ນາຍົກ ຮຽກຮ້ອງໃຫ້ພາກທຸລະກິດຊ່ວຍກັນພັດທະນາເຂດຊົນນະບົດ

36

ນາຍົກ ໄດ້ຮຽກຮ້ອງໃຫ້ພາກທຸລະກິດຫັນການລົງທຶນສູ່ຊົນນະບົດ, ບິແບ່ງນໍ້າໃຈຊ່ວຍແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຊົນນະບົດຫຼາຍກວ່າເກົ່າ ເພາະວຽກງານພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ແມ່ນມີຄວາມສຳຄັນຕໍ່ການພັດທະນາພື້ນຖານເສດຖະກິດ – ສັງຄົມຂອງຊາດ, ເປັນວຽກບຸລິມະສິດຂອງລັດຖະບານທີ່ໄດ້ສຸມທຶນຮອນ, ສຸມເຫື່ອແຮງໃສ່.

ໃນວັນທີ 28 ມິຖຸນາ 2019 ລັດຖະບານຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍການເຂົ້າຮ່ວມໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຮອງນາຍົກ, ລັດຖະມົນຕີ, ຮອງລັດຖະມົນຕີ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ທີ່ຫໍປະຊຸມແຫ່ງຊາດ.

ພາຍຫຼັງໄດ້ຮັບການລາຍງານການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບັນດາແຂວງຈາກພາກທຸລະກິດ ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ຜ່ານມາພັກ ແລະ ລັດຖະບານກໍໄດ້ຖືສຳຄັນ ແລະ ໃຫ້ບຸລິມະສິດວຽກງານການພັດທະນາຊົນນະບົດເປັນພິເສດ ຍ້ອນສະພາບເງື່ອນໄຂຂອງຊົນນະບົດເຂດຫ່າງໄກສອກຫຼີກທີ່ຕ້ອງໄດ້ຮັບການພັດທະນາ, ຄືດັ່ງທີ່ຮູ້ນໍາກັນສະພາບຂອງເຂດເຫຼົ່ານັ້ນຍັງບໍ່ທັນມີພື້ນຖານໂຄງລ່າງທີ່ຈະອຳນວຍ ຄວາມສະດວກ, ປະຊາຊົນສ່ວນຫຼາຍກໍຍັງເອື່ອຍອີງທໍາມະຊາດໃນການດຳລົງຊີວິດ, ຕານ່າງການສຶກສາ ແລະ ສາທາບາງເຂດກໍບໍ່ສາມາດເຂົ້າເຖິງໄດ້, ໃນກໍລະນີທີ່ເຂົ້າໄປຮອດຊໍ້າຜັດມີຂໍ້ຈຳກັດຫຼາຍດ້ານ. ພ້ອມນີ້, ການຜະລິດເປັນສິນຄ້າແມ່ນຍັງຫຍຸ້ງຍາກຫຼາຍຈະໃຫ້ຜະລິດເພື່ອໃຫ້ກຸ້ມຕົນເອງກໍຍັງລຳບາກແລ້ວ. ສະນັ້ນ, ພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການ ແລະ ທຸກກໍາລັງແຮງທົ່ວສັງຄົມຕ້ອງເຂົ້າມາມີສ່ວນຮ່ວມ ແລະ ຍູ້ແຮງເຂົ້າໃນການສ້າງຂະບວນຮັກຊາດ ແລະ ພັດທະນາເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດຊາດຫຼຸດພົ້ນອອກຈາກ ຄວາມດ້ອຍພັດທະນາໂດຍໄວ.

