ອຸຕຸແຈ້ງດ່ວນ! ພາກເໜືອເຝົ້າລະວັງ ຈະເກີດມີຝົນຕົກໜັກ ຈາກພາຍຸເດເປຼຊັນ

67

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກເຕືອນໄພຝົນຕົກໜັກ ນັບແຕ່ວັນທີ 02 ຫາ 05 ກໍລະກົດ 2019 ເປັນສະບັບທີ 2 ສະບັບເລກທີ 0907/ກອຕທ ລົງວັນທີ 02 ກໍລະກົດ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ປົກຄຸມຢູ່ທະເລຈີນຕອນໃຕ້, ຕອນເໜືອໄດ້ເພີ່ມກຳລັງແຮງຂຶ້ນເປັນພາຍຸເດເປຼຊັນ ເຊິ່ງໃນເວລາ 07 ໂມງເຊົ້າຂອງວັນທີ 02 ກໍລະກົດ 2019 ມີຈຸດສູນກາງຢູ່ເສັ້ນຂະໜານທີ 18.5 ອົງສາເໜືອ ແລະ ເສັ້ນແວງທີ 113.3 ອົງສາຕາເວັນອອກ ພວມເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ເຊິ່ງພາຍຸຫົວນີ້ຈະເຄື່ອນທີ່ຜ່ານເກາະໄຮໜານໃນຕອນຄໍ່າຂອງມື້ນີ້.

 

ເປັນພຽງພາບປະກອບຂ່າວ

 

ຈາກນັ້ນ, ຈະມີທ່າອ່ຽງຜ່ານໃກ້ພາກເໜືອຂອງປະເທດ ສສ ຫວຽດນາມ ໃນໄລຍະວັນທີ 03 ຫາ 05 ກໍລະກົດ 2019 ຈາກທ່າອ່ຽງເຄື່ອນທີ່ຂອງພາຍຸຫົວນີ້ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດໃນຂອບເຂດທົ່ວປະເທດ.

 

ເປັນພຽງພາບປະກອບຂ່າວ

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີນໍ້າຖ້ວມອັ່ງຢູ່ແຂວງພາກກາງ ຫາ ພາກໃຕ້ ແລະ ມີລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າຫັກລົ້ມ, ຫຼັງຄາເຮືອນເປ່ເພ ພ້ອມນີ້, ກໍ່ໃຫ້ຫຼີກເວັ້ນ ການໄປນັ່ງຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄາມສ່ຽງໃຫ້ເກີດຟ້າຜ່າ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.

 

ເປັນພຽງພາບປະກອບຂ່າວ

 

 

ແຈ້ງເຕືອນສະບັບທຳອິດ

 

 

ແຈ້ງເຕືອນສະບັບທີ 2