ຂຶ້ນທະບຽນວິສາຫະກິດແບບທັນສະໄໝ ໄດ້ 5 ພັນກວ່າຫົວໜ່ວຍ

113

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ( ທຄວ ) ໄດ້ເລີ່ມການຂຶ້ນທະບຽນວິສາຫະກິດແບບທັນສະໄໝ ໂດຍການເຊື່ອມລະບົບທະບຽນວິສາຫະກິດກັບລະບົບອາກອນ ເຮັດໃຫ້ເລກປະຈໍາຕົວຜູ້ເສຍອາກອນອອກພ້ອມກັບໃບທະບຽນວິສາຫະກິດ ໄດ້ເຖິງ 5.376 ຫົວໜ່ວຍ ສາມາດປະຢັດເວລາໄດ້ເຖິງ 30 ກວ່າວັນ.

ກອງປະຊຸມໃຫຍ່ຂອງໜ່ວຍພັກ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຄັ້ງທີ II ຈັດຂຶ້ນໃນວັນທີ 28 ມິຖຸນາ 2019 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມພວງ         ພຽນພິນິດ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ບັນດາກົມອ້ອມຂ້າງພ້ອມດ້ວຍສະມາຊິກພັກສໍາຮອງ, ສົມບູນເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການຈັດຕັ້ງນໍາພາວຽກງານຂອງໜ່ວຍພັກກົມ ທຄວ ໄດ້ປະສົບຜົນສໍາເລັດໃນຫຼາຍດ້ານ ແຕ່ທຽບກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະອີກ 5 ປີຕໍ່ໜ້າ ຄວນເອົາໃຈໃສ່ໃນບາງຈຸດ ເຊັ່ນ: ສືບຕໍ່ຍົກລະດັບການຄົ້ນ ຄວ້າກໍາແໜ້ນແນວທາງ, ມະຕິ, ຄໍາສັ່ງຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ ພ້ອມທັງຍົກລະດັບ ຄວາມສາມາດໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດຂອງຕົນໃຫ້ເກີດຜົນເປັນຮູບປະທໍາ, ສືບຕໍ່ເພີ່ມທະວີຊຸກຍູ້ຂະບວນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນເອົາມະຫາຊົນ ແລະ ການຕໍາໜິສົ່ງຂ່າວເປັນອາວຸດກໍ່ສ້າງ ແລະ ຂະຫຍາຍພັກ, ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນລະບົບ ຢຶດໝັ້ນຫຼັກການເຮັດວຽກຂອງພັກ ໂດຍສະເພາະຫຼັກການລວມສູນປະຊາທິປະໄຕ ແບ່ງງານບຸກຄົນຮັບຜິດຊອບ, ເອົາໃຈໃສ່ຊີ້ນໍາ – ນໍາພາດ້ານວິຊາສະເພາະໃຫ້ມີບາດກ້າວໃໝ່ ເປັນຕົ້ນການຊີ້ນໍາສາຍຕັ້ງຂັ້ນທ້ອງຖິ່ນ, ການປະສານຊຸກຍູ້ວຽກງານຂອງພາກສ່ວນທີ່ຢູ່ໃນຂອດການເລີ່ມຕົ້ນທຸລະກິດໃຫ້ບັນລຸຕາມເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້ໃນທິດທາງແຜນການນໍາພາຂອງໜ່ວຍພັກໃນໄລຍະເຖິງປີ 2024.

