ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດ

88

ໄລຍະ 6 ເດືອນທ້າຍປີນີ້ ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດໄປຄຽງຄູ່ກັບການສົ່ງເສີມ ແລະ ອະນຸຍາດການລົງທຶນຕາມພາລະບົດບາດຂອງຕົນ, ບັນຫາໃດເກີນສິດ ຈຶ່ງສະເໜີມາຍັງລັດຖະບານເພື່ອພິຈາລະນາແກ້ໄຂໃຫ້ທັນການ. ໃນຂະນະທີ່ການຈັດເກັບລາຍຮັບກໍໃຫ້ໄດ້ຕາມແຜນແລະ ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ.

ທ່ານ ຈະເລີນ ເຢຍປາວເຮີ່ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 28 ມິຖຸນາຜ່ານມານີ້ວ່າ: ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄດ້ໄຂຂຶ້ນໃນວັນທີ 26 – 27 ມິຖຸນາ 2019 ຢູ່ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຜ່ານມານັ້ນ ກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ຕໍ່ 3 ກຸ່ມເນື້ອໃນສຳຄັນ ດັ່ງນີ້: ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2019; ທິດທາງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2020, ຕີລາຄາການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ບັນຫາພົ້ນເດັ່ນຈຳນວນໜຶ່ງ, ສະຫຼຸບຕີລາຄາກ່ຽວກັບການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນໄລຍະ 3 ປີທີ່ຜ່ານມາ ແລະ ທິດທາງຕໍ່ໜ້າ.

ຜົນຂອງການປຶກຫາລື ແລະ ພິຈາລະນາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນ 6 ເດືອນຕົ້ນປີ ກໍຄື 6 ເດືອນທ້າຍປີ 2019 ແລະ ທິດທາງປີ 2020 ນັ້ນ, ລັດຖະບານໄດ້ລາຍງານຕໍ່ກອງປະຊຸມ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ແລະ ສະພາແຫ່ງຊາດ ໄດ້ມີມະຕິຮັບຮອງເລກທີ 01/ສພຊ ລົງວັນທີ 07 ມິຖຸນາ 2019 ແລ້ວ, ແຕ່ກອງປະຊຸມກໍໄດ້ສະຫຼຸບສັງລວມຕື່ມວ່າ: ການພັດທະນາເສດຖະກິດ – ສັງຄົມ ໂດຍລວມດຳເນີນໄປຕາມແຜນການທີ່ວາງໄວ້, ເສດຖະກິດມະຫາພາກຍັງສືບຕໍ່ຢູ່ໃນທ່າຂະຫຍາຍຕົວ, ພວກເຮົາຮັກສາໄດ້ສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ການຄຸ້ມຄອງລັດ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການມີຄວາມເຂັ້ມງວດຂຶ້ນກ່ວາເກົ່າ, ບົດບາດຂອງປະເທດເຮົາໃນເວທີສາກົນໄດ້ຮັບການເຊີດຊູສູງຂຶ້ນຢ່າງຕໍ່ເນື່ອງ.

ທ່ານກ່າວຕື່ມວ່າ: ກອງປະຊຸມໄດ້ເປັນເອກະພາບກຳນົດວຽກຈຸດສຸມສຳຄັນ ສຳລັບ 6 ເດືອນທ້າຍປີ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້ ແລະ ມະຕິ 01 ຂອງສະພາແຫ່ງຊາດ ເປັນຕົ້ນ: ຕ້ອງສຸມໃສ່ຄຸ້ມຄອງການເກັບລາຍຮັບໃຫ້ຄົບຖ້ວນ ແລະ ໄປຕາມກົດໝາຍ, ລະບຽບການກຳນົດຢ່າງເຂັ້ມງວດ, ໃຫ້ບັນດາກະຊວງທີ່ມີລາຍຮັບ ແລະ ທ້ອງຖິ່ນເອົາໃຈໃສ່ຖືວຽກງານນີ້ເປັນໃຈກາງ. ພ້ອມກັນນີ້, ກໍຕ້ອງເອົາໃຈໃສ່ຄຸ້ມຄອງລາຍຈ່າຍ ແລະ ເຂັ້ມງວດຈັດຕັ້ງປະຕິບັດນະໂຍບາຍປະຢັດ, ຕ້ອງເອົາໃຈໃສ່ຄຸ້ມຄອງເສດຖະກິດມະຫາພາກ, ສູ້ຊົນໃຫ້ບັນລຸບັນດາຄາດໝາຍຕົວເລກມະຫາພາກໃນແຜນພັດທະນາເສດຖະກິດ – ສັງຄົມ; ຮັກສາສະຖຽນລະພາບເງິນຕາ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ກຳນົດໄວ້.

