ເລີ່ມປະຕິບັດ! ເມົາແລ້ວຂັບ ຈະຖືກປັບໃໝ 20 ເທົ່າ ນັບແຕ່ 01 ກໍລະກົດນີ້

103

ເຈົ້າໜ້າທີ່ຕຳຫຼວດຈະລາຈອນນະຄອນຫຼວງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຈະເຂັ້ມງວດໃນການກວດທາດເຫຼົ້າກັບຜູ້ຂັບ ຂີ່ຕາມທ້ອງຖະໜົນ ເຊິ່ງຈະເລີ່ມແຕ່ ວັນທີ 01 ກໍລະກົດ 2019 ເປັນຕົ້ນໄປ ຕາມຂໍ້ຕົກ ລົງເລກທີ 1323 ຂອງເຈົ້າຄອງ ນະຄອນຫຼວງວຽງຈັນ ເຊິ່ງຜູ້ທີ່ລະເມີດກົດລະບຽບຈະລາຈອນດັ່ງກ່າວຈະຖືກປັບໃໝ 10.000 ກີບ ແລະ ຖືກກັກໃບຂັບຂີ່ 1 ເດືອນເປັນຢ່າງໜ້ອຍ.

 

ພາບຂ່າວ

 

ຕາມແຜນແລ້ວ ຈະເລີ່ມກວດໃນເດືອນເມສາຜ່ານມາ ແຕ່ທາງເຈົ້າໜ້າບໍ່ພ້ອມຈຶ່ງໄດ້ເລື່ອນ ມາປະຕິບັດໃນເດືອນກໍລະກົດນີ້. ຈຸດປະສົງກໍເພື່ອໃຫ້ຫຼຸດຜ່ອນການ ເກີດອຸປະຕິເຫດຕາມທ້ອງຖະໜົນ ເພາະສ່ວນໃຫຍ່ອຸບັດເຫດແມ່ນ ເກີດມາຈາກການດື່ມສິ່ງມຶນເມົາ.

ໂດຍອີງຕາມການເຫັນດີ ໃນກອງປະຊຸມເຊື່ອມຊືມຂໍ້ຕົກລົງສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸປະຕິເຫດ ແລະ ຮັກສາຄວາມປອດໄພທ້ອງຖະໜົນ ທົ່ວນະຄອນຫຼວງວຽງຈັນ.

 

ພາບຂ່າວ

 

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ຈະໄດ້ນໍາໃຊ້ມາດຕາ 13 ຂອງໝວດທີ III ຂອງຂໍ້ຕົກລົງດັ່ງກ່າວໄດ້ລະບຸໄວ້ວ່າ: ເມື່ອກວດພົບທາດເຫຼົ້າ ແລະ ສິ່ງມືນເມົາ ໃນຮ່າງກາຍຂອງຜູ້ຂັບຂີ່ຍານພາຫະນະເກີນປະລິມານທີ່ກໍານົດໄວ້ໃນ ມາດຕາ 20 ຂອງກົດຫມາຍວ່າດ້ວຍການຈະລາຈອນທາງບົກໃຫ້ປະຕິບັດມາດຕະການຕໍ່ຜູ້ຂັບຂີ່ດັ່ງນີ້:

 

ພາບຂ່າວ

 

ຄັ້ງທີ 1: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 1 ເດືອນ ແລະ ປັບໃໝຕໍ່າສຸດ ໃນດຳລັດ 188/ນຍ ວ່າດ້ວຍການປັບໃໝ ແລະມາດຕະການຕ່າງໆຕໍ່ຜູ້ລະເມີດກົດລະບຽບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະການປົກປັກຮັກສາທາງຫຼວງ ມາດຕາ 5 ໄດ້ ລະບຸໄວ້ວ່າ ຜູ້ຂັບຂີ່ໃດທີ່ມີທາດມຶນເມົາ ຫຼື ທາດເຫຼົາຢູ່ໃນຮ່າງກາຍ ເກີນ 0,80 (g /I BrAC = 8mg/100ml) ກຣາມ/ລິດ ຫາກໄດ້ຂັບຂີ່ລົດ ຈະຖືກປັບໃໝຕາມປະເພດລົດດັ່ງນີ້: ລົດຖີບ = 10.000 ກີບ, ລົດຈັກ-ລົດ 3 ລໍ້ ຕິດເຄື່ອງຈັກ-ລົດໄຖນາເດີນຕາມ = 50,000 ກີບ, ລົດເບົາ-ເກັງ-ກະບະ-ຈິບ-ຕູ້ = 100.000 ກີບ, ລົດໂດຍສານ 4 ລໍ້ = 250.000 ກີບ, ລົດບັນທຸກ 6 ລໍ້ຂຶ້ນໄປ = 500,000 ກີບ ແລະ ລົດໂດຍສານ (ລົດບັສ) = 1.000.000 ກີບ.

 

ພາບຂ່າວ

 

ຄັ້ງທີ 2: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 3 ເດືອນແລະ ປັບໃໝ 10 ເທົ່າ ຕາມມາດຕາ 5 ຂອງດໍາລັດດັ່ງກ່າວ.

ຄັ້ງທີ 3: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ກັກໃບຂັບຂີ່ 6 ເດືອນຫາ 1 ປີ ແລະ ປັບໃໝ 20 ເທົ່າຕາມ ມາດຕາ 5 ຂອງດໍາລັດເລກທີ 188/ນຍ.

 

ພາບຂ່າວ

 

ຄັ້ງທີ 4: ຂຽນໃບຮັບສາລະພາບລະເມີດກົດຈະລາຈອນ, ຢຶດໃບຂັບຂີ່ 1 ປີ ຈິ່ງອະນຸຍາດໃຫ້ໄປເສັງເອົາໃບຂັບຂີ່ຄືນໃຫມ່ ແລະ ປັບໃໝ 20 ເທົ່າຕາມມາດຕາ 5 ຂອງດໍາລັດເລກທີ 188/ນຍ- ກໍລະນີຜູ້ຂັບຂີ່ຍານພາຫະນະ ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາ ເປັນຕົ້ນເຫດພາໃຫ້ເກີດອຸບັດເຫດແມ່ນໃຫ້ນໍາໃຊ້ມາດຕະການສູງສຸດຕາມ ແລະ ດໍາເນີນຄະດີຕາມກົດໝາຍ.

 

ພາບຂ່າວ