ທ່ຽວແລ້ວໄດ້ຫຍັງ? ເບິ່ງ 9 ຂໍ້ດີຂອງນັກເດີນທາງ

79

ເວົ້າເລື່ອງການທ່ອງທ່ຽວ ແອັດມິນກໍຜູ້ໜຶ່ງແຫຼະທີ່ຫ້າວດົ່ງໆ ບໍ່ຄ່ອຍມັກຢູ່ກັບທີ່ ເພາະການທ່ອງທ່ຽວ ແມ່ນການທີ່ເຮົາໄດ້ໄປເຫັນສິ່ງໃໝ່ໆ ພໍ້ມິດຕະພາບໃໝ່ໆ ສໍາຜັດບັນຍາທີ່ແຕກຕ່າງ ຫາໂອກາດໄປທ່ອງທ່ຽວ ແລະ ພັກຜ່ອນແນ່ກໍດີໃນຍາມວ່າງ ຫຼື ເຮົາຍັງພໍມີແຮງມີກຳລັງຊັບສິນເງິນສຳລັບຄ່າເດີນທາງ ເພາະການທ່ອງທ່ຽວມັນດີແບບນີ້:

1 ພຽງແຕ່ຈະເລີ່ມອອກລົດ, ຂຶ້ນຍົນກໍຕື່ນເຕັ້ນແລ້ວ: ເວລາທີ່ເຮົາໄປທ່ຽວແຕ່ລະຄັ້ງເຮົາຈະໄດ້ຄິດໄປກ່ອນວ່າເຮົາຈະຂຶ້ນລົດແບບໃດ ພໍ້ໃຜເປັນໄປແນວໃດແນ່ຕະຫຼອດການເດີນທາງ ເຮັດໃຫ້ຈິດໃຈເພີດເພີນນໍາຄົນອ້ອມຂ້າງ, ທິວທັດທໍາມະຊາດແຄມທາງ ການດໍາລົງຊີວິດຂອງປະຊາຊົນທີ່ເຮົາຜ່ານ, ບາງສິ່ງບາງຢ່າງເຮົາເອງກໍບໍ່ເຄີຍເຫັນ.
2 ພັກໂຮງແຮມດີໆ ເປັນການປ່ຽນບັນຍາການການຫຼັບນອນເທິງຕຽງນຸ້ມໆ ບັນຍາກາດໃໝ່ໆທີ່ດີ ຄວາມສະດວກສະບາຍທີ່ແຕກຕ່າງຈາກເດີມ ຕື່ນມາກໍມີອາຫານດີໆ ມີຄົນນໍາມາໃຫ້ກິນສະບາຍໄປອີກ.

3 ມື້ທີ່ຫຼາຍໆຄົນວຸ້ນວາຍກັບການເຮັດວຽກ ແຕ່ເຮົາກໍສາມາດໃຊ້ຊີວິດແບບພໍພຽງໄດ້ ຖ້າເຮົາໄດ້ທ່ຽວພັກຜ່ອນ ຍ່າງຫຼິ້ນແບບສະບາຍໆ ອອກໄປພໍ້ແສງແດດ ຍາມເຊົ້າໃນມື້ທີ່ບໍ່ຕ້ອງຟ້າວຟັ່ງຫຍັງ ປ່ອຍຊີວິດໝຸນໄປຊ້າໆ.
4 ໃຫຍ່ແລ້ວຈະກິນຫຍັງກໍໄດ້ ຫາອາຫານແຊບຮັບປະທານຕາມໃຈມັກ ແລະ ຢາກກິນມາດົນເລີຍຕາມໃຈປາກຕາມໃຈຢາກຢ່າງເຕັມທີ່ໂລດ.
5 ອອກໄປເບິ່ງໂລກກວ້າງ ຜູ້ຄົນ ບ້ານເມືອງວ່າເປັນແນວໃດ ເປີດປະສົບການໃໝ່ໆ ໃຫ້ກັບໂຕເອງ ຫຼາຍໆຢ່າງເຮົາບໍ່ເຄີຍເຫັນມາກ່ອນກໍໄປສໍາຜັດໄປເບິ່ງໃຫ້ໄດ້ໃຫ້ຄຸ້ມຄ່າກັບການເດີນທາງໃນຄັ້ງນີ້.

  1. ໄດ້ເຮົາຈະຟັງເພງໃນແນວໃໝ່ໆ ທໍານອງທີ່ຕ່າງຈາກທີ່ເຮົາຟັງຢູ່ ໃນທຸກໆບ່ອນທີ່ເຮົາໄປເຮັດໃຫ້ມີສີສັນ, ມ່ວນຊື່ນໄປອີກແບບ
    7 ສໍາລັບນັກອ່ານ ເວລາປົກກະຕິກໍຄົງຈະວຸ້ນວາຍຈົນບໍ່ໄດ້ອ່ານໜັງສືທີ່ເກັບສະສົມໄວ້ ບາດນີ້ແຫຼະເປັນໂອກາດທີ່ເໝາສົມກັບການອ່ານໜັງສືໄປຕະຫຼອດການເດີນທາງ.
    8 ອິດສະຫຼະກັບການສວມໃສ່ຊຸດ ເສື້ອຜ້າແບບໃດກໍໄດ້ຕາມໃຈເຮົາເລີຍ ເພາະບາງທີເຮົາກໍບໍ່ມີໂອກາດໄດ້ໃສ່ເສື້ອຜ້າທີ່ຢາກໃສ່ ຫຼື ຊື້ມາໄວ້ແຕ່ບໍ່ໄດ້ໃສ່ ບາດນີ້ແຫຼະໂອກາດໃນການໃສ່ເສື້ອຜ້າຕາມໃຈ, ງາມໆ ເລີດໆ ມາຮອດແລ້ວ ໃສ່ແບບຈັດເຕັມເປັນເລີຍ.

9 ຖ່າຍຮູບມຸມໃໝ່ໆ ແບບໃໝ່ໆ ແບບບໍ່ເກງໃຈໃຜເລີຍ ອັບຮູບໃໝ່ໆ ງາມໆໃຫ້ໝູ່ໄດ້ເຫັນ ອິດສານໍາ.
ແນວໃດກໍຫາເວລາ ແລະ ໂອກາດໄປພັກຜ່ອນ ພົບພໍ້ສິ່ງໃໝ່ໆ ປະສົບການໃໝ່ໆ ທີ່ເຮັດໃຫ້ເຮົາໄດ້ເປີດຫູເປີດຕາ ເພື່ອໃຫ້ຮູ້ສຶກສະບາຍ ແລ້ວກັບມາຕັ້ງໃຈເຮັດວຽກຕໍ່ດ້ວຍຄວາມສຸກກາຍ ສະບາຍໃຈ.