ເງິນກີບທຽບເງິນບາດ ອ່ອນຄ່າ 3,81% ສ່ວນເງິນເຟີ້ 5 ເດືອນຢູ່ໃນລະດັບ 1,90%

137

5 ເດືອນຕົ້ນປີ 2019 ເງິນກີບທຽບເງິນໂດລາສະຫະລັດ ສະເລ່ຍອ່ອນຄ່າ 2,01% ແລະ ເງິນກີບທຽບກັບເງິນບາດອ່ອນຄ່າ 3,81%; ອັດຕາເງິນເຟີ້ສະເລ່ຍຮອດເດືອນ 5/2019 ຢູ່ໃນລະດັບ 1,90%. ສິນເຊື່ອເພື່ອແກ້ໄຂຄວາມທຸກຍາກທີ່ທະນາຄານນະໂຍບາຍໄດ້ປ່ອຍໃນ 4 ເດືອນຕົ້ນປີ ປະຕິບັດໄດ້ຫຼາຍກວ່າ 30 ຕື້ກີບ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ໄດ້ແຈ້ງສະພາບການຈັດຕັ້ງປະຕິບັດແຜນເງິນຕາ 5 ເດືອນຕົ້ນປີ 2019 ຢູ່ກອງປະຊຸມເປີດກວ້າງລັດຖະບານ ຄັ້ງທີ 1 ປະຈໍາປີ 2019 ( 26 ມິຖຸນາ 2019 ) ວ່າ: ຈາກການຈັດຕັ້ງປະຕິບັດແຜນເງິນຕາ ສາມາດປະຄັບປະຄອງສະຖຽນລະພາບເງິນຕາ ແລະ ປະຕິບັດຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງ ໂດຍອັດຕາເງິນເຟີ້ສະເລ່ຍຮອດເດືອນ 5/2019 ຢູ່ໃນລະດັບ 1,90% ( ແຜນການຕໍ່າກວ່າ 5% ); ປະລິມານເງິນ M2 ສືບຕໍ່ຂະຫຍາຍຕົວໃນລະດັບ 8,12% ໃນເດືອນ 4/2019 ( ແຜນການສະເລ່ຍບໍ່ເກີນ 20% ); ເງິນກີບທຽບເງິນໂດລາສະຫະລັດ ສະເລ່ຍ 5 ເດືອນຕົ້ນປີ 2019 ອ່ອນຄ່າ 2,01% ແລະ ເງິນກີບທຽບກັບເງິນບາດ ອ່ອນຄ່າ 3,81% ທຽບໃສ່ທ້າຍປີຜ່ານມາ. ສ່ວນຕ່າງອັດຕາແລກປ່ຽນຢູ່ທະນາຄານ ແລະ ອັດຕາຕະຫຼາດແຕກຕ່າງກັນ ສະເລ່ຍຢູ່ໃນລະດັບ 2,33% ສໍາລັບເງິນກີບກັບເງິນໂດລາ ແລະ 0,89% ສໍາລັບເງິນກີບກັບເງິນບາດ; ຮອດເດືອນ 4/2019 ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າໄດ້ 3,20 ເດືອນ ( ແຜນການບໍ່ຫຼຸດ 3 ເດືອນ ).

ສະພາບອັດຕາດອກເບ້ຍເງິນຝາກຂອງທະນາຄານທຸລະກິດ ສືບຕໍ່ມີທ່າອ່ຽງຫຼຸດລົງ ແລະ ອັດຕາດອກເບ້ຍເງິນກູ້ມີການປ່ຽນແປງເພີ່ມຂຶ້ນເລັກໜ້ອຍທຽບໄລຍະດຽວກັນຂອງປີຜ່ານມາ ຄື: ອັດຕາດອກເບ້ຍເງິນຝາກໄລຍະ 1 ປີ ສະກຸນເງິນກີບເພີ່ມຂຶ້ນຈາກ 5,34% ໃນເດືອນ 4/2018 ມາເປັນ 5,38% ໃນເດືອນ 4/2019, ສະກຸນເງິນບາດຫຼຸດຈາກ 3,66% ມາເປັນ 3,65% ແລະ ເງິນໂດລາ ເພີ່ມຂຶ້ນຈາກ 3,79% ມາເປັນ 3,83%; ສໍາລັບອັດຕາດອກເບ້ຍເງິນກູ້ໄລຍະສັ້ນ ( ລູກຄ້າປະເພດ A ) ຂອງທະນາຄານທຸລະກິດ ໂດຍສະເລ່ຍສະກຸນເງິນກີບ ໄດ້ເພີ່ມຂຶ້ນຈາກ 9,14% ໃນເດືອນ 4/2018 ມາເປັນ 9,20% ໃນເດືອນ 4/2019, ສໍາລັບສະກຸນເງິນບາດ ເພີ່ມຂຶ້ນຈາກ 7,59% ມາເປັນ 7,89% ແລະ ເງິນໂດລາ ຫຼຸດລົງຈາກ 7,45% ມາເປັນ 7,43%.