ສຸມໃສ່ຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດ ເຊິ່ງລັດຖະບານໄດ້ມອບໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການແລ້ວ, ຄຽງຄູ່ກັບການຈັດຕັ້ງປະຕິບັດຄຳສັ່ງ 02 ຢ່າງເຂັ້ມງວດ.

ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ສືບຕໍ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ຕາມນະໂຍບາຍຂອງລັດຖະບານ, ບັນດາຂະແໜງການ ແລະ ທ້ອງຖິ່ນຕ້ອງຕັ້ງໜ້າຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ແລະ ອະນຸຍາດການລົງທຶນຕາມສິດ, ພາລະບົດບາດຂອງຕົນ, ອັນໃດເກີນສິດ ຈຶ່ງສະເໜີມາຍັງລັດຖະບານ ແລະ ລັດຖະບານ ກໍຈະເອົາໃຈໃສ່ພິຈາລະນາແກ້ໄຂໃຫ້ທັນການ, ເອົາໃຈໃສ່ຊຸກຍູ້ການຜະລິດໃນລະດູຝົນ, ກະກຽມປ້ອງກັນ ແລະ ແກ້ໄຂບັນຫາພະຍາດລະບາດສັດ ແລະ ສັດຕູພືດ, ເລັ່ງລັດການຜະລິດສິນຄ້າ ໂດຍສະເພາະສິນຄ້າກະສິກຳສົ່ງອອກ; ສືບຕໍ່ເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໂດຍສະເພາະຕ້ອງນຳໃຊ້ມາດຕະການຕ່າງໆສະກັດກັ້ນ ແລະ ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກບໍ່ຫວັງດີທີ່ຜ່ານສື່ສັງຄົມອອນລາຍ, ການຕ້ານບັນຫາຢາເສບຕິດຕ້ອງເອົາໃຈໃສ່ເຮັດຢ່າງແຂງແຮງກວ່າເກົ່າ, ທຸກພາກສ່ວນຕ້ອງຮ່ວມມືຊ່ວຍກັນ.

ສຳລັບບັນຫາພົ້ນເດັ່ນຈຳນວນໜຶ່ງກອງປະຊຸມໄດ້ເຫັນດີເປັນເອກະພາບ ດັ່ງນີ້: ການປັບປຸງໂຄງສ້າງລາຄາໄຟຟ້າ, ໄດ້ຮັບຮອງດ້ານຫຼັກການຕໍ່ການປັບປຸງໂຄງສ້າງລາຄາໄຟຟ້າໃຫ້ສອດຄ່ອງ. ໃນນີ້, ສໍາລັບລາຄາໄຟຟ້າຮັບໃຊ້ທີ່ຢູ່ອາໄສແມ່ນໃຫ້ປະຕິບັດຕາມລາຄາດຽວ ໂດຍມີນະໂຍບາຍອຸດໜູນຕໍ່ເປົ້າໝາຍທີ່ຊົມໃຊ້ໄຟຟ້າ ຕໍ່າກວ່າ 50 ກິໂລວັດໂມງ. ພ້ອມກັນນັ້ນ, ກໍໃຫ້ປັບປຸງລາຄາໄຟຟ້າຮັບໃຊ້ການຜະລິດກະສິກຳ, ອຸດສາຫະກຳ, ການບໍລິການຕ່າງໆໃຫ້ສົມເຫດສົມຜົນ ເພື່ອຮັບປະກັນຊຸກຍູ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕື່ມກ່ອນຈະປະກາດໃຊ້.

 

( ຂ່າວ: ຄຳນ້ອຍ; ຮູບ: ສອນໄຊ )