ດັ່ງນັ້ນ, ຈຶ່ງສະເໜີໃຫ້ມີການປຸກລະດົມພາກທຸລະກິດ, ບໍລິສັດລົງໄປຊ່ວຍໃນການພັດທະນາຄອບຄົວ, ບ້ານ, ເມືອງໃຫ້ປະຊາຊົນຢູ່ຊົນນະບົດນັ້ນຮູ້ຜະລິດເປັນສິນຄ້າ ແລະ ຜະລິດອອກມາແລ້ວໃຫ້ໄດ້ຂາຍ. ສະນັ້ນ, ກອງປະຊຸມຄັ້ງນີ້ຖືເປັນການປຸກລະດົມອີກບັ້ນໜຶ່ງທີ່ເປັນທາງການ ເພາະຜ່ານມາກໍມີຫຼາຍທຸລະກິດ, ຫຼາຍບໍລິສັດທີ່ໄດ້ມີໂຄງການ, ມີປະສົບການ, ມີບົດຮຽນຈາກການຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດໃນໄລຍະຜ່ານມາ. ຫາກຢາກປະຕິບັດໃຫ້ໄດ້ຮັບໝາກຜົນຢ່າງຕັ້ງໜ້າ ພວກເຮົາຕ້ອງມີການຈັດຕັ້ງປະຕິບັດແບບຄຽງຄູ່ກັນ ເຊັ່ນ: ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ຫາກມີແຕ່ພາກສ່ວນໃດໜຶ່ງຈັດຕັ້ງປະຕິບັດກໍບໍ່ເກີດໝາກຜົນ ແລະ ຍືນຍົງໄດ້.

ທ່ານກ່າວຕື່ມວ່າ: ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບໝາກຜົນເປັນຈິງ ສະເໜີໃຫ້ທຸກພາກສ່ວນທີ່ຮັບຜິດຊອບເປັນເຈົ້າການຈັດຕັ້ງປະຕິບັດຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້ເຂົ້າສູ່ຕົວຈິງໃຫ້ໄວ ແລະ ດ້ວຍຈິດໃຈບຸກທະລຸແທ້. ກ່ອນອື່ນໝົດແມ່ນໃຫ້ສືບຕໍ່ຊຸກຍູ້ຂະບວນການພັດທະນາ ແລະ ຂະບວນການຜະລິດເປັນສິນຄ້າຢູ່ຮາກຖານ, ເພີ່ມກໍາລັງໃຫ້ຂັ້ນເມືອງໄປຄຽງຄູ່ກັບການກໍ່ສ້າງບ້ານ, ສະຫະກອນ ແລະ ດັດແປງໃໝ່ເສດຖະກິດຂອງລັດ; ອັນສໍາຄັນການຈັດຕັ້ງປະຕິບັດຕ້ອງມີການຕິດຕາມ, ກວດກາເພື່ອຊ່ວຍແກ້ໄຂບັນຫາຕ່າງໆຢ່າງເປັນປົກກະຕິ ແລະ ມີຄວາມວ່ອງໄວທັນການ, ຮັບປະກັນໃຫ້ການພັດທະນາດໍາເນີນໄປຕໍ່ເນື່ອງ, ມີຜົນສໍາເລັດ ແລະ ການຜະລິດເປັນສິນຄ້າມີການຂະຫຍາຍຕົວຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານນາຍົກກໍໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການຈາກທຸກພາກສ່ວນເສດຖະກິດຜູ້ມີປະສົບການ, ມີກໍາລັງແຮງ, ມີທຶນຮອນ, ມີນ້ຳໃຈເສຍສະຫຼະບິແບ່ງນໍ້າໃຈ ລວມທັງປະຊາຊົນບັນດາເຜົ່າທຸກຊັ້ນຄົນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພາກທຸລະກິດທີ່ຍັງບໍ່ທັນໄດ້ປະກອບສ່ວນເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ການພັດທະນາຊົນນະບົດ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນທີ່ລັດວາງອອກນີ້ ໃຫ້ຕື່ນຕົວແບບສະໝັກໃຈປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາເພື່ອໃຫ້ຊົນນະບົດຂອງປະເທດເຮົາໄດ້ຮັບການພັດທະນາຢ່າງທົ່ວເຖິງ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງໜັກແໜ້ນ ແລະ ປະເທດຊາດຈະເລີນວັດທະນາຂຶ້ນເລື້ອຍໆໄປ.

( ຂ່າວ: ຄຳນ້ອຍ: ຮູບ: ສອນໄຊ )