ຊາວກະສິກໍາທີ່ປູກອັລມອນໃນສະຫະລັດ ກັງວົນຕໍ່ກໍາແພງພາສີອິນເດຍທີ່ອາດປ່ຽນທິດທາງການຄ້າ

82

ຊາວກະສິກໍາຜູ້ປູກອັລມອນ ໃນລັດແຄລິຟໍເນຍ ເຊິ່ງເປັນແຫຼ່ງຜະລິດລາຍໃຫຍ່ທີ່ສຸດຂອງສະຫະລັດ ຍອມຮັບວ່າ ມີຄວາມກັງວົນຕໍ່ກໍາແພງພາສີອັລມອນຂອງອິນເດຍ ເຊິ່ງເປັນມາດຕະການຕອບໂຕ້ການຖືກສະຫະລັດຕັດສິດຈີເອັສພີ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນລອສແອນເຈລິສ ລັດແຄລິຟໍເນຍ ປະເທດສະຫະລັດ ສະຫະລັດ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ກໍາແພງພາສີຂອງອິນເດຍຕໍ່ສະຫະລັດ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 16 ມິຖຸນາ ທີ່ຜ່ານມາ ຄວບຄຸມສິນຄ້າ 28 ລາຍະການ ເຊິ່ງສິນຄ້າບາງລາຍການອາດຜະເຊີນກັບອັດຕາພາສີສູງເຖິງ 70% ສ່ວນໃຫຍ່ເປັນສິນຄ້າກະສິກໍາຈໍາພວກໝາກໄມ້ ແລະ ຖົ່ວເປືອກແຂງທີ່ລວມເຖິງອັລມອນ ແລະ ຖົ່ວວອລນັດ ເຊິ່ງອິນເດຍເປັນຕະຫຼາດໃຫຍ່ທີ່ສຸດຂອງສະຫະລັດ ໂດຍນາຍົກລັດຖະມົນຕີນະເຣນທຣາ ໂມດີ ຂອງອິນເດຍ ໄດ້ປະກາດມາດຕະການດັ່ງກ່າວ ເພື່ອຕອບໂຕ້ການທີ່ລັດຖະບານວໍຊິງຕັນຖອນປະເທດອິນເດຍອອກຈາກບັນຊີປະເທດກໍາລັງພັດທະນາທີ່ໄດ້ຮັບສິດເສດໃນດ້ານພາສີຈາກປະເທດທີ່ພັດທະນາແລ້ວ (ຈີເອັສພີ: GSP).

ในภาพอาจจะมี 2 คน, ผู้คนกำลังยืน และอาหาร

ປັດຈຸບັນ ແຫຼ່ງຜະລິດອັລມອນໃຫຍ່ທີ່ສຸດຂອງສະຫະລັດ ແລະ ຂອງໂລກ ຢູ່ລັດແຄລິຟໍເນຍ ໂດຍມີຜູ້ຜະລິດປະມານ 7 ຄົນ ຄອງສ່ວນແບ່ງໃນຕະຫຼາດໂລກລວມກັນປະມານ 82% ຕາມຂໍ້ມູນຂອງຄະນະກໍາມະການອັລມອນ ລັດແຄລິຟໍເນຍ ເຊິ່ງລະບຸດ້ວຍວ່າ ອຸດສາຫະກໍາການຜະລິດອັລມອນສ້າງວຽກ ແລະ ລາຍໄດ້ໃຫ້ກັບປະຊາຊົນປະມານ 104.000 ຄົນ ໃນພື້ນທີ່.

ในภาพอาจจะมี ต้นพืช, ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ເຖິງວ່າ ຖ້າວິເຄາະໂດຍລະອຽດແລ້ວ ພົບວ່າ ກໍາແພງພາສີຂອງອິນເດຍຕໍ່ອັລມອນຈາກສະຫະລັດເພີ່ມຂຶ້ນ 12 ເຊັນ (ປະມານ 1.100 ກີບ) ຫຼື 20% ຕໍ່ອັລມອນຍັງບໍ່ປອກເປືອກນໍ້າໜັກ 1 ປອນ ເຊິ່ງໃນທາງທິດສະດີບໍ່ຖືວ່າຂຶ້ນຫຼາຍ. ແຕ່ ທ່ານນາງຈູລີ ອໍາສ໌ ປະທານຄະນະກໍາມະການອັລມອນ ແຫ່ງລັດແຄລິຟໍເນຍ ກ່າວວ່າ ອິນເດຍເປັນຕະຫຼາດອັລມອນສໍາຄັນຂອງສະຫະລັດມາຕະຫຼອດ ຍິ່ງໄປກວ່ານັ້ນໃນໄລຍະທີ່ສະຖານະການສົງຄາມການຄ້າຍັງຕຶງຄຽດ ກໍ່ເປັນການຍາກຫຼາຍທີ່ຈີນຈະນໍາເຂົ້າອັບມອນຈາກສະຫະລັດ ໃນປະລິມານເທົ່າກັບທີ່ຜ່ານມາ ເພາະຫຼຸດລົງປະມານ 1 ໃນ 3 ນັບ ຕັ້ງແຕ່ລັດຖະບານປັກກິ່ງ ຕັ້ງກໍາແພງພາສີຕໍ່ອັລມອນຂອງສະຫະລັດ ສູງເຖິງ 50% ເມື່ອປີຜ່ານມາ. ນອກຈາກນີ້, ຍັງບໍ່ເປັນທີ່ຊັດເຈນດ້ວຍວ່າ ກໍາແພງພາສີຂອງອິນເດຍ ແລະ ຈີນ ຕໍ່ສິນຄ້າປະເພດຖົ່ວເປືອກແຂງຂອງສະຫະລັດຈະມີຜົນບັງຄັບໃຊ້ດົນປານໃດ ແລະ ມາດຕະການຂອງອິນເດຍມີຜົນບັງຄັບໃຊ້ໃນໄລຍະໃກ້ຈະເຖິງລະດູເກັບກ່ຽວອັລມອນຂອງລັດແຄລິຟໍເນຍດ້ວຍ.

ในภาพอาจจะมี หนึ่งคนขึ้นไป และอาหาร

ໃນເວລາດຽວກັນ ຜູ້ປະກອບການອັລມອນຂອງສະຫະລັດຄິດຫາທາງເລືອກອື່ນ ເຊັ່ນການສົ່ງອອກຜະລິດຕະພັນແບບຖົ່ວລວມມິດໄປອິນເດຍແທນ ຍ່າງໃດກໍ່ຕາມ ອົສຕຣາລີເປັນອີກໜຶ່ງປະເທດແຫຼ່ງປູກອັລມອນຂະໜາດໃຫຍ່ ແລະ ມີຄວາມເປັນໄປໄດ້ຫຼາຍທີ່ອິນເດຍ ແລະ ຈີນຈະເລືອກຊື້ອັລມອນຈາກອົສຕຣາລີແທນ ໂດຍສະເພາະຈີນທີ່ມີຂໍ້ຕົກລົງການຄ້າເສລີກັບອົສຕຣາລີດ້ວຍ.

ในภาพอาจจะมี ต้นพืช, ต้นไม้, สถานที่กลางแจ้ง และธรรมชาติ