ອາລິອັນສ໌ ກຽມຄັດເລືອກນັກເຕະເຍົາວະຊົນລາວ ໄປຝຶກຊ້ອມກັບຄູຝຶກບາເຢິນ

128

ບໍລິສັດ ອາລິອັນສ໌ ປະກັນໄພລາວ ກໍຄື ກຸ່ມບໍລິສັດ ອາລິອັນສ໌ ບໍລິສັດປະກັນໄພ ຮ່ວມກັບສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກຽມຄັດເອົາເຍົາວະຊົນຕົວແທນຈາກ ສປປ ລາວ 2 ນ້ອງ ອາຍຸລະ ຫວ່າງ 14 – 16 ປີ ໃນທ້າຍອາທິດນີ້ເພື່ອໄປສໍາຜັດປະສົບການຕົວຈິງກັບສະໂມສອນບານເຕະລະດັບໂລກ ສະໂມສອນບາເຢິນ ມິວນິກ ປະເທດເຢຍລະມັນ ພາຍໃຕ້ໂຄງການ Allianz Explorer Camp Laos 2019.

ເມື່ອວັນທີ 2 ກໍລະກົດ 2019 ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວເພື່ອເປີດຮັບສະໝັກເຍົາວະຊົນລາວເຂົ້າຮ່ວມຄັດເລືອກເປັນຕົວແທນຂອງ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ກັນຍາ ແກ້ວມະນີ ກ່າວວ່າ: ໂຄງການດັ່ງກ່າວຈັດຂຶ້ນທີ່ ສປປ ລາວ ມາແລ້ວ 3 ຄັ້ງ ແລະ ເປັນຄັ້ງທີ 2 ທີ່ ອາລິອັນສ໌ ປະກັນໄພລາວ ຮ່ວມກັບ ສຕລ ຄັດເລືອກເອົານັກກີລາເຍົາວະຊົນລາວ ໄປຮ່ວມຝຶກຊ້ອມກັບຄູຝຶກ ແລະ ນັກເຕະຂອງ ບາເຢິນ ມິວນິກ ສະໂມສອນລະດັບໂລກເຊິ່ງຄັ້ງນີ້ເປັນໂອກາດດີໃຫ້ກັບເຍົາວະຊົນລາວ ໂດຍຈະຄັດເອົາ 2 ນ້ອງ ທີ່ມີພອນສະຫວັນ ແລະ ມີທັກສະຈາກການຄັດເລືອກຂອງຄະນະກໍາມະການທີ່ມີປະສົບການຈາກ ສຕລ ເພື່ອໄປເຂົ້າແຄັມທີ່ປະເທດສິງກະໂປ ກ່ອນຈະມີການຄັດເລືອກອີກຄັ້ງກັບເຍົາວະຊົນໃນພາກພື້ນອາຊີ ເພື່ອລຸ້ນໄປ ບາເຢິນ ມິວນິກ ປະເທດເຢຍລະມັນ, ເຊື່ອແນ່ວ່ານັກເຕະທີ່ໄດ້ໄປຮ່ວມໂຄງການດັ່ງກ່າວຈະເປັນຈຸດເລີ່ມຕົ້ນກ້າວສູ່ອາຊີບເໝືອນດັ່ງນັກເຕະລາວທີ່ຜ່ານໆມາ, ປັດຈຸບັນກໍຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ ຊຸດບານເຕະ ສາຍ ກ 2019.

