ກ້ຽງສິນຄ້າສົ່ງອອກຢູ່ໄຊຍະ ບົ້ງກິນໝົດກວມ 11 ເມືອງແລ້ວ

46

ການແຜ່ລະບາດຂອງຝູງບົ້ງສາລີ ແຂວງໄຊຍະບູລີຍັງສືບຕໍ່ແຜ່ລາມອອກໄປເຖິງ 11 ເມືອງທົ່ວແຂວງແລ້ວ ມີເນື້ອທີ່ຖືກຜົນກະທົບ 8.044 ເຮັກຕາ, ມີເນື້ອທີ່ເສຍຫາຍ 4.244 ເຮັກຕາ, ມີ 76 ບ້ານ, 2.846 ຄອບຄົວ, ຢາກຫຼືບໍຢາກປີນີ້ໄຊຍະບູລີແມ່ນປະສົບກັບເຫດການຂາດດູນການຄ້າສູງແທ້ ເນື່ອງຈາກສາລີເປັນສິນຄ້າສົ່ງອອກຫຼັກຂອງແຂວງດັ່ງກ່າວ.

 

 

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ເປີດເຜີຍໃນທ້າຍເດືອນ ມິຖຸນານີ້ວ່າ: ການແຜ່ລະບາດ ຂອງບົ້ງຝູງສາລີແມ່ນເລີ່ມຈາກເມືອງປາກລາຍໃນກາງເດືອນ ພຶດສະພາ ມີ 7 ບ້ານ, ມີ 2.057 ຄອບຄົວ ເນື້ອທີ່ຖືກຜົນກະທົບ 2.727 ເຮັກຕາ, ເສຍຫາຍ 1.739 ເຮັກຕາ. ແຕ່ມາເຖິງປັຈຸບັນນີ້ຝູງບົ້ງດັ່ງກ່າວແມ່ນແຜ່ລາມອອກໄປ 11 ເມືອງທົ່ວແຂວງ, ມີເນື້ອທີ່ຖືກຜົນກະທົບທັງໝົດ 8.044 ເຮັກຕາ, ເສຍຫາຍ 4.244 ເຮັກຕາ, ມີ 76 ບ້ານ, 222 ຄອບຄົວ.

 

 

ໃນນີ້, ເມືອງຄອບມີ 25 ເຮັກຕາ, ເນື້ອທີ່ສ່ຽງເສຍຫາຍ 25 ເຮັກຕາ, 1 ບ້ານ, 24 ຄອບຄົວ. ເມືອງຫົງສາ, ເນື້ອທີ່ຮັບຜົນກະທົບ 85 ເຮັກຕາ, ສ່ຽງເສຍຫາຍ 85 ເຮັກຕາ, ມີ 2 ເມືອງເງິນມີ 63 ເຮັກຕາ, ສ່ຽງເສຍຫາຍ 63 ເຮັກຕາ, ມີ 4 ບ້ານ, 53 ຄອບຄົວ; ເມືອງຊຽງຮ່ອນມີ 3 ເຮັກຕາ ສ່ຽງເສຍຫາຍ 3 ເຮັກຕາ, 2 ບ້ານ; ເມືອງພຽງມີ 370 ເຮັກຕາ ສ່ຽງເສຍຫາຍ 300 ເຮັກຕາ, ມີ 26 ບ້ານ, 477 ຄອບຄົວ.

 

 

ເມືອງປາກລາຍມີ 2.727 ເຮັກຕາ ສ່ຽງເສຍຫາຍ 1.739 ເຮັກຕາ, ມີ 7 ບ້ານ, 2.058 ຄອບຄົວ; ເມືອງແກ່ນທ້າວມີ 9 ເຮັກຕາ ສ່ຽງເສຍຫາຍ 2 ເຮັກຕາ, ມີ 2 ບ້ານ, 7 ຄອບຄົວ; ເມືອງບໍ່ແຕນມີ 3 ເຮັກຕາ, 4 ບ້ານ, 9 ຄອບຄົວ; ເມືອງທົ່ງມີໄຊມີ 5 ເຮັກຕາ ສ່ຽງເສຍຫາຍ 5 ເຮັກຕາ, ມີ 5 ບ້ານ, 12 ຄອບຄົວ ແລະ ເມືອງໄຊສະຖານມີເນື້ອທີ່ 0,50 ເຮັກຕາ, ສ່ຽງເສຍຫາຍ 0,50 ເຮັກຕາ, 1 ບ້ານ, 2 ຄອບຄົວ.

 

 

ມາຮອດປັດຈຸບັນທາງແຂວງໄດ້ສົມທົບກັບພາກສ່ວນຕ່າງໆ ແລະ ປະຊາຊົນ ເພື່ອຄວບຄຸມ ແລະກຳຈັດການລະບາດຂອງບົ້ງຝູງສາລີດັ່ງກ່າວບໍ່ໃຫ້ແຜ່ຂະຫຍາຍກວ້າງອອກ, ພ້ອມຈັດຊຸດອົບຮົມແນະນຳຄວາມຮູ້ພື້ນຖານກ່ຽວກັບບົ້ງຝູງສາລີ.

 

 

ການປ້ອງກັນ, ການກຳຈັດໃຫ້ຊາວກະສິກອນໂດຍສະເພາະການນຳໃຊ້ສານເຄມີໃຫ້ຖືກກັບສັດຕູພືດ, ຖືກຕາມຫຼັກວິຊາການ ເພື່ອເພີ່ມປະສິດທິພາບໃນການກຳຈັດສັດຕູພືດເພື່ອຫຼີກລ້ຽງການສ້າງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ, ປະສານສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ໂດຍສະເພາະກົມປູກຝັງສູນປ້ອງກັນພືດ ເພື່ອຕອບໂຕ້ ແລະ ແກ້ໄຂການແຜ່ລະບາດຂອງບົ້ງຝູງສາລີຢູ່ແຂວງໄຊຍະບູລີ ໃຫ້ສາມາດຄວບຄຸມໄດ້ ແລະ ລົງເກັບກຳສະຖິຕິເນື້ອທີ່, ຄອບຄົວຖືກຜົນກະທົບ ເພື່ອປະເມີນຄວາມເສຍຫາຍ ແລະ ວາງແຜນປູກພືດທົດແທນໃນຕໍ່ໜ້າ.

 

 

ຂໍ້ມູນ: Media Laos