ຂະແໜງການທະນາຄານສືບຕໍ່ລະດົມເງິນຝາກເພີ່ມຂຶ້ນຮອດທ້າຍເດືອນ    4/2019 ຍອດເງິນເຫຼືອຝາກຂອງຂະແໜງການທະນາຄານມີທັງໝົດ 83.495,56 ຕື້ກີບ ເພີ່ມຂຶ້ນ 8,52% ກວມເອົາ 50,87% ຂອງ GDP ( ແຜນການທ້າຍປີ 2019 ແມ່ນ 59,80% ຂອງ GDP ). ຂະນະດຽວກັນ, ກໍມີຍອດເຫຼືອສິນເຊື່ອຂະແໜງການທະນາຄານຮອດທ້າຍເດືອນ 4/2019 ຢູ່ໃນລະດັບ 76.289,54 ຕື້ກີບ ເພີ່ມຂຶ້ນ 3,27% ກວມເອົາ 46,48% ຂອງ GDP ( ແຜນການທ້າຍປີ 2019 ແມ່ນ 55% ຂອງ GDP ) ສິນເຊື່ອແຍກຕາມຂະແໜງການ ຄື: ກະສິກຳ 8,55%, ອຸດສາຫະກໍາ 28,03%, ບໍລິການ 31,23% ແລະ ຂະແໜງອື່ນໆ 14,91%.

ສະເພາະສິນເຊື່ອເພື່ອແກ້ໄຂຄວາມທຸກຍາກທີ່ທະນາຄານນະໂຍບາຍໄດ້ປ່ອຍໃນ 4 ເດືອນຕົ້ນປີ 2019 ສາມາດປ່ອຍສິນເຊື່ອໄດ້ 30,14 ຕື້ກີບ ( ປ່ອຍເງິນກູ້ໃຫ້ເມືອງເປົ້າໝາຍທຸກຍາກ 20,53 ຕື້ກີບ, ຈຸດສຸມລັດຖະບານ ແລະ ທ້ອງຖິ່ນ 3,25 ຕື້ກີບ, ວຽກງານ 3 ສ້າງມີທັງໝົດ 6,36 ຕື້ກີບ ) ເຮັດໃຫ້ຮອດທ້າຍເດືອນ 4/2019 ມີຍອດເຫຼືອສິນເຊື່ອທັງໝົດ 2.996,85 ຕື້ກີບ. ໃນນີ້, ໄດ້ປ່ອຍເງິນກູ້ຢູ່ເມືອງເປົ້າໝາຍທຸກຍາກທັງໝົດ 1.976,18 ຕື້ກີບ, ຈຸດສຸມລັດຖະບານ ແລະ ທ້ອງຖິ່ນທັງໝົດ 308,78 ຕື້ກີບ, ວຽກງານ 3 ສ້າງມີທັງໝົດ 285,72 ຕື້ກີບ ແລະ ໂຄງການບຸລິມະສິດຜະລິດເປັນສິນຄ້າມີທັງໝົດ 426,17 ຕື້ກີບ.

ສະເພາະສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ມາຮອດເດືອນ 4/2019 ທະນາຄານທຸລະກິດປ່ອຍສິນເຊື່ອ ກວມເອົາ 20,07% ຂອງຍອດເຫຼືອສິນເຊື່ອທະນາຄານທຸລະກິດທົ່ວລະບົບ. ໃນນີ້, ຂະແໜງການຄ້າ ກວມເອົາ 7,49%, ບໍລິການ 4,46%, ກະສິກໍາ 0,92%, ກໍ່ສ້າງ 3,83%, ອຸດສາຫະກໍາ 1,79% ແລະ ອື່ນໆ 1,58%; ຮອດເດືອນ 4/2019 ໜີ້ບໍ່ເກີດດອກອອກຜົນ ( NPL ) ຢູ່ໃນລະດັບ 3,13% ຂອງຍອດສິນເຊື່ອທັງໝົດ.

[ ຂ່າວ: ຣັດສະໝີ ດວງສັດຈະ ]