ທ່ານ ບຸນຖົມ ລໍມະນີ ຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ກ່າວວ່າ: ໂຄງການດັ່ງກ່າວຈັດຂຶ້ນມາເປັນ 11 ປີແລ້ວ, ແຕ່ໃນ ສປປ ລາວ ນັ້ນ ອາລິອັນສ໌ ປະກັນໄພລາວ ສົ່ງນັກກີລາໄປຮ່ວມເປັນປີທີ 3 ເລີ່ມແຕ່ປີ 2017 ສົ່ງ 2 ນ້ອງ ໄປເຂົ້າແຄັມທີ່ປະເທດອິນໂດເນເຊຍ ແລະ ປີ 2018 ກໍສົ່ງ 2 ນ້ອງ ໄປເຂົ້າແຄັມທີ່ປະເທດໄທ, ສ່ວນໃນປີນີ້ຈະຄັດເອົາ 2 ນ້ອງ ເຊັ່ນກັນເພື່ອເຂົ້າຮ່ວມໂຄງການ Allianz Explorer Camp Laos 2019 ໂດຍຈະແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໂຄງການຈະຄັດເລືອກເອົາຜູ້ຊະນະຈາກການຄັດເລືອກຢູ່ລາວ ເພື່ອໄປເຂົ້າຄ້າຍຝຶກຊ້ອມຢູ່ປະເທດສິງກະໂປ ຮ່ວມກັບຜູ້ຊະນະຈາກບັນດາປະເທດອາຊຽນ ໃນລະຫວ່າງວັນທີ 23 – 26 ກໍລະກົດ 2019, ສ່ວນໄລຍະທີ 2 ຄັດເລືອກເອົາຜູ້ທີ່ຊະນະຈາກຄ້າຍຝຶກຊ້ອມຢູ່ສິງກະໂປ ເພື່ອເຂົ້າຮ່ວມຄ້າຍຝຶກຊ້ອມກັບ ສະໂມສອນບາເຢິນ ມິວນິກ ທີ່ປະເທດເຢຍລະມັນ ອີກ 1 ຄົນ ເພື່ອຮ່ວມຝຶກຊ້ອມກັບຜູ້ຊະນະຈາກທົ່ວໂລກ ໃນວັນທີ 22 – 27 ສິງຫາ 2019.

ທ້າວ ສອນໄຊ ນັນທະໄຊ ນັກເຕະເຍົາວະຊົນລາວ ທີ່ຊະນະເລີດເມື່ອປີ 2018 ປັດຈຸບັນຢູ່ກັບ ຊ້າງນ້ອຍ ເອັຟຊີ ສະໂມສອນໃນຊຸດບານເຕະ ສາຍ ກ 2019 ເລົ່າປະສົບການໃນການໄປໂຄງການດັ່ງກ່າວວ່າ: ການໄປເຂົ້າແຄັມໃນຄັ້ງນັ້ນນ້ອງໄດ້ປະສົບການຫຼາຍໆຢ່າງ, ໄດ້ຄວາມສາມັກຄີ, ຝຶກຊ້ອມກັບຄູຝຶກລະດັບໂລກ ແລະ ແລກປ່ຽນວັດທະນະທໍາກັບເຍົາວະຊົນແຕ່ລະປະເທດ, ຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ເຊິ່ງຕ້ອງຂໍຂອບໃຈ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ສຕລ ທີ່ເຮັດໃຫ້ນ້ອງໄດ້ຮັບໂອກາດ ແລະ ໄດ້ມາຢືນຢູ່ໃນຈຸດນີ້.

ສໍາລັບການຄັດເອົາເຍົາວະຊົນຕົວແທນຈາກ ສປປ ລາວ 2 ນ້ອງ ອາຍຸລະ ຫວ່າງ 14 – 16 ປີ ແມ່ນໄດ້ເປີດໃຫ້ສະໝັກແຕ່ມື້ນີ້ເປັນຕົ້ນໄປ, ຜູ້ທີ່ສະໝັກຕ້ອງມີອາຍຸ 14 – 16 ປີ ບໍ່ຈໍາກັດເພດ ແລະ ຈໍານວນ, ສັນຊາດລາວ, ມີຄວາມມັກໃນກີລາບານເຕະ, ມີທັກສະທາງດ້ານພາສາອັງກິດຂັ້ນພື້ນຖານ, ມີຄວາມກ້າຫານ ແລະ ສະແຫວງຫາປະສົບການໃໝ່ໆ ແລະ ມີສໍາເນົາບັດປະຈໍາຕົວ ຫຼື ປຶ້ມສໍາມະໂນຄົວ     ( ໃຫ້ຖືໄປນໍາໃນມື້ຄັດເລືອກພ້ອມ ).

ສ່ວນການຄັດເລືອກແມ່ນຈະຈັດຂຶ້ນໃນວັນເສົາທີ 6 ກໍລະກົດ 2019 ເລີ່ມແຕ່ເວລາ 6:00 ໂມງ ທີ່ເດີ່ນສະຫະພັນກີລາບານເຕະແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍນ້ອງໆສາມາດສະໝັກຜ່ານເຟສບຸ໊ກຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໂດຍພິມ @agl.allianz ຫຼື ສາມາດສະໝັກໃນມື້ຄັດເລືອກເລີຍກໍໄດ້.

( ຂ່າວ: ຄໍາສອນ; ຮູບ: ສອນໄຊ )