ສະຫວັນນະເຂດແຈ້ງ! ຫ້າມສະແດງກາງແຈ້ງ ຢູ່ຮ້ານບັນເທີງ-ຮ້ານອາຫານ ທຸກປະເພດ

186

ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ ກວດກາ ການເຄື່ອນໄຫວບໍລິການ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປິ້ງແກ້ມ ພາຍໃນແຂວງສະຫວັນນະເຂດ ໄດ້ດຳເນີນສອດຄ່ອງກັບລະບຽບກົດ  ໝາຍທີ່ໄດ້ກຳນົດໄວ້, ທັງນີ້ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍສະເພາະເລື່ອງຂອງການສ້າງສຽງລົບກວນ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ດັ່ງນັ້ນ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ຈຶ່ງອອກແຈ້ງການ ສະບັບເລກທີ 0749/ຖວທ ລົງວັນທີ 06 ພຶດສະພາ 2019 ເຖິງຜູ້ຈັດການຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປິ້ງແກ້ມ ພາຍໃນແຂວງສະຫວັນນະເຂດ ໃຫ້ຢຸດຕິການບໍລິການ ການສະແດງກາງແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປິ້ງແກ້ມ ເຊິ່ງແຈ້ງການສະບັບດັ່ງກ່າວມີຜົນບັງຄັບໃຊ້ນັບແຕ່ວັນທີ 07 ພຶດສະພາ 2019 ເປັນຕົ້ນໄປ ແມ່ນໃຫ້ປະຕິບັດຕາມລະບຽບການໃນການເຄື່ອນໄຫວບໍລິການດັ່ງນີ້:

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ສຳລັບຮ້ານບັນເທີງ: ບໍ່ໃຫ້ນຳເອົາເຄື່ອງສຽງ ແລະ ເຄື່ອງເສບດົນຕີທຸກປະເພດອອກມາເສບຢູ່ດ້ານນອກອາຄານ ທີ່ບໍ່ມີການເກັບສຽງ ແລະ ຫ້າມນຳໃຊ້ຈໍ LCD ຫຼື ເຄື່ອງສາຍໂປຣເຈັກເຕີ ເພື່ອໃຫ້ບໍລິການຮ້ອງເພງຄາຣາໂອເກະຢູ່ນອກອາຄານທີ່ບໍ່ມີການເກັບສຽງ. ນອກນີ້, ເມື່ອຮອດເວລາ 23:30 ໂມງ ຕ້ອງຢຸດຕິການບໍລິການດ້ານແສງ, ສີ, ສຽງ ທຸກປະເພດ.

ສຳລັບຮ້ານອາຫານ-ຮ້ານກິນດື່ມ ແລະ ຮ້ານປີ້ງແກ້ມ: ຫ້າມນຳໃຊ້ຈໍ LCD, ເຄື່ອງສາຍໂປຣເຈັກເຕີ້ ເພື່ອບໍລິການຮ້ອງເພງຄາຣາໂອເກະ, ຫ້າມບໍລິການເສບໂຟກຊອງ ແລະ ເສບດົນຕີທຸກປະເພດ, ການນຳໃຊ້ເຄື່ອງຂະຫຍາຍສຽງຄວາມແຮງບໍ່ໃຫ້ເກີນ 100 ວັດ, ໃຫ້ໃຊ້ປາກລຳໂພງຂະໜາດນ້ອຍເປັນຈຸດ ເພື່ອຫຼີກເວັ້ນສຽງດັງ. ນອກນີ້, ເມື່ອຮອດເວລາ 23:30 ໂມງ ຕ້ອງຢຸດບໍລິການດ້ານສຽງທຸກປະເພດ.

 

ເປັນພຽງພາບປະກອບຂ່າວເທົ່ານັ້ນ

 

ນອກຈາກເລື່ອງຂອງສຽງລົບກວນແລ້ວ ແຈ້ງການດັ່ງກ່າວຍັງຫ້າມອະນຸຍາດໃຫ້ສາວເຊຍເບຍເຂົ້າມາເຄື່ອນໄຫວເພື່ອໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ

ແນວໃດກໍຕາມແຈ້ງການດັ່ງກ່າວຍັງລະບຸວ່າ ໃນກໍລະນີທີ່ມີຄວາມຈຳເປັນຕ້ອງໄດ້ບໍລິການການສະແດງຢູ່ກາງແຈ້ງ ເຊັ່ນ: ບຸນເທດສະການຕ່າງໆ, ງານສົ່ງທ້າຍປີໃໝ່, ງານລ້ຽງທີ່ເປັນຂອງລວມໝູ່ ແລະ ອື່ນໆ ຜູ້ປະກອບການຕ້ອງຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນ ຈຶ່ງສາມາດເຄື່ອນໄຫວໄດ້.

ກໍລະນີຖ້າຫາກມີການລະເມີດຝ່າຝືນທີ່ຮ້າຍແຮງ ອາດເຖິງຂັ້ນຖືກຖອນໃບອະນຸຍາດ ແລ້ວສັ່ງປິດກິດຈະການຢ່າງເປັນທາງການ ແລະ ນຳເຂົ້າສູ່ຂະບວນການທາງຍຸຕິທຳ.