ເປີດຮັບສະໝັກສາວງາມປະກວດ ມິສເວີລ ລາວ 2019

0
194

ສາວໂສດທັງຫຼາຍທີ່ຕ້ອງການຄວາມທ້າທາຍ ແລະ ວັດຄວາມສາມາດຂອງຕົນເອງ ສາມາດເຂົ້າສະໝັກໄດ້ແລ້ວ ເລີ່ມແຕ່ມື້ນີ້ເປັນຕົ້ນໄປກັບ ໂຄງການ ມິສເວີລ ລາວ 2019 ( Miss World Laos 2019 ) ຜູ້ຊະນະເລີດຈະໄດ້ສວມມົງກຸດ ມູນຄ່າ 150 ລ້ານກີບ ພ້ອມກັບເງິນສົດ 30 ລ້ານກີບ ທັງຈະໄດ້ເປັນຕົວແທນໄປປະກວດໃນເວທີສາກົນ.

ວັນທີ 28 ມິຖຸນາ 2019 ມີພິທີຖະແຫຼງຂ່າວ ມິສເວີລ ລາວ 2019 ( Miss World Laos 2019 ) ໃນຫົວຂໍ້ “ ງາມຢ່າງມີຄຸນຄ່າ ສູ່ສາຍຕາທີ່ສຳຜັດໄດ້ ” ທີ່ໂຮງແຮມ ເລີ ທາດຫຼວງ ດໍຣ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສາຍແກ້ວ   ສີດາວົງ ປະທານ ບໍລິສັດ Prime Modeling Agency ເຊິ່ງຜູ້ຖືລິຂະສິດຈັດງານການປະກວດ ມິສເວີລ ລາວ 2019, ມີທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ນາງ ກະດຸມເພັດ ໄຊຍະວົງ ມິສເວີລ ລາວ ປີ 2018 ພ້ອມພາກສ່ວນກ່ຽວຂ້ອງ ແລະ ບັນດາຄະນະກໍາມະການ.

ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການຈັດງານ ໄດ້ກ່າວວ່າ: ເວທີ     ມິສເວີລ ລາວ ຖືເປັນເວທີຄວາມງາມທີ່ຍິ່ງໃຫຍ່ ແລະ ຊົງຄຸນຄ່າທີ່ສຸດໃນ ສປປ ລາວ ການປະກວດຄັ້ງນີ້ກໍເພື່ອຄົ້ນຫາພຽງ 1 ດຽວເປັນຕົວແທນຂອງສາວລາວທົ່ວປະເທດ ໄປຮ່ວມປະກວດໃນເວທີລະດັບໂລກ, ຈາກຜົນສໍາເລັດໃນການປະກວດປີ 2018 ແມ່ນໄດ້ເຮັດໃຫ້ແມ່ຍິງລາວໄດ້ຮຽນຮູ້ຫຼາຍໆຢ່າງ, ເຮັດໃຫ້ຕ່າງຊາດໄດ້ເຫັນເຖິງຄວາມງົດງາມຈາກພາຍໃນສູ່ພາຍນອກທຽບເທົ່າກັບແມ່ຍິງສາກົນໄດ້ ເປັນຕົ້ນແມ່ນທາງດ້ານວັດທະນະທໍາ ແລະ ການຮຽນຮູ້ພາສາຕ່າງປະເທດ.

ທ່ານກ່າວອີກວ່າ: ເວທີແຫ່ງນີ້ຈະເປັນຕົວຊ່ວຍໃຫ້ແມ່ຍິງລາວກ້າສະແດງອອກເຖິງຄວາມສາມາດພິເສດຂອງຕົນ, ການເວົ້າ, ກ້າເຂົ້າສັງຄົມ, ການນຸ່ງຖື ແລະ ການເຜີຍແຜ່ວັດທະນະທໍາຂອງຊາດລາວອອກສູ່ສາຍຕາຊາວໂລກ. ສໍາລັບເງື່ອນໄຂຂອງຜູ້ທີ່ຈະເຂົ້າມາສະໝັກຕ້ອງເປັນສັນຊາດລາວໂດຍກຳເນີດ ອາຍຸລະຫວ່າງ 17 – 27 ປີ ສ່ວນສູງ 165 ຊັງຕີແມັດຂຶ້ນໄປ, ໂສດ, ສາມາດສື່ສານໄດ້ທັງພາສາລາວ ແລະ ພາສາອັງກິດ ( ໂດຍພື້ນຖານ ) ເລີ່ມເປີດຮັບສະໝັກແຕ່ວັນທີ 30 ມິຖຸນາ 2019.

