ຄິມ ຕອບຮັບຄໍາເຊີນຜູ້ນໍາສະຫະລັດພົບກັນທີ່ເຂດປອດທະຫານ

40

ປະທານາທິບໍດີໂດນັລ ທຣໍາ ແລະ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອຈະພົບຫາລືກັນທີ່ເຂດປອດທະຫານເທິງເຂດມະຫາສະໝຸດເກົາຫຼີ ວັນອາທິດ ທີ 30 ມິຖຸນາ ຫຼັງຜູ້ນໍາສະຫະລັດເຊີນອີກຝ່າຍຜ່ານທາງທະວິດເຕີ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ປະທານາທິບໍດີໂດນັລ ທຣໍາ ຖະແຫຼງ ເມື່ອວັນອາທິດ ທີ່ທໍານຽບປະທານາທິບໍດີເຂດຊານເມືອງນະຄອນຫຼວງໂຊ ຫຼັງພົບຫາລືກັບປະທານາທິບໍດີມຸນ ແຈ-ອິນ ຜູ້ນໍາເກົາຫຼີໃຕ້ ວ່າ ຕົນ ແລະ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອຈະພົບຫາລືກັນທີ່ໝູ່ບ້ານປັນມຸນຈອມ ເຂດປອດທະຫານ ດີເອັມຊີ (DMZ: Korean Demilitarized Zone) ເທິງເຂດມະຫາສະໝຸດເກົາຫຼີ ໃນໄລຍະຕອນແລງຂອງວັນດຽວກັນນີ້ ຕາມເວລາທ້ອງຖິ່ນ ແຕ່ກ່າວວ່າ ການພົບລາລືຄັ້ງນີ້ ຈະໃຊ້ເວລາບໍ່ດົນ.

ในภาพอาจจะมี 2 คน, ข้อความ

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນພຽງວັນດຽວ ຫຼັງ ທຣໍາ ທະວີດຂໍ້ຄວາມເມື່ອວັນເສົາ ໂດຍມີເນື້ອໃນຊັດເຈນ ວ່າ ຕ້ອງການສົ່ງສານເຖິງຜູ້ນໍາໜຸ່ມເກົາຫຼີເໜືອ ໂດຍ ທຣໍາ ບອກວ່າ ຫຼັງສໍາເລັດການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ຕົນຈະເດີນທາງຢ້ຽມຢາມເກົາຫຼີໃຕ້ເປັນຈຸດໝາຍຕໍ່ໄປ “ແລະ ຈະເປັນໄປໄດ້ ຫຼື ບໍ່” ຖ້າຕົນຈະໄດ້ມີໂອກາດພົບກັບຜູ້ນໍາໜຸ່ມຂອງເກົາຫຼີເໜືອ ທີ່ ດີເອັມຊີ ເຖິງຈະເປັນພຽງການຈັບມືທັກທາຍກັນກໍ່ຕາມ.

ในภาพอาจจะมี 1 คน

ຂະນະທີ່ ຕໍ່ມາກະຊວງການຕ່າງປະເທດຂອງເກົາຫຼີເໜືອມີຖະແຫຼງການສັ້ນໆ ຜ່ານສໍານັກຂ່າວກາງເກົາຫຼີ (KCNA) ວ່າ ຂໍ້ສະເໜີຂອງຜູ້ນໍາສະຫະລັດ “ໜ້າສົນໃຈ” ດ້ານຜູ້ນໍາເກົາຫຼີໃຕ້ ກ່າວວ່າ ການພົບຫາລືທີ່ໝູ່ບ້ານປັນມຸນຈອມ ຄັ້ງນີ້ ຈະເປັນຫາລືລະຫວ່າງ ຜູ້ນໍາສະຫະລັດ ກັບ ຜູ້ນໍາເກົາຫຼີເໜືອເທົ່ານັ້ນ ທ່ານມຸນ ແຈ-ອິນ ເຜີຍວ່າ ຕົນຈະເດີນທາງໄປເຂດປອດທະຫານພ້ອມກັບ ທຣໍາ ດ້ວຍ ແລະ ເຖິງວ່າໄດ້ຮັບເຊີນໃຫ້ເຂົ້າຮ່ວມການພົບຫາລືຄັ້ງນີ້ເຊັ່ນກັນ ແຕ່ເມື່ອພິຈາລະນາແລ້ວເຫັນວ່າ ການພົບກັນລະຫວ່າງ ຕົນ ກັບ ຄິມ “ຄວນເກີດຂຶ້ນເວລາອື່ນດີກວ່າ” ນອກຈາກນີ້, ທ່ານມຸນ ກ່າວຊື່ນຊົມ “ຄວາມກ້າຫານ” ຂອງປະທານາທິບໍດີສະຫະລັດ ແລະ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ໃນການມາພົບກັນທີ່ເຂດປອດທະຫານເຂດສະໝຸດເກົາຫຼີ ແລະ ໝັ້ນໃຈວ່າ ຈະເປັນສັນຍານທີ່ດີ ສູ່ຂະບວນການປົດນິວເຄຣຍ ແລະ ສ້າງສັນຕິພາບເທິງເຂດສະໝຸດເກົາຫຼີທີ່ຢຸດຊະງັກໄປ ຕັ້ງແຕ່ ຮາໂນ່ຍ ຊໍາມິດ ເມື່ອເດືອນກຸມພາ ຜ່ານມາ.

ในภาพอาจจะมี หนึ่งคนขึ้นไป, สระน้ำ และสถานที่กลางแจ้ง

ໃນເວລາດຽວກັນ ມີລາຍງານດ້ວຍວ່າ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງປະຈໍາເຂດປອດທະຫານຂອງທັງສອງປະເທດໄດ້ປິດພື້ນທີ່ທັງໝົດຂອງເຂດປອດທະຫານອອກຈາກນັກທ່ອງທ່ຽວແລ້ວ ຄາດວ່າ ເພື່ອຈັດກຽມສະຖານທີ່ຍິ່ງເປັນການຢືນຢັນ ວ່າ ການພົບກັນຄັ້ງສໍາຄັນອີກຄັ້ງໜຶ່ງ ລະຫວ່າງ ທຣໍາ ກັບ ຄິມ ຈະເກີດຂຶ້ນ. ອີກປະການໜຶ່ງ ປະທານາທິບໍດີສະຫະລັດທຸກຄົນ ນັບຕັ້ງແຕ່ ທ່ານໂລນັລ ແຣແກນ ເດີນທາງມາທີ່ເຂດປອດທະຫານທຸກຄັ້ງ ໃນການຢ້ຽມຢາມເກົາຫຼີໃຕ້ ຍົກເວັ້ນ ທ່ານຈັອດ ເອັດຈ໌ ດັບເບິລຢູ ບຸຊ  ທີ່ຢ້ຽມຢາມພື້ນທີ່ແຫ່ງນີ້ ໃນສະໄໝດໍາລົງຕໍາແໜ່ງຮອງປະທານາທິບໍດີ.