ສາວໆ ສະໝັກເລີຍ ມິສເວີລາວ 2019 ເພື່ອຊີງໄຊໃນເວທີລະດັບໂລກ

75

ໝູນວຽນມາອີກຮອບ ກັບເວທີອັນຊົງກຽດ ການປະກວດນາງສາວ ມິສເວີລາວ 2019 (Miss World Laos 2019) ຖືເປັນເວທີຄວາມງາມທີ່ຍິ່ງໃຫຍ່ ແລະ ຊົງຄຸນຄ່າທີ່ສຸດໃນ ສປປ ລາວ ເປີດຮັບສະໝັກແລ້ວຕັ້ງແຕ່ມື້ນີ້ ຈົນຮອດວັນທີ 20 ສິງຫາ 2019 ສາວໆທ່ານໃດທີ່ມີຄວາມຝັນ ຄວາມມັກຮັກໃນການປະກວດ ເພື່ອໂຊຄວາມສາມາດ, ຄວາມງາມ ຮ່ວມເຜີຍແຜ່ວັດທະນະທໍາ ຮີດຄອງປະເພນີອັນດີງາມໃຫ້ມວນຊົນໄດ້ຮັບຮູ້ຫຼາຍຂຶ້ນ.

ໂດຍຜູ້ທີ່ຈະເຂົ້າປະກວດ ຕ້ອງເປັນສັນຊາດລາວໂດຍກໍາເນີດ, ອາຍຸລະຫວ່າງ 17-27 ປີ, ສ່ວນສູງ 165 ຊັງຕີແມັດຂຶ້ນໄປ, ເປັນຍິງໂສດ ແລະ ສາມາດສື່ສານດ້ວຍພາສາອັງກິດໄດ້.

ເລີ່ມເປີດຮັບສະໝັກແຕ່ມື້ນີ້ເຖິງ ວັນທີ 20 ສິງຫາ 2019 ແລະ ຈະມີຮອບຄັດເລືອກ 20 ຄົນສຸດທ້າຍໃນວັນທີ 20 ສິງຫາ 2019; ຖ່າຍແບບປະຊາສຳພັນວັນທີ 27 ສິງຫາ 2019; ນາງສາວເກັບຕົວທີ່ໂຮງແຮມ ແລະ ສະຖານທີ່ຕ່າງໆວັນທີ 15 ກັນຍາ 2019 ແລະ ຮອບຊີງຊະນະເລີດແມ່ນວັນທີ 20 ກັນຍາ 2019.

ສຳລັບສາວໆທ່ານໃດທີ່ຢາກລົງປະກວດ ແຕ່ຍັງຂາດຄວາມຫມັ້ນໃຈ ຫລື ບໍ່ກ້າໄປ ແລະ ຢ້ານບໍ່ໄດ້ເຂົ້າຮອບ ທ່ານບໍ່ຕ້ອງຢ້ານ ຂໍພຽງມີຄວາມຢາກໃນຕົວ ແລະລອງໄປໃຊ້ຊີວິດຮ່ວມກັບບັນດານາງງາມເບິ່ງ ເພາະທ່ານຈະໄດ້ຮັບການຝຶກບຸກຄະລິກກະພາບ, ຈະມີເອື້ອຍລ້ຽງນາງງາມຄອຍໃຫ້ຄຳປຶກສາເທັກນິກໃນການປະກວດທຸກຢ່າງ ເພື່ອກຽມພ້ອມຂຶ້ນເວທີປະກວດ ຖືວ່າທ່ານຈະໄດ້ຄວາມຮູ້ ປະສົບການທີ່ຫຼາກຫຼາຍກັບໄປພັດທະນາຕໍ່, ບໍ່ແນທ່ານອາດໄດ້ເປັນໜຶ່ງຄົນທີ່ໄດ້ໃຊ້ນາມສະກຸນ ມິສເວີລາວ 2019 ແລະ ໄດ້ພົບພໍ້ໝູ່ເພື່ອນ ມິດຕະພາບໃໝ່ໆໃນເວທີແຫ່ງນີ້ ແລະບໍ່ມີໃຜຄາດເດົາໄດ້ທ່ານຜ່ານເວທີນີ້ອາດເຮັດໃຫ້ຊີວິດທ່ານປ່ຽນໄປຕະຫຼອດການ.

ງານປະກວດ Miss World Laos 2019 ປີນີ້ ຈັດຂຶ້ນພາຍໃຕ້ສະໂລແກນ “ງາມຢ່າງມີຄຸນຄ່າ ສູ່ສາຍຕາທີ່ສຳຜັດໄດ້” ຊີງເງິນລາງວັນລວມມູນຄ່າກວ່າ 150 ລ້ານກີບ ພິເສດສຳລັບມຸງກຸດຜູ້ທີ່ຈະຄອງຕຳແໜ່ງ ມິສເວີລາວ ຈະເປັນຕົວແທນຂອງສາວລາວທົ່ວປະເທດ ໄປຮ່ວມປະກວດຊີງໄຊໃນເວທີລະດັບໂລກເຊິ່ງຈະຈັດຂຶ້ນທີ່ປະເທດໄທ (ພັດທະຍາ).