ຜົນລະປູກເກືອບ 20 ເຮັກຕາ ໃນ 7 ບ້ານຂອງເມືອງຫົງສາ ຖືກບົ້ງທຳລາຍໝົດ

50

ປັດຈຸບັນຫຼາຍແຂວງພາກເໜືອ ກຳລັງປະເຊີນກັບບົ້ງຝູງລະບາດຢ່າງໜັກ,  ຫຼ້າສຸດ 7 ບ້ານໃນເມືອງຫົງສາ ແຂວງໄຊຍະບູລີ ຖືກບົ້ງຝູງເຂົ້າທຳລາຍ ເສຍຫາຍແລ້ວ 18,17 ເຮັກຕາ, ຂະນະທີ່ເຈົ້າໜ້າທີ່ເລັ່ງມືເຂົ້າໄປຊ່ວຍເຫຼືອແລ້ວ.

 

 

ໃນລະຫວ່າງທ້າຍເດືອນມິຖຸນາ 2019 ນີ້, ທ່ານ ພົມມາ ພົມມະຫານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົງສາ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການປູກຝັງ ໄດ້ລົງກວດກາພື້ນທີ່ທຳການຜະລິດຂອງຊາວກະສິກອນທີ່ຖືກບົ້ງຝູງສາລີ ແລະ ບົ້ງຝູງເຂົ້າທຳລາຍຜົນລະປູກ ໃນຈຳນວນ 7 ບ້ານຄື: ບ້ານນ້ຳຂາມ, ບ້ານນ້ຳຍາງ, ບ້ານນ້ຳສິບ, ບ້ານນ້ຳຕັບ, ບ້ານພູແລ້ງກາງ, ບ້ານຫ້ວຍໃຍ ແລະ ບ້ານກິ່ວສາລາ, ປະກອບມີ 175 ຄອບຄົວຖືກຜົນເສຍຫາຍ.

 

 

ຜ່ານການລົງກວດກາຕົວຈິງເນື້ອທີ່ປູກສາລີມີທັງໝົດ ຈຳນວນ 850 ເຮັກຕາ, ຖືກບົ້ງຝູງທຳລາຍ 45,5 ເຮັກຕາ, ກວມເອົາ 5,35% ຂອງເນື້ອທີ່ປູກ, ເນື້ອທີ່ເສຍຫາຍແມ່ນ 18,17 ເຮັກຕາ ເທົ່າກັບ 39,93% ຂອງເນື້ອທີ່ຖືກທຳລາຍ, ສ່ວນເນື້ອທີ່ປູກເຂົ້າເນີນສູງຈຳນວນ 1.280 ເຮັກຕາ, ຖືກບົ້ງຝູງທຳລາຍ 7,5%.

 

 

ຕໍ່ກັບເຫດການບົ້ງຝູງທຳລາຍຜົນລະປູກຂອງຊາວກະສິກອນເມືອງຫົງສາຄັ້ງນີ້ ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ແຕ່ງຕັ້ງພະນັກງານລົງຕິດຕາມ, ແນະນຳວິທີການປ້ອງກັນ ແລະ ກຳຈັດ, ພ້ອມທັງແຈກຢາຍຢາປາບສັດຕູພືດໃຫ້ແຕ່ລະບ້ານ, ມອບໃຫ້ແຕ່ລະຄອບຄົວເພື່ອໄປສີດປາບບົ້ງຝູງ. ນອກນັ້ນ, ຍັງໄດ້ເຝົ້າລະວັງຢ່າງໃກ້ຊິດຖ້າຫາກມີການແຜ່ລະບາດຕື່ມ ແມ່ນຈະໄດ້ຂໍທິດຊີ້ນຳຈາກພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ເພື່ອສະເໜີຂໍຢາປາບສັດຕູພືດເພີ່ມເຕີມ.

 

 

ຂໍ້ມູນ: ສະຖານີວິທະຍຸໂທລະໂຄ່ງເມືອງຫົງສາ