ສສກ ກຽມຂຶ້ນບັນຊີ 3 ປະເພດ ເພື່ອແກ້ໄຂຄູອາສາສະໝັກ

38

ກະຊວງສຶກສາທິການ ແລະ ກີລາ ( ສສກ ) ກຽມຂຶ້ນບັນຊີ 3 ປະເພດ ເພື່ອແກ້ໄຂບັນຫາຄູອາສາສະໝັກ ກ່ອນຈະຄ່ອຍໆບັນຈຸເຂົ້າເປັນລັດຖະກອນຕາມໂກຕາທີ່ລັດຖະບານແບ່ງໃຫ້ ແຕ່ຕ້ອງໄດ້ຜ່ານການສອບເສັງຕາມລະບຽບ, ໃນຂະນະທີ່ການຄຸ້ມຄອງຄຸນນະພາບໂຮງຮຽນເອກະຊົນ, ກະຊວງສຶກສາທິການ ແລະ ກີລາ ແລະ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນປົກກະຕິ ພ້ອມທັງໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນແຕ່  ລະປີ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການແລະ ກີລາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ເມື່ອວັນທີ 27 ມິຖຸນາຜ່ານມານີ້ ໃຫ້ຮູ້ວ່າ: ການຄຸ້ມຄອງໂຮງຮຽນແຕ່ລະປະເພດແມ່ນໄດ້ມີນິຕິກຳຫຼາຍສະບັບ ເພື່ອເປັນບ່ອນອີງໃນການຄຸ້ມຄອງບັນດາໂຮງຮຽນເອກະຊົນ ແລະ ກໍາລັງສ້າງນິຕິກໍາກ່ຽວກັບການເກັບຄ່າຮຽນ – ຄ່າບໍລິການປະເພດຕ່າງໆຢູ່ສະຖາບັນການສຶກສາເອກະຊົນ. ນອກນັ້ນ, ຍັງມີສູນປະກັນຄຸນນະພາບການສຶກສາທີ່ມີພາລະບົດບາດໃນການກໍານົດມາດຕະຖານຄຸນນະພາບການສຶກສາທຸກຊັ້ນ, ທຸກສາຍທັງພາກລັດ ແລະ ເອກະຊົນ ລວມທັງກໍານົດຂອບວຸດທິການສຶກສາແຫ່ງຊາດ ໃຫ້ເທົ່າທຽມກັບມາດຕະຖານຂອງພາກພື້ນ ແລະ ສາກົນ ຕາມຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງສູນປະກັນຄຸນນະພາບການສຶກສາ.

ນອກຈາກນີ້, ຍັງມີຫ້ອງການສົ່ງເສີມການສຶກສາພາກເອກະຊົນທີ່ເປັນໜ່ວຍງານຄົ້ນຄວ້າ ແລະ ກໍານົດນະໂຍບາຍສົ່ງເສີມການພັດທະນາວຽກງານສຶກສາພາກເອກະຊົນ ໃຫ້ສອດຄ່ອງກັບການພັດທະນາການສຶກສາ ແລະ ກີລາ ໃນແຕ່ລະໄລຍະ ເພື່ອຮັບປະກັນຄຸນນະພາບການສຶກສາຂອງບັນດາໂຮງຮຽນເອກະຊົນທຸກລະດັບ, ທຸກຊັ້ນຮຽນກະຊວງສຶກສາທິການ ແລະ ກີລາ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລົງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ – ການສອນຢູ່ສະຖາບັນການສຶກສາພາກເອກະຊົນເປັນປົກກະຕິ, ພ້ອມທັງໄດ້ສ້າງມາດຕະຖານຂອງສະຖາບັນການສຶກສາທີ່ເປີດຫຼັກສູດປະລິນຍາຕີ ເຊິ່ງໃນປີ 2019 ນີ້ ໄດ້ສ້າງແຜນລົງຕິດຕາມຢູ່ 5 ແຂວງ ຄື: ແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ.

ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຍັງໄດ້ກ່າວອີກວ່າ: ການແກ້ໄຂກ່ຽວກັບຄູອາສາສະໝັກທີ່ມີຈຳນວນຫຼວງຫຼາຍຢູ່ໃນສະຖາບັນການສຶກສາຂອງລັດ ໄດ້ສະເໜີວິທີການແກ້ໄຂໃນຫຼາຍຮູບການຕໍ່ລັດຖະບານ ແລະ ສະພາແຫ່ງຊາດແລ້ວ, ປັດຈຸບັນຄູອາສາສະໝັກ ມີປະມານ 12 ພັນຄົນ ໂດຍມີແຜນຈະແກ້ໄຂຄືຈະເຮັດເປັນ 3 ບັນຊີ: ບັນຊີທີ 1 ແມ່ນຄູສອນວິຊາທີ່ໂຮງຮຽນຕ້ອງການແທ້ໆເປັນວິຊາທີ່ຂາດບໍ່ໄດ້ ຫຼື ໂຮງຮຽນຕ້ອງການແທ້ໆຂາດບໍ່ໄດ້ຍ້ອນຄູສອນວິຊານັ້ນໆບໍ່ພຽງພໍແທ້ໆ; ບັນຊີທີ 2 ແມ່ນອາສາສະໝັກທີ່ຍັງໜຸ່ມນ້ອຍ ແລະ ແຕ່ວິຊາທີ່ສອນນັ້ນພໍມີຜູ້ສອນຢູ່ແລ້ວ ແລະ ບັນຊີທີ 3 ເປັນວິຊາທີ່ໂຮງຮຽນບໍ່ມີ ຄວາມຕ້ອງການຄູປານໃດ ເປັນວິຊາທີ່ໂຮງຮຽນມີຄູສອນພຽງພໍແລ້ວ ເພື່ອສະເໜີທາງເລືອກໃຫ້ເຂົາເຈົ້າມີຄວາມສະໝັກໃຈໃນການໄປຮຽນວິຊາຊີບອື່ນຕາມຄວາມເໝາະສົມ ພາຍຫຼັງທີ່ຮຽນຈົບກໍສາມາດປະກອບອາຊີບໄດ້ ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນວິທີການແກ້ໄຂດັ່ງກ່າວຍັງຢູ່ໃນໄລຍະກະກຽມ ເພື່ອຈັດຕັ້ງປະຕິບັດຢູ່ໃນ 40 ເມືອງ ທີ່ເຫັນວ່າມີອາສາສະໝັກຫຼາຍທີ່ສຸດ ເຊິ່ງມີພະນັກງານຂອງພວກເຮົາທີ່ລົງພື້ນຖານຢູ່ໃນ 40 ເມືອງນັ້ນ ຈະເປັນຜູ້ຊ່ວຍໃນການຈັດຕັ້ງປະຕິບັດໃນເບື້ອງຕົ້ນເປັນການທົດລອງ ເຊິ່ງແນ່ນອນໃນເວລາຈັດຕັ້ງປະຕິບັດຈະຕ້ອງມີຄະນະຮັບຜິດຊອບຈາກອໍານາດການປົກຄອງຂັ້ນຕ່າງໆ ຈຶ່ງຈະສາມາດປະຕິບັດການແກ້ໄຂຄູອາສາສະໝັກທີ່ມີຈຳນວນຫຼາຍຄືດັ່ງກ່າວໄດ້.