ທ່ານຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດຂຶ້ນຜ່ານບົດລາຍງານການເມືອງຂອງໜ່ວຍພັກ ກົມ ທຄວ ມີເນື້ອໃນບາງຕອນ ກ່າວວ່າ: ໜ່ວຍພັກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໄດ້ເປັນເຈົ້າການໃນການຮັບຜິດຊອບປະສານຊຸກຍູ້ບັນດາຂະແໜງການກ່ຽວຂ້ອງ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງຄໍາສັ່ງ 02/ນຍ ໃນສ່ວນທີ່ຕິດພັນກັບວຽກງານປັບປຸງຕົວຊີ້ວັດການເລີ່ມຕົ້ນທຸລະກິດໃຫ້ກາຍເປັນນິຕິກໍາ ແລະ ການຈັດຕັ້ງປະຕິບັດລະອຽດ ເຊິ່ງໄດ້ສ້າງບາດກ້າວບຸກທະລຸທີ່ເປັນຮູບປະທໍາໃນການຫຼຸດຂັ້ນຂອດເວລາ ແລະ ຕົ້ນທຶນໃນການປະກອບທຸລະກິດ ຈາກ 10 ຂັ້ນຕອນ ເຫຼືອ 4 ຂັ້ນຕອນ, ຈາກເວລາ 228ວັນ ຫຼື ສະເລ່ຍ 174 ວັນ ເຫຼືອບໍ່ເກີນ 40 ວັນ ( 5,7 ເທົ່າ ), ຫຼຸດຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດລົງໄດ້ສະເລ່ຍ 725.000 ກີບ. ນອກຈາກນີ້, ບາດກ້າວສໍາຄັນອີກອັນໜຶ່ງແມ່ນ ກົມ ທຄວ ໄດ້ຮ່ວມມືກັບໂຄງການຂອງຕ່າງປະເທດ, ເລີ່ມບາດກ້າວສ້າງພື້ນຖານທີ່ຈໍາເປັນ ສໍາລັບການຂຶ້ນທະບຽນວິສາຫະກິດແບບທັນສະໄໝ ຫຼື ການຂຶ້ນທະບຽນອອນລາຍໃນຕໍ່ໜ້າ ໂດຍໄດ້ດໍາເນີນການເຊື່ອມລະບົບທະບຽນວິສາຫະກິດ ຫຼື ລະບົບ ERS ກັບລະບົບອາກອນ ຫຼື ລະບົບ TaxRis ທີ່ເຮັດໃຫ້ເລກປະຈໍາຕົວຜູ້ເສຍອາກອນອອກພ້ອມກັບໃບທະບຽນວິສາຫະກິດ ເຊິ່ງປັດຈຸບັນນີ້ 18 ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ 108 ເມືອງ ຂອງ 13 ແຂວງ ສາມາດເຂົ້າສູ່ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ແລ້ວ 5.376 ຫົວໜ່ວຍ ປະຢັດເວລາໄດ້ເຖິງ 30 ກວ່າວັນ. ພ້ອມດຽວກັນນີ້, ໃນໄລຍະ 5 ປີຜ່ານມາ ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ ໄດ້ 4.368 ຕື້ກວ່າກີບ. ໃນນີ້, ລາຍຮັບວິຊາການ 300 ລ້ານກວ່າກີບ, ຄ່າທໍານຽມອອກໃບທະບຽນ 3.974 ຕື້ກວ່າກີບ ແລະ ກໍຍັງມີຜົນງານອື່ນອີກຫຼາຍດ້ານ.

ສຳລັບທິດທາງຄືແຜນການ 5 ປີຕໍ່ໜ້າ ຈະສຸມໃສ່ປັບປຸງ 4 ນະໂຍບາຍໃຫຍ່ຂອງກົມໃຫ້ສອດຄ່ອງກັບແນວທາງ ແລະ ສະພາບຄວາມເປັນຈິງຂອງວຽກງານ ໃນໄລຍະແຕ່ນີ້ຮອດປີ 2024, ຄົ້ນຄວ້າ ສ້າງ ຫຼື ປັບປຸງບັນດານິຕິກຳກ່ຽວກັບວຽກງານທະບຽນວິສາຫະກິດໃຫ້ສອດຄ່ອງກັບຄໍາສັ່ງ 02/ນຍ, ຂໍ້ຕົກລົງ 0023/ອຄ.ກທຄວ ຫຼື ລະບົບການຂຶ້ນທະບຽນວິສາຫະກິດແບບ Ex Post ສ້າງພື້ນຖານໃຫ້ແກ່ການຂຶ້ນທະບຽນອອນລາຍໃຫ້ໄດ້ໃນ 5 ປີຕໍ່ໜ້າ; ດ້ານການສ້າງບັນຍາກາດການເລີ່ມຕົ້ນທຸລະກິດ ຈະສຸມໃສ່ແກ້ໄຂອຸປະສັກທີ່ເປັນຂອດອັດຕັນທີ່ສ້າງ ຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດເພື່ອຫຼຸດຂັ້ນຕອນ, ເວລາ ແລະ ຕົ້ນທຶນການເລີ່ມຕົ້ນທຸລະກິດໃຫ້ໜ້ອຍລົງ ຈາກ 4 ຂອດ ເປັນ 3 ຫຼື 2 ຂອດ, ຈາກ 40 ວັນ ເຫຼືອບໍ່ເກີນ 10 ວັນ ຈາກລາຍຈ່າຍ 1,8 ລ້ານກີບ ເຫຼືອບໍ່ເກີນ 1 ລ້ານກີບ ແລະ ສຸມໃສ່ປັບປຸງວຽກງານດ້ານອື່ນໆອີກ.

ນອກຈາກນີ້, ພາຍໃນກອງປະຊຸມກໍໄດ້ມີການເລືອກຕັ້ງເອົາຄະນະພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ – ນໍາພາໜ່ວຍພັກຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປສູ່ກອງປະຊຸມໃຫຍ່ຄັ້ງໜ້າ ໂດຍຄັດເລືອກໄດ້ ທ່ານ ສົມພວງ ພຽນພິນິດ ເປັນເລຂາໜ່ວຍພັກ, ທ່ານ ນາງ ຈຽງຄໍາ ດວງພະຈັນ ເປັນຮອງເລຂາໜ່ວຍພັກ ແລະ ທ່ານ ວັນມີໄຊ   ດວງພະຈັນ ເປັນຄະນະໜ່ວຍພັກ.

[ ຂ່າວ: ເອຢິບ; ຮູບ: ວິລະສັກ ]