Monthly Archives: June, 2019

ປູຕິນ ໃຫ້ສຳພາດວ່າ ແນວຄິດເສລີນິຍົມ “ຫຼ້າສະໄຫມ”

ປະທານາທິບໍດີຣັສເຊຍ ກ່າວວ່າ ອຸດົມການເສລີນິຍົມນັ້ນ "ຫຼ້າສະໄໝແລ້ວ" ເພາະບໍ່ສອດຄ່ອງກັບຄວາມປ່ຽນແປງຂອງໂລກ ແລະ ຄວາມຕ້ອງການຂອງປະຊາຊົນ ໂດຍຍົກຕົວຢ່າງສະຖານະການໃນເອີຣົບມາປຽບທຽບ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 29 ມິຖຸນາ ວ່າ ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນໍາຣັສເຊຍໃຫ້ສໍາພາດພິເສດກັບ ເດິ ໄຟແນນຊຽວ ທາມສ໌ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ "ຈີ20" ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ...

ສາຍບຸນບໍ່ຄວນພາດ ຮ່ວມປູກປ່າ ຮັກສາວັງນ້ຳ ແລະ ປ່ອຍປາ ທີ່ ວັດພຣະບາດໂພນຄ້ອງ

ສາຍບຸນບໍ່ຄວນພາດ ໂອກາດທີ່ທ່ານຈະໄດ້ຮ່ວມສ້າງບຸນກຸສົນກັບຄອບຄົວໝູ່ເພື່ອນ ແລະ ຄົນທີ່ທ່ານຮັກ ກັບການທຳບຸນປູກປ່າ ບວດປ່າ ຮັກສາວັງນ້ຳ ປ່ອຍປາ ທີ່ ວັດພຣະບາດໂພນຄ້ອງ ບ້ານນາຂ່າ ເຂດນາຂ່າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ວັນທີ ມິຖຸນາ 2019 ນີ້. ເຈົ້າອາວາດວັດ ຮ່ວມກັບຄະນະຮັບພິຊອບ ໄດ້ຮ່ວມກັນຈັດ ທອດຜ້າປ່າສາມັກຄີ ແລະ ທຳບຸນປູກປ່າ...

ເປີດສະມາຄົມນ້ຳໃຈຊາວບ້ານ ເພື່ອຮັບໃຊ້ສັງຄົມໂດຍບໍ່ຫວັງຜົນກໍາໄລ

ວັນທີ 27 ມິຖຸນາ 2019 ໄດ້ມີພິທີຖະແຫຼງຂ່າວເປີດສະມາຄົມນໍ້າໃຈຊາວບ້ານ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານຂອງ ທ່ານ ສຸກກະເສີມ ໂພທິສານ ປະທານສະມາຄົມນ້ຳໃຈຊາວບ້ານ, ທ່ານ ນາງ ມີນາວັນ ພົນເສນາ ອຳນວຍການສະມາຄົມນ້ຳໃຈຊາວບ້ານ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການສະໜັບສະໜູນ.   ທ່ານ ສຸກກະເສີມ ໂພທິສານ ໄດ້ກ່າວວ່າ: ສະມາຄົມນ້ຳໃຈຊາວບ້ານ...

ເສດຖະກິດລາວ ທ້າຍປີອາດຂະຫຍາຍຕົວໄດ້ເຖິງ 7%

ວຽກງານແກ້ໄຂຟື້ນຟູໄພພິບັດທາງທຳມະຊາດຂອງລັດຖະບານ ເມື່ອໄລຍະປີ 2018 ຜ່ານມາ ເລີ່ມກັບຄືນສູ່ປົກກະຕິ, ຊາວກະສິກອນສາມາດດຳເນີນການປູກຝັງໄດ້ສະດວກ ໂດຍສະເພາະໃນໄລຍະລະດູຝົນບວກກັບນະໂຍບາຍສົ່ງເສີມການລົງທຶນຕ່າງໆຂອງລັດຖະບານ, ໂຄງການເພື່ອການພັດທະນາ ແລະ ຂະແໜງການອື່ນໆ ເຮັດໃຫ້ 4 ເດືອນຕົ້ນປີ 2019 GDP ຂະຫຍາຍຕົວໃນລະດັບ 6,5%. ແນວໃດກໍຕາມ, ອີງຕາມໂຄງການໃຫຍ່ຂອງລັດຖະບານທີ່ກຳລັງດຳເນີນໃກ້ສຳເລັດ ໂດຍສະເພາະຈະມີເຖິງ 20 ກວ່າເຂື່ອນໄຟຟ້າ ທີ່ຈະດຳເນີນການເດີນເຄື່ອງທີ່ຈະເປັນຕົວຂັບເຄື່ອນເຮັດໃຫ້ GDP...

ການເກັບກຳຂໍ້ມູນສະຖິຕິ ບາງເຂດຍັງພົບຄວາມຫຍຸ້ງຍາກ

ການລົງເກັບກຳຂໍ້ມູນຢູ່ບາງເຂດ ຂອງໜ່ວຍງານສູນສະຖິຕິແຫ່ງຊາດ ຍັງພົບກັບ ຄວາມຫຍຸ້ງຍາກພໍສົມຄວນ ຈຶ່ງເຮັດໃຫ້ໜ້າວຽກບາງອັນບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເພື່ອເກັບສະຖິຕິໃຫ້ກັບການຄົ້ນຄວ້າ. ໃນນີ້, ໃນຂະນະທີ່ຄຸນນະພາບຂອງບຸກຄະລາກອນເປັນອົງປະກອບສຳຄັນ ທີ່ຈະເຮັດໃຫ້ວຽກງານສຳເລັດໄດ້ຕາມຄາດໝາຍໃນແຕ່ລະໄລຍະ. ກອງປະຊຸມວິທະຍາສາດສະຖິຕິ ກ່ຽວກັບການພັດທະນາຕົວຊີ້ບອກລະດັບຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ຈັດຂຶ້ນໃນວັນທີ 27 ມິຖຸນາ 2019 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ( ICTC ) ເຊິ່ງເປັນການເຂົ້າຮ່ວມຂອງ...

