ສາທາສັ່ງ! ຮີບຮ້ອນສົ່ງພະນັກງານລົງຊ່ວຍພື້ນທີ່ສ່ຽງ ເພື່ອຕອບໂຕ້ໄຂ້ຍຸງລາຍ

100

ເນື່ອງຈາກ ພະຍາດໄຂ້ຍຸງລາຍໄດ້ມີການລະບາດຢ່າງຮຸນແຮງໃນຫຼາຍແຂວງ, ນັບແຕ່ເດືອນມັງກອນ 2019 ຈົນມາເຖິງປັດຈຸບັນ ມີຜູ້ເປັນໄຂ້ຍຸງເກືອບ 10.000 ຄົນ ແລະ ເສຍຊີວິດແລ້ວ 25 ຄົນ ໃນຂອບເຂດທົ່ວປະເທດ ແລະ ເຫັນວ່າການລະບາດຂອງພະຍາດໄຂ້ຍຸງລາຍໃນປີນີ້ມີທ່າອ່ຽງຈະຮ້າຍແຮງຂຶ້ນທຸກວັນ. ດັ່ງນັ້ນ, ຈຳເປັນຕ້ອງເດັດຂາດ ເພື່ອເຮັດໃຫ້ຂະບວນການຕ້ານລະບາດຂອງພະຍາດໄຂ້ຍຸງລາຍປີນີ້ ດຳເນີນໄປຢ່າງມີປະສິດທິຜົນ, ສາມາດຄວບຄຸມ ແລະ ສະກັດກັ້ນການເຈັບເປັນ, ການເສຍຊີວິດຂອງປະຊາຊົນ.

 

 

ໂດຍລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກຄຳສັ່ງເລກທີ 0694/ສທ ລົງວັນທີ 27 ມິຖຸນາ 2019 ເຖິງທ່ານຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຫົວໜ້າປິ່ນປົວ, ອະທິການມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ, ບັນດາຫົວໜ້າຫ້ອງການສາທາເມືອງ ແລະ ສຸກສາລາທຸກຂັ້ນ ເລື່ອງໃຫ້ຮີບຮ້ອນຫັນພະນັກງານລົງຊ່ວຍໂຮງໝໍນ້ອຍ (ສຸກສາລາ), ໂຮງໝໍເມືອງ ເພື່ອຕອບໂຕ້ໄຂ້ຍຸງລາຍ.

ເຊິ່ງລັດຖະມົນຕີໄດ້ອອກຄຳສັ່ງ ໃຫ້ກົມຄວບຄຸມພະຍາດຕິດຕໍ່ ແລະ ກົມປິ່ນປົວ-ຟື້ນຟູໜ້າທີ່ການຈັດຕັ້ງທີມແພດລົງຊ່ວຍສຸກສາລາຢູ່ເຂດທີ່ກຳລັງມີການລະບາດຂອງພະຍາດໄຂ້ຍຸງລາຍ; ໃຫ້ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງສົມທົບກັບອຳນາດການປົກຄອງ ເພື່ອຈັດຕັ້ງພຳປະຊາຊົນສ້າງຂະບວນການທຳລາຍແຫຼ່ງເພາະພັນ ແລະ ປະຕິບັດ 5 ປໍ ເປັນປະຈຳທຸກໆອາທິດ; ໃຫ້ສູນຂ່າວສານ-ສຸຂະສຶກສາ ສົມທົບນຳພາກສ່ວນສື່ມວນຊົນ ຂອງກະຊວງຖະແຫຼງຂ່າວ: ວັດທະນະທຳ ແລະ ທ່ອງທ່ຽວ ລົງໂຄສະນາສຸຂະສຶກສາ ຜ່ານວິທະຍຸ, ໂທລະພາບ, ໜັງສືພິມເປັນລາຍວັນ ແລະ ຫຼາຍຄັ້ງໃນແຕ່ລະວັນ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, รองเท้า, ห้องรับแขก และสถานที่ในร่ม

 

ແຈ້ງເຕືອນໃຫ້ປະຊາຊົນ ຜູ້ທີ່ມີອາການໄຂ້ ໃຫ້ໄປພົບແພດຢູ່ສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ ຫຼື ໂຮງໝໍສູນກາງບ່ອນໃກ້ຄຽງ ບໍ່ຄວນປິ່ນປົວດ້ວຍຕົນເອງ; ໃຫ້ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ປະສານໄປຍັງບັນດາສະຖານທີ່ບໍລິການສາທາລະນະສຸກ ໃຫ້ມີແພດປິ່ນປົວ ແລະ ພະຍາບານ ໃຫ້ການປິ່ນປົວຕະຫຼອດ 24 ຊົ່ວໂມງ; ໃຫ້ມະຫາວິທະຍາໄລວິທະຍາສາດສຸຂະພາບ( ມສວ) ຈັດຕັ້ງທີມງານນັກສຶກສາແພດ ປີສຸດທ້າຍເພື່ອລົງສົມທົບກັບທີມແພດຢູ່ໂຮງໝໍ ແລະ ສຸກສາລາ ເພື່ອປະກອບສ່ວນໃນການສ້າງຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ຮັບມືກັບຜູ້ທີ່ເຈັບເປັນ.

ໃຫ້ແຕ່ລະພາກສ່ວນສົມທົບກັບຄູອາຈານ ແລະ ອຳນາດການປົກຄອງທ້ອງຖິ່ນ ນຳໃຊ້ນັກຮຽນຊັ້ນປະຖົມ. ມັດທະຍົມເຂົ້າໃນຂະບວນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ຕິດຕາມໜອນນໍ້າໃນແຕ່ລະຄອບຄົວຂອງແຕ່ລະບ້ານ ແລະ ໃຫ້ແຕ່ລະພາກສ່ວນນຳໃຊ້ງົບປະມານ ບົນພື້ນຖານປະຢັດມັດທະຍັດຕາມລະບຽການເງິນ ທີ່ກຳນົດໄວ້ ແລະ ໃຫ້ສະຫຼຸບລາຍງານການໃຊ້ຈ່າຍຕ່າງໆເປັນໄລຍະໃຫ້ຈະແຈ້ງ.

 

 

ຫຼ້າສຸດ, ອີງຕາມລາຍງານຈາກກະຊວງສາທາລະນະສຸກ ມາເຖິງປັດຈຸບັນມີຄົນເປັນໄຂ້ຍຸງລາຍຢູ່ໃນລາວເກືອບ 10. 000 ຄົນ ແລະ ເສຍຊີວິດແລ້ວ 25 ຄົນ ໃນຂອບເຂດທົ່ວປະເທດ. ກະຊວງສາທາລະນະສຸກໄດ້ລາຍງານວ່າ ປັດຈຸບັນພະຍາດໄຂ້ຍຸງລາຍຖືວ່າລະບາດແລ້ວຢູ່ໃນ ສປປລາວ ໂດຍສະເພາະແມ່ນ ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ, ສະຫວັນະເຂດ, ສາລະວັນ, ຄຳມ່ວນ, ບໍລິຄຳໄຊ ຕາມລະດັບ. ອີງຕາມການຕິດຕາມຂໍ້ມູນຈາກແຕ່ລະແຂວງຈົນເຖິງ ວັນທີ 01 ກໍລະກົດ 2019 ເຫັນວ່າ ມີຜູ້ເປັນໄຂ້ຍຸງລາຍແລ້ວທັງໝົດ 9. 929 ຄົນ ແລະ ເສຍຊີວິດ 25 ຄົນ.

 

ไม่มีคำอธิบายรูปภาพ