ອີກ 10 ປີ ຫຸ່ນຍົນຈະເຂົ້າມາແທນທີ່ແຮງງານຄົນ 20 ລ້ານຕໍາແໜ່ງ

34

ການວິເຄາະເສດຖະກິດ ໃຫ້ຮູ້ວ່າ: ຕໍາແໜ່ງວຽກໃນຂະແໜງການຜະລິດທົ່ວໂລກ ສູງເຖິງ 20 ລ້ານຕໍາແໜ່ງອາດຖືກແທນທີ່ດ້ວຍຫຸ່ນຍົນ ໃນປີ 2030.

ອັອກຟອດ ອີໂຄໂນມິກ ບໍລິສັດວິເຄາະເສດຖະກິດ ລາຍງານວ່າ: ຕໍາແໜ່ງວຽກໃນຂະແໜງການບໍລິການກໍຈະຖືກຫຸ່ນຍົນມາແທນທີ່ດ້ວຍສ່ວນໜຶ່ງນໍາ. ຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງຫຸ່ນຍົນກໍມີສ່ວນຊ່ວຍຊຸກຍູ້ເສດຖະກິດຂະຫຍາຍຕົວ ແລະ ເພີ່ມຕໍາແໜ່ງວຽກນໍາອີກ.

ນອກຈາກນີ້, ທາງບໍລິສັດຍັງໄດ້ຮຽກຮ້ອງໃຫ້ມີການດໍາເນີນການປ້ອງກັນບໍ່ໃຫ້ບັນຫາຄວາມຫຼຸດໂຕນທາງລາຍໄດ້ທີ່ມີຢູ່ແລ້ວໃນປັດຈຸບັນຮ້າຍແຮງຂຶ້ນຈາກການນໍາຫຸ່ນມາເຮັດວຽກແທນຄົນ.

ການມີຫຸ່ນຍົນອຸດສາຫະກໍາເພີ່ມຂຶ້ນ 1 ອັນ ຈະມາແທນທີ່ວຽກໃນຂະແໜງການຜະລິດ 1,6 ຕໍາແໜ່ງ ໂດຍທະວີບໃດປະຊາກອນໃຊ້ຄວາມຮູ້, ຄວາມສາມາດໜ້ອຍກໍຈະໄດ້ຮັບຜົນກະທົບຫຼາຍຂຶ້ນ.

ທະວີບໃດທີ່ມີຄົນໃຊ້ຄວາມຮູ້, ຄວາມສາມາດໃນການເຮັດວຽກໜ້ອຍ ເຊິ່ງມີທ່າອ່ຽງທີ່ຈະມີເສດຖະກິດອ່ອນແອກວ່າ ແລະ ມີອັດຕາການວ່າງວຽກທີ່ສູງກວ່າຂົງເຂດອື່ນ ຈະສ່ຽງຕໍ່ການສູນເສຍຕໍາແໜ່ງວຽກໃຫ້ແກ່ຫຸ່ນຍົນຫຼາຍກວ່າ.