ລົງທຶນ 12 ຕື້ກວ່າກີບ ອະນຸຮັກສັດ ແລະ ສິ່ງແວດລ້ອມລາວ

ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ຕາງໜ້າອົງການປົກຄອງແຂວງ ແລະ ໂຄງການສູນມູນນິທິອະນຸຮັກສັດ ສີວິໄລທ່ອງທ່ຽວ ຈໍາກັດຜູ້ດຽວ ໄດ້ຈັດພິທີເຊັນບົດບັນທຶກສັນຍາ ວ່າດ້ວຍການຄຸ້ມຄອງໂຄງການມູນນິທິອະນຸຮັກສັດ ແລະ ສິ່ງແວດລ້ອມລາວ ຂຶ້ນໃນວັນທີ 26 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ.   ເປັນພຽງພາບປະກອບຂ່າວເທົ່ານັ້ນ   ຈຸດປະສົງຂອງໂຄງການເພື່ອດຳເນີນກິດຈະການແບບອະນຸຮັກສັດບ້ານ - ສັດປ່າ ແລະ ສິ່ງແວດລ້ອມໃນຮູບແບບການມີສ່ວນຮ່ວມກັບປະຊາຊົນໃນທ້ອງຖິ່ນ ໂດຍສັດປະເພດຕ່າງໆຕ້ອງໄດ້ຮັບການຮັກສາສຸຂະພາບໃຫ້ໄດ້ຮັບການດູແລທີ່ດີ...

ຈຸງຢາງອີຊີ ຊີມັງລາວສໍາປະທານດິນ 60 ກວ່າເຮັກຕາ ຂະຫຍາຍກິດຈະການ

ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈຳກັດ ກຽມຂະຫຍາຍກິດຈະການເພີ່ມ ໂດຍໄດ້ເຊັນສັນຍາເຊົ່າທີ່ດິນ 60 ກວ່າເຮັກຕາ ຢູ່ແຂວງສາລະວັນ ໂດຍມີອາຍຸການສໍາປະທານ 18 ປີ.     ທ່ານ ລີຢຽນຫົວ ປະທານ ບໍລິສັດ ຈຸງຢາງອີຊີ ຊີມັງລາວ ຈຳກັດ ໄດ້ລາຍງານແຜນການຈັດຕັ້ງປະຕິບັດ ໂດຍສະເພາະການຂະຫຍາຍກິດຈະການກໍ່ສ້າງໂຮງງານຊີມັງ, ໂຮງງານໄຟຟ້າຖ່ານຫີນ, ສ້າງເຮືອນພັກກຳມະກອນ ແລະ ອື່ນໆ...

ກອງປະຊຸມ ຈີ 20 ທີ່ໂອຊາກ້າ ໂລກໃຫ້ຄວາມສົນໃຈ ອາເມຣິກາ – ຈີນ

ການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ20 ປະຈໍາປີນີ້ ເປີດສາກຢ່າງເປັນທາງການທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໂດຍທຸກການເຄື່ອນໄຫວໃຫ້ຄວາມສົນໃຈໄປທີ່ການຫາລື ລະຫວ່າງ ປະທານາທິບໍດີສະຫະລັດ ກັບ ປະທານປະເທດຈີນ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ມິຖຸນາ ວ່າ ການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຈີ 20 ເປີດສາກຢ່າງເປັນທາງການ ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ລະຫວ່າງຄວາມຄາດໝາຍຂອງທຸກຝ່າຍ...

ຜູ້ຕິດເຊື້ອພະຍາດໄຂ້ຍຸງ ຢູ່ແຂວງຈຳປາສັກ ເພີ່ມຂຶ້ນເທົ່າຕົວ

ແຂວງຈຳປາສັກ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 2.000 ກວ່າກໍລະນີ, ເສຍຊີວິດແລ້ວ 5 ກໍລະນີ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນເທົ່າຕົວ. ທ່ານ ດຣ. ຣັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຈຳປາສັກ ໃຫ້ຮູ້ວ່າ: ນັບແຕ່ 1 ມັງກອນ 2019 ຫາ 18 ມິຖຸນາ 2019 ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 2.032...

ມັກຮັກໃນການສະແດງສະໝັກເລີຍ ນາງເອກ-ພະເອກ ມິວຊິກວິດີໂອເພງໃໝ່ “ມໍ 7”

“ຄິດເຖິງຊີວິດ ມໍ 5 ຄິດເຖິງຄົນຮັກຕອນ ມ 5” ເພງດັງອໍາມະຕະ ທີ່ຟັງເທື່ອໃດກໍຄິດຮອດຕອນມໍ 5 ຄິດຮອດຄົນບາງຄົນນັ້ນຍັງຈື່ໄດ້ບໍ່ກັບເພງ ມໍ 5 ຂອງ ຕີ໋ ອຸດາໄລ ... ບາດນີ້ຈະກັບມາໃໝ່ໃໝ່ ມໍ 7 ທີ່ທາງອ້າຍຕີ໋ ໄດ້ປະກາດຫາສະແດງບົດບາດຕ່າງໆໃນເອັມວີເພງ ມ 7 ຂອງ...
- Advertisment -
Slide
Slide

Most Read

error: Content is protected !!