ແຂວງ ໄຊຍະບູລີ ປະກາດການຈັດຕັ້ງ – ຊັບຊ້ອນໜ້າທີ່ 10 ກວ່າຕຳແໜ່ງ

144

ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2019 ນີ້ທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູລີ, ໄດ້ຈັດພິທີ ປະກາດການຈັດຕັ້ງຂຶ້ນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ, ມີບັນດາຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ 100 ກວ່າຄົນ.

 

 

ໃນພິທີ  ທ່ານ ຄໍາພຽນ ປັນຍາວົງ   ຮອງຫົວໜ້າຈັດຕັ້ງແຂວງ ໄຊຍະບູລີ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງ ໄຊຍະບູລີ ວ່າດ້ວຍການອະນຸມັດພະນັກງານອອກພັກການຮັບອຸດໜູນບໍານານ, ການໂຍກຍ້າຍ, ຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານ ຢູ່ບັນດາພະແນກການອ້ອມຂ້າງແຂວງໄປຮັບໜ້າທີ່ໃໝ່ຄື: ເຫັນດີໃຫ້ ທ່ານ ບຸນຕາ ອິນທະວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ອອກພັກການຮັບອຸດໜູນບໍານານ.

 

 

ໂຍກຍ້າຍ ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງອຸດສາຫະກໍາ ແລະ ການຄ້າ; ແຕ່ງຕັ້ງ ທ່ານ ຈັນເພັງ ພັນທຸອາມາດ ຮອງເຈົ້າເມືອງໆຄອບ ເປັນເລຂາໜ່ວຍພັກ, ຮັກສາການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ; ແຕ່ງຕັ້ງ ທ່ານ ຄໍາໄຊເລົາ ລືເຕຊາ ຫົວໜ້າຂະແໜງນໍາເຂົ້າ-ສົ່ງອອກ ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ຂຶ້ນເປັນຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ; ແຕ່ງຕັ້ງ ທ່ານ ບຸນລ້ວນ ຊົມສີຫາປັນຍາ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ໄປຮັບໜ້າທີ່ໃໝ່ຢູ່ເມືອງ ຊຽງຮ່ອນ.

 

 

ແຕ່ງຕັ້ງ ທ່ານ ນາງ ຄໍາມີ ຈັນທີບ ຫົວໜ້າ ໂຮງຮຽນ ການເມືອງ-ການປົກຄອງແຂວງ, ເປັນເລຂາໜ່ວຍພັກ, ເປັນຫົວໜ້າ ພະແນກ ແຜນການ ແລະ ການລົງທຶນແຂວງ; ຊັບຊ້ອນ ທ່ານ ສີສອນພັນ ບຸນສີ ທີ່ໂຍກຍ້າຍຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນເລຂາໜ່ວຍພັກ, ເປັນຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ; ແຕ່ງຕັ້ງ ທ່ານ ບຸນຍອງ ອາລິລັກ ຮອງເລຂາຄະນະຊາວໜຸ່ມແຂວງ, ເປັນຮອງຫົວໜ້າ ໂຮງຮຽນ ການເມືອງ-ການປົກຄອງແຂວງ.

ໂຍກຍ້າຍ ທ່ານ ຄໍາແພງ ຕັດສະຫວັດ ຫົວໜ້າພະແນກ ພາຍໃນແຂວງ ໄປຮັບໜ້າທີ່ໃໝ່ຢູ່ເມືອງ ເງິນ, ແຕ່ງຕັ້ງ ທ່ານ ຄໍາສີ ແພງສະຫວັນ, ປະທານກໍາມະບານແຂວງ, ເປັນເລຂາໜ່ວຍພັກ, ເປັນຫົວໜ້າພະແນກ ພາຍໃນແຂວງ; ແຕ່ງຕັ້ງ ທ່ານ ວິທະຍາ ດາລາທີບ ຮອງປະທານກໍາມະບານແຂວງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າໂຄສະນາອົບຮົມແຂວງ, ແຕ່ງຕັ້ງ ທ່ານ ຄໍາຜຸຍ ອິນທະບັນດິດ ຮອງປະທານກໍາມະບານແຂວງ ຂຶ້ນເປັນເລຂາໜ່ວຍພັກ, ເປັນປະທານ ກໍາມະບານແຂວງ.

 

 

ໂຍກຍ້າຍ ທ່ານ ຄໍາຫຼ້າ ຜີວວັນນາ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ໄປຮັບໜ້າທີ່ໃໝ່ຢູ່ເມືອງ ຫົງສາ,  ແຕ່ງຕັ້ງ ທ່ານ ສົມຫວັງ ແກ້ວວິໄລສັກ ເຈົ້າເມືອງໆພຽງ ເປັນຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ໂຍກຍ້າຍ ທ່ານ ແພງຊ້ອຍ ແພງເມືອງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກໂຍທາທິການແລະຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ເມືອງ ຄອບ, ທ່ານ ຄໍາເພັດ ພົມມາລາດ ເຈົ້າເມືອງຫົງສາ ເປັນ ເລຂາຄະນະພັກຮາກຖານ, ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ.

 

 

ໂຍກຍ້າຍ ທ່ານ ໜູເກນ ພັນລັກ ຮອງຫົວໜ້າຫ້ອງວ່າການແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າ ພະແນກແຮງງານແລະສະຫວັດດີການສັງຄົມ; ແຕ່ງຕັ້ງ ທ່ານ ຢ່າງເຊັ່ງ ເຊັງຢ່າງ ຫົວໜ້າກອງທຶນປະກັນສັງຄົມແຂວງ, ເປັນຫົວໜ້າສູນປະກັນສັງຄົມແຂວງ ແລະ ແຕ່ງຕັ້ງ ທ່ານ ນາງ ຈັນສະໜອນ ຄໍາອ່ອນ  ຫົວໜ້າຫ້ອງການ ຮສສ ເມືອງ ຄອບເປັນຮອງຫົວໜ້າສູນປະກັນສັງຄົມແຂວງ.

ໂອກາດດັ່ງກ່າວ ທ່ານ ສົມລິດ ເປືອກແກ້ວ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ພນັກງານທີ່ຖືກແຕ່ງຕັ້ງ ແລະ ໂຍກຍ້າຍຄັ້ງນີ້ຈົ່ງເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນສໍາເຮັດເປັນກ້າວໆ, ສືບຕໍ່ສ້າງຄວາມສາມັກຄີພາຍໃນກົມກອງໃຫ້ແໜ້ນແຟ້ນ ແລະ ວາງແຜນວຽກງານໃຫ້ລະອຽດ.