ອສະໜອງຄວາມຕ້ອງການໃນການພັດທະນາຂອງປະເທດຊາດ ເປັນວຽກງານທີ່ສຳຄັນ ແລະ ຈຳເປັນຮັບປະກັນຄຸນນະພາບການສຶກສາ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໄດ້ຊີ້ແຈງຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈຳປີ 2019  ວ່າ: ເພື່ອຮັບປະກັນຄຸນນະພາບການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກີລາ ໄດ້ສ້າງຕັ້ງສູນປະກັນຄຸນນະພາບການສຶກສາທີ່ມີບົດບາດໃນການກຳນົດມາດຕະຖານຄຸນນະພາບການສຶກສາທຸກຊັ້ນ, ທຸກສາຍທັງພາກລັດ ແລະ ເອກະຊົນ ລວມທັງກຳນົດຂອບວຸດທິການສຶກສາແຫ່ງຊາດໃຫ້ເທົ່າທຽມກັບມາດຕະຖານໃນພາກພື້ນ ແລະ ສາກົນ, ມີຫ້ອງການສົ່ງເສີມການສຶກສາພາກເອກະຊົນ ທີ່ເປັນໜ່ວຍງານຄົ້ນຄວ້າ ແລະ ກຳນົດນະໂຍບາຍສົ່ງເສີມພັດທະນາການສຶກສາພາກເອກະຊົນ ໃຫ້ສອດຄ່ອງກັບການພັດທະນາການສຶກສາ ແລະ ກີລາໃນແຕ່ລະໄລຍະ.

ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງໂຮງຮຽນເອກະຊົນ ແລະ ໂຮງຮຽນນານາຊາດ ຂອງການສຶກສາກ່ອນໄວ ແລະ ສາມັນສຶກສາ, ສະຖານການສຶກສາ ເພື່ອການຄຸ້ມຄອງບັນດາໂຮງຮຽນເອກະຊົນຕ່າງໆ ແລະ ກຳລັງສ້າງນິຕິກຳ ກ່ຽວກັບຄ່າຮຽນ ຄ່າບໍລິການຕ່າງໆຂອງໂຮງຮຽນພາກເອກະຊົນ, ມີການລົງຕິດຕາມກວດກາປະເມີນການຈັດຕັ້ງປະຕິບັດຫຼັກສູດການຮຽນ – ການສອນຂອງບັນດາໂຮງຮຽນພາກເອກະຊົນ ພ້ອມທັງໄດ້ສ້າງມາດຕະຖານຂອງສະຖາບັນສຶກສາທີ່ເປີດຫຼັກສູດປະລິນຍາຕີ ເຊິ່ງປີ 2019 ນີ້ ໄດ້ສ້າງແຜນລົງຕິດຕາມຢູ່ 5 ແຂວງ ຄື: ບໍລິຄຳໄຊ, ຄຳມ່ວນ, ວຽງຈັນ, ຫຼວງນໍ້າທາ ແລະ ບໍ່ແກ້ວ.

[ ຂ່າວ: ກາວຊົ່ງ ]