ຜູ້ນໍາຍີ່ປຸ່ນ ຮຽກຮ້ອງຜູ້ນໍາໂລກຢຶດຖືການຄ້າພະຫຸພາຄີ

0
111

ຜູ້ນໍາຍີ່ປຸ່ນ ຮຽກຮ້ອງໃຫ້ຜູ້ນໍາໂລກສະແຫວງຫາຜົນປະໂຫຍດຮ່ວມກັນ ແລະ ເນັ້ນຢໍ້າເຖິງຄວາມຈໍາເປັນຂອງການມີການຄ້າເສລີ, ເປັນທໍາ ແລະ ບໍ່ເລືອກປະຕິບັດ ເຊິ່ງຖືເປັນການອັດກອງປະຊຸມ ຈີ 20 ເມື່ອທ້າຍອາທິດທີ່ຜ່ານມາ.

ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ຖືໂອກາດປິດກອງປະຊຸມ       ຈີ 20 ເຊິ່ງໄຂຂຶ້ນໃນເມືອງໂອຊາກາ ຮຽກຮ້ອງໃຫ້ຜູ້ນໍາໂລກສະແຫວງຫາຜົນປະໂຫຍດຮ່ວມກັນ ແລະ ຫວັງທີ່ຈະເດີນໜ້າພັດທະນາເສດຖະກິດໂລກ.

ນອກຈາກນີ້, ຜູ້ນໍາຍີ່ປຸ່ນ ຍັງລະບຸວ່າຜູ້ນໍາ ຈີ 20 ຢືນຢັນຈະແຈ້ງເຖິງຄວາມຈໍາເປັນຂອງການມີນະໂຍບາຍທາງການຄ້າທີ່ເສລີ, ເປັນທໍາ ແລະ ບໍ່ເລືອກປະຕິບັດ ໂດຍກຸ່ມ ຈີ 20 ເຫັນດີໃນຫຼັກການພື້ນຖານທີ່ສົ່ງເສີມລະບົບການຄ້າເສລີ ແລະ ຕະຫຼາດທີ່ເປີດກວ້າງສໍາລັບທຸກປະເທດ.

ຜູ້ນໍາ ຈີ 20 ມີຄວາມເຫັນຮ່ວມກັນວ່າການຂະຫຍາຍຕົວທາງເສດຖະກິດທົ່ວໂລກຍັງຊັກຊ້າ ແລະ ສ່ຽງຕໍ່ການງຽບ      ເຫງົາ. ຂະນະທີ່ຄວາມເຄັ່ງຕຶງທາງການຄ້າ ແລະ ການເມືອງໂລກກັບທະວີຄວາມຮ້າຍແຮງຫຼາຍຂຶ້ນ.

ດ້ານຜູ້ນໍາ ອາເມຣິກາ ປະກາດວ່າ: ອາເມຣິກາ ຈະບໍ່ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນເພີ່ມຕື່ມລະຫວ່າງການເຈລະຈາ ແຕ່ຍັງບໍ່ຍົກເລີກນະໂຍບາຍທາງພາສີທີ່ມີການບັງຄັບໃຊ້ແລ້ວ.

ຂະນະທີ່ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ຜູ້ນໍາຈີນ ຫວັງວ່າ ອາເມຣິກາ ຈະປະຕິບັດກັບບໍລິສັດຂອງຈີນ ຢ່າງເປັນທໍາ ແລະ ຢືນຢັນວ່າຈີນ ຕ້ອງປົກປ້ອງຜົນປະໂຫຍດຂອງປະເທດ.

LEAVE A REPLY

Please enter your comment!
Please enter your name here