ສະຖາບັນຣັຕນະບໍລິຫານທຸລະກິດ ເລືອກຄະນະບໍລິຫານງານແມ່ຍິງຊຸດໃໝ່

90

ສະຫະພັນແມ່ຍິງຮາກຖານ ສະຖາບັນຣັຕນະບໍລິຫານທຸລະກິດ ເປີດກອງປະຊຸມໃຫຍ່ຂອງຕົນຂຶ້ນ ພ້ອມທັງເລືອກຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ເຄື່ອນໄຫວວຽກງານປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.

ໃນວັນທີ 28 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນຣັຕນະບໍລິຫານທຸລະກິດ ໄດ້ຈັດກອງປະຊຸມ  ໃຫຍ່ສະຫະພັນແມ່ຍິງຮາກຖານ ສະຖາບັນຣັຕນະບໍລິຫານທຸລະກິດ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ບົວຄໍາ ດາວສະຫວັນ ປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ປອ. ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະບໍລິຫານທຸລະກິດ, ມີສາມອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກແມ່ຍິງສະຖາບັນ ຈໍານວນ 300 ກວ່າສະຫາຍ.

ໃນພິທີ ສະຫາຍ ນາງ ພຸດລັງສີ ດິນທອງໃສ ປະທານສະຫະພັນແມ່ຍິງຮາກຖານ ສະຖາບັນຣັຕນະບໍລິຫານທຸລະກິດ ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີທີ່ຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານສະຖາບັນ ໄດ້ຊີ້ນໍາ – ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VI, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແມ່ຍິງກະຊວງສຶກສາທິການ ແລະ ກີລາ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ.

ຜ່ານການສະຫຼຸບຕີລາຄາ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນເຄິ່ງສະໄໝ ໄລຍະທີ V ຂອງຮາກຖານ ສາມາດຄັດເລືອກໄດ້ສະມາຊິກສະຫະພັນແມ່ຍິງ 3 ດີ ປະເພດ I ມີ 5 ສະຫາຍ, ປະເພດ II ມີ 8 ສະຫາຍ, ປະເພດ III ມີ 31 ສະຫາຍ, ຄອບຄົວດີມີຄວາມຜາສຸກ ມີ 1 ຄອບຄົວ, ຄອບຄົວຕົວແບບ ມີ 1 ຄອບຄົວ ແລະ ຮາກຖານ 3 ດີ ມີ 1 ຮາກຖານ.

ໃນພິທີດັ່ງກ່າວຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກແມ່ຍິງທີ່ມີຜົນງານໃນການເຄື່ອນໄຫວວຽກງານ ເຊິ່ງປະກອບມີ: ປະເພດທີ 1 ຂັ້ນປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກີລາ ຈໍານວນ 7 ສະຫາຍ ແລະ ປະເພດທີ 2 ຂັ້ນປະທານສະຫະພັນແມ່ຍິງຮາກຖານສະຖາບັນ ຈໍານວນ 41 ສະຫາຍ.

ໃນກອງປະຊຸມຍັງໄດ້ເລືອກຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານຊຸດໃໝ່ ເຊິ່ງ ສະຫາຍ ນາງ ພຸດລັງສີ ດິນທອງໃສ ໄດ້ຮັບເລືອກເປັນປະທານສະຫະພັນແມ່ຍິງຮາກຖານ ສະຖາບັນຣັຕນະບໍລິຫານທຸລະກິດ ອີກສະໄໝ, ສະຫາຍ ທອງຄໍາ ບຸນຄໍາກ້ອນ ເປັນຮອງປະທານ ແລະ ປະທານກວດກາ, ສະຫາຍ ນາງ     ຄໍາປຸ່ນ ບຸນມະນີ, ສະຫາຍ ນາງ    ທິດສະພອນ ວິໄລຫົງ ແລະ ສະຫາຍ ນາງ ໄມພອນ ລັດຕະນະສິມ ເປັນຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ສະຖາບັນຣັຕນະບໍລິຫານທຸລະກິດ.