ສ່ວນລາຍລະອຽດຂອງການປະກວດ ມີດັ່ງນີ້:

ຮອບຄັດເລືອກ 20 ຄົນສຸດທ້າຍ ໃນວັນທີ 20 ສິງຫາ 2019.

ຖ່າຍແບບປະຊາສຳພັນ ວັນທີ 21 ສິງຫາ 2019.

ນາງສາວເກັບຕົວທີ່ໂຮງແຮມ ແລະ ສະຖານທີ່ຕ່າງໆ ວັນທີ 10 ກັນຍາ 2019.

ຮອບຊີງຊະນະເລີດແມ່ນວັນທີ 20 ກັນຍາ 2019.

ສໍາລັບຜູ້ທີ່ໄດ້ລາງວັນຊະນະເລີດຈະໄດ້ຮັບມົງກຸດ ລວມມູນຄ່າ 150 ລ້ານກີບ ພ້ອມດ້ວຍເງິນລາງວັນ 30 ລ້ານກີບ ແລະ ຂອງຂວັນຈາກຜູ້ສະໜັບສະໜູນ, ຮອງອັນດັບ 1 ຈະໄດ້ຮັບມົງກຸດ ລວມມູນຄ່າ 80 ລ້ານກີບ ພ້ອມດ້ວຍເງິນລາງວັນ 20 ລ້ານກີບ ແລະ ຂອງຂວັນຈາກຜູ້ສະໜັບສະໜູນ, ຮອງອັນດັບ 2 ຈະໄດ້ຮັບມົງກຸດ ລວມມູນຄ່າ 60 ລ້ານກີບ ພ້ອມດ້ວຍເງິນລາງວັນ 10 ລ້ານກີບ ແລະ ຂອງຂວັນຈາກຜູ້ສະໜັບສະໜູນ. ພິເສດສຳລັບຜູ້ທີ່ໄດ້ຄອງຕຳແໜ່ງ ມິສເວີລ ລາວ 2019 ຈະໄດ້ເປັນຕົວແທນປະເທດລາວເຂົ້າປະກວດໃນເວທີສາກົນທີ່ປະເທດໄທ, ສ່ວນຮອງອັນດັບ 1 ແລະ 2 ແມ່ນຍັງເບິ່ງຕາມເງື່ອນໄຂທີ່ຈະໄດ້ສົ່ງໄປປະກວດໃນເວທີອື່ນຕໍ່ໄປ.

ທ່ານ ນາງ ກະດຸມເພັດ ໄຊຍະວົງ    ມິສເວີລ ປີ 2018 ໄດ້ໃຫ້ສໍາພາດເພີ່ມຕື່ມວ່າ: ເປັນເວທີອັນມີກຽດຕໍ່ຕົນເອງ, ຄອບຄົວ ແລະ ປະເທດຊາດ ເພາະການໄດ້ຮັບຕໍາແໜ່ງນີ້ແມ່ນໄດ້ຊ່ວຍພັດທະນາທັງທັກສະການຮຽນຮູ້ເລື້ອຍໆ, ການຮຽນຮູ້ພາສາອັງກິດ, ກ້າທີ່ຈະສະແດງອອກຫຼາຍຂຶ້ນ, ການຮູ້ຈັກ ແລະ ເຂົ້າກັບຄົນໃນສັງຄົມຫຼາຍຂຶ້ນ, ຈາກເວທີປະກວດລະດັບສາກົນທີ່ປະເທດຈີນ ກໍໄດ້ສ້າງປະສົບການໃໝ່ໃຫ້ກັບຕົນເອງ ແລະ ນໍາມາພັດທະນາຕໍ່ໄປ. ສຸດທ້າຍກໍຢາກເຊີນຊວນໃຫ້ແມ່ຍິງລາວທຸກຄົນທີ່ມີຄວາມສາມາດ ຫຼື ສົນໃຈກໍເຂົ້າມາສະໝັກ ແລະ ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ Facebook/missworldlaos.

[ ຂ່າວ: ທິບອຸສາ ]

LEAVE A REPLY

Please enter your comment!
Please enter your name here