ແຂວງຫົວພັນ ຕີລາຄາວຽກງານ6 ເດືອນຕົ້ນປີ

175

ກອງປະຊຸມຮັບຟັງການລາຍງານບາງວຽກງານຂອງອົງການປົກຄອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ – ຮອງພະແນກການ ກົມກອງອ້ອມຂ້າງ   ເທສະບານແຂວງເຂົ້າຮ່ວມນຳ.

ກອງປະຊຸມໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດບັນດາຫົວຂໍ້ທີ່ໄດ້ກຳນົດໃນກອງປະຊຸມອົງການປົກຄອງ    ແຂວງຄັ້ງກ່ອນ ໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ເພື່ອສ້າງນິຕິກຳລຸ່ມກົດໝາຍ, ບົດລາຍງານການແກ້ໄຂທີ່ດິນ 7 ຈຸດ ຢູ່ເທສະບານແຂວງ, ການຊຸກຍູ້ເກັບລາຍຮັບ – ລາຍຈ່າຍ, ວິທີການ ແລະ ກົນໄກເກັບພາສີທີ່ດິນ, ບົດລາຍງານເຜີຍແຜ່ນິຕິກຳຕ່າງໆຕິດພັນກັບການຍົກຍ້າຍທີ່ຕັ້ງພູມລຳເນົາ ແລະ ສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍບໍລິເວນຊາຍແດນ, ບົດລາຍງານການແກ້ໄຂບັນຫາປາກົດການຫຍໍ້ທໍ້ ກ່ຽວກັບຢາເສບຕິດ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫົວພັນ ກ່ຽວກັບການຄຸ້ມຄອງການຈັດງານລ້ຽງ, ງານດອງ, ງານສູ່ຂວັນ ແລະ ງານບຸນປະເພນີຕ່າງໆ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍມາດຖານເງື່ອນໄຂສຳລັບຜູ້ທີ່ດຳລົງຊີວິດຢູ່ເທສະບານເມືອງຊຳເໜືອ, ຄຳສັ່ງຂອງທ່ານເຈົ້າແຂວງກ່ຽວກັບການນຳໃຊ້, ການຄຸ້ມຄອງລົດລັດ.

ພ້ອມນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ ໃຫ້ບັນລຸຜົນສຳເລັດຫຼາຍຂຶ້ນກວ່າເກົ່າ. ກອງປະຊຸມຈະດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.

[ ຂ່າວ: ງຸດ ວິໄລຄຳ ]